ກະຕຸກຊຸກຍູ້ການຈັດຕັ້ງປະຕິບັດແຜນງົບປະມານ 4 ແຂວງພາກໃຕ້ ແລະ ສ້າງແຜນງົບປະມານປີ 2019


ໃນວັນທີ 22 ພຶດສະພານີ້ ແຂວງອັດຕະປື, ໄດ້ເປັນເຈົ້າພາບຈັດກອງປະຊຸມສະຫລຸບຕີລາຄາ ແລະ ວາງແຜນຊຸກຊູ້ການຈັດເກັບລາຍຮັບສຳລັບ 4 ແຂວງພາກໃຕ້ຄື : ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ຮອງລັດຖະມົນຕີກະຊວງການເງິນ, ແລະ ມີເຈົ້າແຂວງ, ຮອງເຈົ້າແຂວງ 4 ແຂວງພາກໃຕ້ ພ້ອມ ພະນັກງານວິຊາການຂະແຫນງການເງິນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ການຈັດກອງປະຊຸມຄັ້ງນີ້, ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໃນປີ 2017 ທີ່ຜ່ານມາ, ເພື່ອຊອກມາດຕະການແກ້ໄຂໃຫ້ສອດຄ່ອງ ແລະ ທັນການ; ຕິດຕາມກວດກາຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໃນໄລຍະ 4 ເດືອນທີ່ຜ່ານມາ ແລະ ຮ່ວມກັນປຶກສາຫາລືຄາດຄະເນການຈັດຕັ້ງປະຕິບັດໃນ ຕໍ່ຫນ້າ ເພື່ອສູ້ຊົນຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ ແລະ ໄດ້ປຶກສາຫາລືທິດທາງການສ້າງແຜນງົບປະມານແຫ່ງລັດປະຈໍາປີ 2019 ໃຫ້ສອດຄ່ອງ.
ໃນກອງປະຊຸມ ຍັງໄດ້ພ້ອມກັນປຶກສາຫາລືແລກປ່ຽນຄໍາເຫັນຮ່ວມກັນຕໍ່ບັນຫາສໍາຄັນອື່ນໆ…ເປັນຕົ້ນ: ການຈັດຕັ້ງປະຕິບັດມາດຕະການປະຢັດມັດທະຍັດຕາມນະໂຍບາຍຂອງລັດຖະບານ, ການເບີກຈ່າຍເງິນເດືອນໃຫ້ມີຄວາມຄ່ອງຕົວ ແລະ ທັນເວລາ, ການຂະຫຍາຍຖານລາຍຮັບງົບປະມານ, ການປະສານສົມທົບລະຫວ່າງຂະແໜງການເງິນກັບບັນດາຂະແໜງການອ້ອມຂ້າງແຂວງ ແລະ
ສະເພາະການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2017 ທີ່ຜ່ານມາເຖິງວ່າມີຄວາມທ້າທາຍຫລາຍດ້ານ ແຕ່ກໍຍັງເຮັດໃຫ້ໃຫ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດມີລັກສະນະຕັ້ງໜ້າດີຂຶ້ນ, ລາຍຮັບລວມທັງໝົດສາມາດບັນລຸໄດ້ 96,53% ຂອງແຜນການປີ, ໃນນີ້: ສະເພາະລາຍຮັບຂັ້ນທ້ອງຖິ່ນປະຕິບັດໄດ້ເຖິງ 97,55% ຂອງແຜນການປີ, ໃນນັ້ນ ມີ 11 ແຂວງ ທີ່ສາມາດປະຕິບັດລາຍຮັບໄດ້ເກີນແຜນຈໍານວນ 157,28 ຕື້ກີບ.
ທ່ານຮອງລັດຖະມົນຕີເນັ້ນຕື່ມວ່າ: ສໍາລັບ 4 ເດືອນຜ່ານມາ (ເດືອນມັງກອນ-ເມາສາ 2018) ທົ່ວປະເທດສາມາດຈັດເກັບລາຍຮັບໄດ້ທັງໝົດ 28,6% ຂອງແຜນການປີ, ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 31,45% ຂອງແຜນການປີ.