ຮອງປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມລັດຖະສະພາໂລກທີ່ ສ.ອາເມລິກາ

- kitchen vibe - ຮອງປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມລັດຖະສະພາໂລກທີ່ ສ.ອາເມລິກາ

- IMG 8822 300x189 - ຮອງປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມລັດຖະສະພາໂລກທີ່ ສ.ອາເມລິກາ
  ໃນລະຫວ່າງວັນທີ 17-19 ເມສາຜ່ານມານີ້, ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນໍາວຽກງານດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນຂອງສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມລັດຖະສະພາໂລກ (Global Parliamentary Conference) ກ່ຽວກັບວຽກງານຂອງທະນາຄານໂລກ (the World Bank) ແລະ ກອງທຶນການເງິນສາກົນ (International Monetary Fund-IMF) ທີ່ ນະຄອນຫລວງວໍຊິງຕັນດີຊີ, ສະຫະລັດອາເມລິກາ, ໂດຍມີສະມາຊິກລັດຖະສະພາເຂົ້າຮ່ວມ 200 ກວ່າທ່ານຈາກ 80 ປະເທດທີ່ພັດທະນາແລ້ວ ແລະ ປະເທດກຳລັງພັດທະນາ.

ກອງປະຊຸມຄັ້ງນີ້ໄດ້ເນັ້ນເຖິງບົດບາດຄວາມສຳຄັນຂອງກຸ່ມທະນາຄານໂລກ ແລະ ກອງທຶນການເງິນສາກົນທີ່ໄດ້ເຮັດວຽກຄຽງຄູ່ກັບອົງການສະຫະປະຊາຊາດ, ສ້າງເງື່ອນໄຂຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃນຂອບເຂດທົ່ວໂລກນັບແຕ່ສິ້ນສຸດສົງຄາມໂລກຄັ້ງທີ II ເປັນຕົ້ນມາ, ຍໍ້າຄືນບົດບາດຄວາມສຳຄັນຂອງລັດຖະສະພາ ກໍຄືສະມາຊິກສະພາໃນການເຂົ້າຮ່ວມຕິດຕາມຊຸກຍູ້ ແລະ ຕິດຕາມກວດກາບັນດານະໂຍບາຍ, ກິດຈະກຳ ແລະ ໂຄງການຂອງທະນາຄານໂລກ ແລະ ກອງທຶນການເງິນສາກົນ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດໂຄງການເຫລົ່ານັ້ນມີປະສິດທິຜົນ, ຮັບໃຊ້ເປົ້າໝາຍການພັດທະນາເສດຖະກິດແບບຍືນຍົງ, ຫລຸດຜ່ອນຄວາມທຸກຍາກ ແລະ ຕອບສະໜອງໄດ້ຄວາມມຸ່ງຫວັງຂອງປະຊາຊົນ.

- Visit Laos Visit SALANA BOUTIQUE HOTEL - ຮອງປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມລັດຖະສະພາໂລກທີ່ ສ.ອາເມລິກາ

ຜູ້ບໍລິຫານສູງສຸດຂອງທະນາຄານໂລກ ແລະ ກອງທຶນການເງິນສາກົນຕ່າງໄດ້ສະແດງຄວາມເປັນເອກະພາບ ແລະ ເນັ້ນເຖິງຄວາມຈຳເປັນທີ່ທັງສອງສະຖາບັນການເງິນດັ່ງກ່າວຈະຕ້ອງໄດ້ເຮັດວຽກຮ່ວມກັນຢ່າງສະໜິດແໜ້ນກັບລັດຖະສະພາ ແລະ ສະມາຊິກລັດຖະສະພາໃນແຕ່ລະປະເທດ ເພື່ອປະເມີນຄວາມອາດສາມາດເປັນໄປໄດ້ຂອງນະໂຍບາຍ ແລະ ໂຄງການ, ຊຸກຍູ້ການຈັດຕັ້ງປະຕິບັດ, ຕິດຕາມກວດກາ ແລະ ປະເມີນຜົນໄດ້ຮັບຂອງໂຄງການ ເພື່ອຮັບປະກັນໃຫ້ໂຄງການມີປະສິດທິຜົນ ແລະ ສາມາດຮັບໃຊ້ຈຸດປະສົງຂອງການພັດທະນາ.

ໃນໂອກາດແລກປ່ຽນກັບປະທານທະນາຄານໂລກ ແລະ ຜູ້ອຳນວຍການໃຫຍ່ຂອງກອງທຶນການເງິນສາກົນໃນວັນທີ 17 ເມສານີ້, ທ່ານ ບຸນປອນ ບຸດຕະນະວົງ ໄດ້ສະເໜີໃຫ້ສອງສະຖາບັນການເງິນດັ່ງກ່າວເພີ່ມທະວີການສະໜັບສະໜູນດ້ານທຶນຮອນ ແລະ ດ້ານວິຊາການກໍຄືບົດຮຽນ, ປະສົບການ ແລະ ຄວາມອາດສາມາດໃນການລົງເລິກຄົ້ນຄວ້າ, ວິເຄາະວິໄຈບັນຫາຕ່າງໆຊ່ວຍລັດຖະສະພາກໍຄືສະມາຊິກສະພາແຫ່ງຊາດຂອງແຕ່ລະປະເທດໃນການປະຕິບັດໜ້າທີ່ຂອງຕົນ ເພື່ອຊຸກຍູ້ ແລະ ຕິດຕາມກວດກາບັນດານະໂຍບາຍ ແລະ ໂຄງການຕ່າງໆ ເປັນຕົ້ນ: ການຈັດຕັ້ງປະຕິບັດບັນດາໂຄງການທີ່ຕິດພັນກັບສອງສະຖາບັນ, ເຊິ່ງຜູ້ບໍລິຫານສູງສຸດຂອງທັງສອງສະຖາບັນການເງິນດັ່ງກ່າວ ກໍໄດ້ສະແດງຄວາມເຫັນດີເປັນເອກະພາບ ແລະ ຈະມອບໃຫ້ຫ້ອງການຜູ້ຕາງໜ້າຂອງຕົນປະຈຳແຕ່ລະປະເທດຮ່ວມມືກັບສະມາຊິກລັດຖະສະພາໃຫ້ແໜ້ນແຟ້ນຂຶ້ນຕື່ມ.

ກອງປະຊຸມໄດ້ຈັດໃຫ້ມີຫລາຍຫົວຂໍ້ສົນທະນາທັງໃນຮູບແບບຄົບຄະນະ ແລະ ຮູບແບບການແບ່ງເປັນກຸ່ມຍ່ອຍຕາມຄວາມສົນໃຈຂອງຜູ້ແທນ ເພື່ອໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສາມາດລົງເລິກສົນທະນາບັນຫາຕ່າງໆ, ເຊິ່ງບັນດາຫົວຂໍ້ສຳຄັນທີ່ນຳມາປຶກສາຫາລືປະກອບມີ: ການຕໍ່ສູ້ກັບຄວາມບໍ່ສະເໝີພາບ ໂດຍຜ່ານການສ້າງວຽກເຮັດງານທຳ ແລະ ການເຕີບໂຕທາງດ້ານເສດຖະກິດ, ການຕໍ່ຕ້ານການສໍ້ລາດບັງຫລວງໃນພາກລັດ ແລະ ພາກເອກະຊົນ, ຄວາມອາດສາມາດ ແລະ ສິ່ງທ້າທາຍຂອງການເຕີບໂຕຢູ່ບັນດາປະເທດເຂດທະເລຊາຍຊາຮາຣາ, ບົດບາດຂອງລັດຖະສະພາໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs), ການສ້າງລັດຖະສະພາທີ່ມີສ່ວນຮ່ວມຫລາຍຂຶ້ນ, ລວມທັງການປັບຕົວ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປະຕິຮູບອຸດສາຫະກຳພະລັງງານເພື່ອການພັດທະນາແບບຍືນຍົງ ແລະ ບົດບາດຂອງກຸ່ມທະນາຄານໂລກ ແລະ ກອງທຶນການເງິນສາກົນຕໍ່ການພັດທະນາໃນປະເທດຕ່າງໆ.

ເຄື່ອຂ່າຍລັດຖະສະພາໂລກກ່ຽວກັບວຽກງານຂອງທະນາຄານໂລກ ແລະ ກອງທຶນການເງິນສາກົນ ໄດ້ຮັບການສ້າງຕັ້ງຂຶ້ນໃນເດືືອນກຸມພາ 2003 ໂດຍການເຕົ້າໂຮມເອົາສະມາຊິກລັດຖະສະພາໃນຂອບເຂດທົ່ວໂລກເຂົ້າເປັນສະມາຊິກ ເພື່ອເຮັດໜ້າທີ່ຕິດຕາມຊຸກຍູ້ ແລະ ກວດກາວຽກງານຂອງກຸ່ມທະນາຄານໂລກ ແລະ ກອງທຶນການເງິນສາກົນທີ່ດຳເນີນງານຢູ່ແຕ່ລະປະເທດໃນທົ່ວໂລກ ແນໃສ່ຮັບປະກັນການນຳໃຊ້ແຫລ່ງທຶນກໍຄືນະໂຍບາຍດ້ານການເງິນ-ເງິນຕາທີ່ສອງອົງການດັ່ງກ່າວຈັດຕັ້ງປະຕິບັດໃນຂອບເຂດທົ່ວໂລກນັ້ນໃຫ້ມີຄວາມໂປ່ງໃສ, ຮັບປະກັນໄດ້ປະສິດທິຜົນ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາເພື່ອຜົນປະໂຫຍດຂອງປະຊາຊົນ.

- 5 - ຮອງປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມລັດຖະສະພາໂລກທີ່ ສ.ອາເມລິກາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!