ອຸດົມໄຊເລັ່ງຕິດຕັ້ງລະບົບໄຟເຍືອງທາງໃນເທສະບານແຂວງ


ແຫຼ່ງຂ່າວທ້ອງຖິ່ນລາຍ ງານວ່າ,ປັດຈຸບັນແຂວງອຸ ດົມໄຊ ໄດ້ສຸມໃສ່ພັດທະນາ ລະບົບໄຟຟ້າເຍືອງທາງໃນ ເຂດເທດສະບານແຂວງ ຂອງຕົນ ເພື່ອສ້າງຄວາມ ສະດວກສະບາຍໃນການ ເດີນທາງໄປ-ມາໃນຍາມ ກາງຄືນ,ຫັນຕາມທິດພັດ ທະນາ 4 ສ, ໃຫ້ມີຄວາມສະ ຫວ່າງສະໄຫວງາມຕາ, ທັງ ເປັນການຫຼຸດຜ່ອນຄວາມ ສ່ຽງການເກີດອຸປະຕິເຫດ ຕາມທ້ອງຖະໜົນ, ໂຄງການ ນີ້ດຳເນີນມາຕັ້ງແຕ່ປີ 2014 ມີການນຳໃຊ້ທືນທັງໝົດ ຫຼາຍກວ່າ 13,4ຕື້ກີບ.


+ ໄຟເຍືອງທາງມືດ ບັນຫາແກ້ໄຂໄດ້ ແຕ່ບໍ່ເຮັດ
+ ໄຟເຍືອງທາງບໍ່ມີ ອາດເປັນສາເຫດເຮັດໃຫ້ເກີດອຸປະຕິເຫດ ແລະ ເສຍຊີວິດ
ທ່ານ ໄຊຍະສີນ ສຸວັນ ທອງ ຮອງຫົວໜ້າອົງການ ພັດທະນາ ແລະ ບໍລິຫານຕົວ ເມືອງແຂວງດັ່ງກ່າວໃຫ້ຮູ້ ວ່າ:ໂຄງການນີ້ ກວມເອົາ 22 ບ້ານ ໃນເທສະບານ ແຂວງ, ການກໍໍ່ສ້າງມາຮອດ ປັດຈຸບັນສຳເລັດແລ້ວເປັນ ສ່ວນໃຫຍ່ອັນໄດ້ຊ່ວຍໃຫ້ ໄປ-ມາສະດວກສະບາຍໃນ ຍາມຄ່ຳຄືນ,ບັນຫາອຸປະຕິ ເຫດກໍມີສະພາບຫຼຸດລົງຫຼາຍທຽບໃສ່ເມື່ອກ່ອນ.
ແນວໃດກໍຕາມ ໃນການ ຄຸ້ມຄອງບົວລະບັດຮັກສາ ຍັງມີຄວາມທ້າທາຍຍ້ອນ ປະກົດການຫຍໍ້ທໍ້ຂອງສັງ ຄົມ, ເກີດມີສະພາບການລັກ ສາຍໄຟແລະການເກີດອຸປະຕິເຫດລົດຕຳເສົາໄຟເຍືອງ ທາງແລ້ວໜີ, ບາງຄັ້ງກໍນຳ ຕົວໄດ້, ບາງຄັ້ງກໍນໍາຕົວບໍ່ ໄດ້, ຈາກຜົນກະທົບດັ່ງກ່າວ ຈິ່ງເຮັດໃຫ້ບາງຈຸດບໍ່ສາ ມາດນຳໃຊ້ງານມາດົນແລ້ວ ຊຶ່ງຈະໃຊ້ງານຕ້ອງໄດ້ມີ ການປ່ຽນຖ່າຍແລະໃຊ້ຈ່າຍເພີ່ມຂື້ນ./.

