ຕິງ ຈຸນຮຸຍ ຄິວຄົມກວ່າອອກນຳ ຣອນນີ 10-6 ເຟຣມ ສະນຸກເກີຊີງແຊ໊ມໂລກ

- kitchen vibe - ຕິງ ຈຸນຮຸຍ ຄິວຄົມກວ່າອອກນຳ ຣອນນີ 10-6 ເຟຣມ ສະນຸກເກີຊີງແຊ໊ມໂລກ

- Untitled 3 copy 14 300x186 - ຕິງ ຈຸນຮຸຍ ຄິວຄົມກວ່າອອກນຳ ຣອນນີ 10-6 ເຟຣມ ສະນຸກເກີຊີງແຊ໊ມໂລກ
ການແຂ່ງຂັນສະນຸກເກີຊີງແຊ໊ມໂລກ 2017 ທີ່ຄຣູເບິ້ລ ເທຍ ເຕີ ເມືອງເຊຟຟິລ ປະເທດອັງກິດ ໃນວັນອັງຄານທີ 25 ເມສາຜ່ານ ມາ ໃນຮອບ 8 ຄົນສຸດທ້າຍ ໃຊ້ ລະບົບແຂ່ງຂັນຊະນະ 13 ຈາກ 25 ເຟຣມ ຜົນປາກົດວ່າ ຣອນນີ ໂອຊຸລລິແວນ ຄົນດັງຈາກ ອັງກິດ ພົບກັບ ຕິງ ຈຸນຮຸນ ຈາກ ສປ.ຈີນ. ຈົບເຊສຊັ່ນທຳອິດສະເໝີກັນ 4-4 ເຟຣມ ສ່ວນເຊສຊັ່ນທີ 2 ຕິງ ຈຸນ ຮຸຍ ອອກຄິວໄດ້ຄົມກ່ອນ ແລະ ແມ້ນກວ່ານຳຫ່າງເຖິງ 10-6 ເຟຣມ ໂດຍຈະແຂ່ງຂັນຕໍ່ໃນເຊສ ຊັ່ນ 3 ໃນວັນທີ 26 ເມສາ ເວລາ 18:30 ຕາມເວລາປະເທດລາວ.

ດ້ານຜົນໃນຄູ່ອື່ນ ມາກ ເຊລ ບີ ຈາກ ອັງກິດ ມືວາງອັນດັບ 1 ຂອງໂລກຂຶ້ນນຳ ມາໂກ ຟູ ຈາກ ຮົງກົງ ມືວາງອັນດັບ 8ຂອງໂລກ 6-2 ເຟຣມ, ແບຣີ ຮໍກິນ ຈາກ ອັງກິດ ມືວາງອັນດັບ 7 ຂອງ ໂລກ ຂຶ້ນນຳ ສະຕີເຟນ ແມັກໄກວ 5-3 ເຟຣມ, ຈອນ ຮິກກິນ ຈາກ ສະກອດແລນ ມືງວາງອັນດັບ 6ຂອງໂລກ ຂຶ້ນນຳ ໄຄເຣນ ວິລ ສັນ ຈາກ ອັງກິດ ມືວາງອັນດັບ 14 ຂອງໂລກ 11-5 ເຟຣມ ໂດຍ ທັງສາມຄູ່ຈະແຂ່ງກັນຕໍ່ໃນວັນທີ 26 ເມສານີ້

- Visit Laos Visit SALANA BOUTIQUE HOTEL - ຕິງ ຈຸນຮຸຍ ຄິວຄົມກວ່າອອກນຳ ຣອນນີ 10-6 ເຟຣມ ສະນຸກເກີຊີງແຊ໊ມໂລກ
- 4 - ຕິງ ຈຸນຮຸຍ ຄິວຄົມກວ່າອອກນຳ ຣອນນີ 10-6 ເຟຣມ ສະນຸກເກີຊີງແຊ໊ມໂລກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!