ເຜີຕົວເຮົາເສຍໄຊຢາກປອດໄພຕ້ອງພ້ອມກັນເຮັດ


ໂດຍ: ກ້ອງສ່ອງ ອິດສະຫລະ
ໃນເງື່ອນໄຂທີ່ປະເທດ ຊາດຂອງພວກເຮົາພວມເລັ່ງລັດສ້າງສາພັດທະນາບ້ານ ເມືອງເພື່ອຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດ ທະນາ, ສິ່ງທີ່ບໍ່ດີຕາມມານັ້ນ ກໍຄືບັນດາປະກົດການຫຍໍ້ທໍ້ ເຫລົ່ານີ້ມັນກໍມີຫລາຍປະເພດດ້ວຍກັນເກືອບວ່ານັບບໍ່ໄຄ່ວ, ໜຶ່ງໃນປະເພດເຫລົ່ານີ້ກໍແມ່ນພວກມັດສາຊີບທີ່ຫາເລາະ ຂີ້ລັກງັດແງະ, ລັກໝົກຈົກ ຫໍ່ ແລະ ປຸ້ນຈີ້ເອົາຊັບ ສິນພົນ ລະເມືອງ.
+ ລະວັງໂຈນທຸບແວ່ນລົດເອົາຊັບສິນ
+ ປກສ ກຸ່ມເພຍວັດຈັບໂຈນດຶງກະເປົາ2017
ຕາມຕຳລາເຖົ້າແກ່ບູ ຮານເພິ່ນເຄີຍຕັກເຕືອນສັ່ງ ສອນກັນມາຕະຫລອດວ່າ: ພວກນີ້ ມີສາຍານາມວ່າ ໂຈນ ຫ້າຮ້ອຍ, ດັ່ງພວກເຮົາເຫັນ ໃນແຫລ່ງຂ່າວຄາວ ຫລື ຊ່າ ກັນໃນແຕ່ລະມື້, ຕົວຢ່າງໃນ ລະຫວ່າງເດືອນເມສາ ຜ່ານ ມາກໍຊ່າກັນວ່າໂຈນປຸ້ນເອົາ ເງິນຢູ່ທະນາຄານພົງສະຫວັນສາຂາຢູ່ບ້ານພະຂາວເບິ່ງໃນ ວົງຈອນປິດກໍເຫັນຮອດຕົນ ໂຕຈະແຈ້ງເປີ້ເຈີ້, ຊ້ຳບໍ່ໜຳມັນ ພັດມີຮອດປືນສັ້ນ, ຈັກວ່າ ແມ່ນປືນແທ້ຫລືວ່າປືນປອມກໍບໍ່ຮູ້.
ພໍເຫັນມັນຈີ້ເອົາເງິນກໍ ຕ້ອງໄດ້ຍອມໃຫ້ເພາະໃຜ ກໍຢ້ານຕາຍ, ຫລັງຕໍ່ມາໃນ ເດືອນພຶດສະພາພັດວ່າ ປຸ້ນ ຢູ່ທ່າງອນສາຂາທະນາຄານສົ່ງເສີມກະສິກຳລັກສະນະ ຮູບແບບໃນການປຸ້ນເຂົາກໍ ຊ່າກັນວ່າຄ້າຍຄືກັນກັບປຸ້ນ ຢູ່ພະຂາວ ວ່າຊັ້ນ! ນອກນັ້ນ, ໃນແຕ່ລະມື້ຍັງໄດ້ເຫັນເຂົາ ອອກຂ່າວໃນເຟສບຸກ ຫລື ສື່ອ່ອນລາຍຕ່າງໆ ກ່ຽວກັບ ການປຸ້ນຈີ້ຊິງຊັບດຶງສາຍ ຄໍຄຳ, ດຶງກະເປົາ, ປຸ້ນເອົາ ລົດຈັກ ແລະ ປະກົດການ ອື່ນໆ.
ຕໍ່ສະພາບການທີ່ເກີດ ຂຶ້ນນີ້, ເຖິງວ່າມັນບໍ່ແມ່ນເສິກ ກາງເມືອງແຕ່ກໍຖືວ່າມັນ ເປັນບັນຫາຂອງສັງຄົມທີ່ພາໃຫ້ເກີດຄວາມເສຍຫາຍໃຫ້ ແກ່ບ້ານເມືອງ, ເປັນການກໍ່ ຄວາມບໍ່ສະຫງົບພາຍໃນ, ທັງ ເປັນປະກົດການຫຍໍ້ທໍ້ທີ່ກົດໜ່ວງບາດກ້າວເດີນຂອງ ຊາດ, ກົງກັນຂ້າມ, ຖ້າພວກ ເຮົາຫາກບໍ່ພ້ອມກັນມີສະຕິ ໃນການຕ້ານ ແລະ ຫາວິທີ ປ້ອງກັນສະກັດກັ້ນແມ່ນ ພວກເຮົາອາດເຖິງເສຍຊີວິດ ແລະ ເສຍຊັບສິນຍ້ອນ, ອັນ ສຳຄັນກ່ອນອື່ນໝົດມັນຈະມີຜົນກະທົບຕໍ່ຄວາມສະຫງົບ ສຸກໃນສັງຄົມບ້ານເມືອງ ແລະ ລະບົບເສດຖະກິດຂອງຊາດ ບໍ່ຫລາຍກໍໜ້ອຍໃນປັດຈຸບັນ ແລະ ອານາຄົດ.
ໃນກອງປະຊຸມຄະນະ ລັດຖະບານຄັ້ງຜ່ານມາ, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເພິ່ນກໍໄດ້ແນະນຳ ທັງເນັ້ນວຽກງານຈຸດສຸມໃນ ເດືອນພືດສະພານີ້ວ່າ ໃຫ້ຂະ ແໜງ ການເສດຖະກິດ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ຕ້ອງສືບຕໍ່ເອົາໃຈໃສ່ວຽກ ງານຈຸດສຸມໂດຍສະເພາະເອົາໃຈໃສ່ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນສັງຄົມ, ສະກັດກັ້ນບັນ ດາໜໍ່ແໜງຂອງອາດຊະຍາ ກຳ, ການຄ້າມະນຸດ, ຂີ້ລັກງັດ ແງະ, ປຸ້ນຈີ້, ການຄ້າຂາຍຢາ ເສບຕິດ, ແກ້ງກວນເມືອງ, ອັກຄີໄພ, ຕະຫລອດຮອດ ການໃຊ້ສື່ອອນລາຍເຄື່ອນ ໄຫວແບ່ງແຍກ, ຍຸແຍ່ໃຫ້ປະ ຊາຊົນເຂົ້າໃຈຜິດຕໍ່ການຈັດ ຕັ້ງນຳພາ, ນັບທັງການເຄື່ອນ ໄຫວທີ່ບໍ່ສອດຄ່ອງກັບລະ ບຽບກົດໝາຍຕ່າງໆ, ສືບຕໍ່ ຕິດຕາມສະພາບການພາກ ພື້ນ ແລະ ສາກົນ ໂດຍມີການ ວິເຄາະວິໄຈຢ່າງເລິກເຊິ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອຽງຜົນກະທົບທາງດ້ານ ການເມືອງ, ເສດຖະກິດ ແລະ ສັງຄົມທີ່ອາດຈະມີຜົນກະທົບ ຕໍ່ປະເທດເຮົາ.
ເມື່ອຕັ້ງໂຈດກັນວ່າ ເຮົາ ຈະພ້ອມກັນເຮັດວິທີໃດຄວາມ ສະຫງົບປອດໄພຈຶ່ງຈະມາ ຢູ່ກັບເຮົາ? ຄຳຕອບກໍມີຢູ່ວ່າ ໃຫ້ພ້ອມກັນປະຕິບັດທິດຊີ້ນຳຂອງທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ອັນສອງ ມາໃຫ້ພ້ອມກັນມີສະຕິເປັນຫູ ເປັນຕາຊ່ວຍກັນໃນການປ້ອງກັນ ຄວາມສະຫງົບສຸກຂອງ ບ້ານເມືອງຈັດຕັ້ງໜ່ວຍປ້ອງກັນພາຍໃນ ຫລື ຈ້າງເອົາເຈົ້າ ໜ້າທີ່ຮັກສາຄວາມປອດໄພ ໄປປ້ອງກັນເວນຍາມເຊັ່ນ: ທະ ຫານ, ຕຳຫລວດ ຫລື ລປພ, ສ່ວນວ່າອັນສຸດທ້າຍແມ່ນໃຫ້ໃສ່ວົງຈອນປິດໃສ່ຈຸດຫລໍ່ ແຫລມສຳຄັນຕາມສຳນັກ ງານອົງການຂອງຕົນ, ນອກ ຈາກນັ້ນ, ກໍໃຫ້ນຳໃຊ້ລະບົບ ເຄື່ອງເອເລັກໂຕຣນິກເພື່ອ ຈັບໂຈນເພາະດຽວນີ້ໂຈນມັນ ກໍທັນສະໄໝແລ້ວ, ຖ້າເຮົາບໍ່ ລ້ຳສະໄໝກວ່າໂຈນເຮົາກໍປະ ລາໄຊໃຫ້ມັນຢ່າງເຈັບແສບ, ກົງກັນຂ້າມຖ້າເຮົາເກັ່ງກວ່າ ໂຈນ ມັນກໍຖືກເຮົາຍິງໃສ້ໂປດ ເໝືອນດັ່ງຢູ່ຕະຫລາດຊັ່ງ ຈຽງ.
ເວົ້າເຖິງການຊີ້ນຳ ຂອງ ຂັ້ນເທິງນັ້ນ, ບໍ່ວ່າຍາມໃດເພິ່ນ ກໍເວົ້າຢູ່ຕິກໆ; ແຕ່ບັນຫາການ ຜັນຂະຫຍາຍ ຫລື ວ່າການ ຈັດຕັ້ງປະຕິບັດນັ້ນຂ້ອນຂ້າງເປີະ ບາງໄລຍະກໍເຜີຕົວ ຖືເບົາ ທັງເຫັນແກ່ໄດ້ເຮັດຄືໂສ້ບໍ່ ເຄັ່ງຈຶ່ງເຮັດໃຫ້ຜົນທີ່ໄດ້ຮັບ ໃນບາງຂົງເຂດມັນບໍ່ໄປຕາມເປົ້າ, ໃນສະພາວະສັງຄົມທີ່ ເຕັມໄປດ້ວຍຄົນດີ ແລະ ຄົນ ຮ້າຍ, ມີທັງບວກ ແລະ ລົບ ຄືສະໄໝສູ່ມື້ນີ້ຖ້າພວກເຮົາບໍ່ພາກັນມີສະຕິແດ່, ບໍ່ມີການ ວິເຄາະເຈາະເລິກເຖິງຈິດ ຕະຍາດສັງຄົມລະຫວ່າງອັນ ກ້າວໜ້າ ແລະ ຫຍໍ້ທໍ້ ຫລື ລະ ຫວ່າງອັນດີກັບອັນຮ້າຍແມ່ນພວກເຮົາຈະເສຍແຕ້ມໃຫ້ ພວກຈອບຫລອຍສວຍໂອ ກາດນັບແຕ່ອັນເລັກໆນ້ອຍໆຕະປິດຕະປີ່ໄປຮອດອັນໃຫຍ່ໆ ດັ່ງປະຫວັດສາດທີ່ເຄີຍເປັນ ມາຂອງຊາດລາວເຮົາສຸດ ທ້າຍຄວາມ ທຸກຍາກລຳບາກ ກາກກຳລ້າຫລັງກໍຍັງນຳ ຄອບງຳຕິດຫ້ອຍຮ້ອຍຕາມ ຕໍ່ພວກເຮົາຈົນມາເຖິງທຸກ ວັນນີ້./.