ອາວະສານ ຊາຂຽວ


ຖ້າຢ້ອນເວລາກັບໄປ ເຄື່ອງດື່ມຍອດນິຍົມທີ່ສາມາດສ້າງກຳໄລໄດ້ດີ ອາດຈະໜີບໍ່ພົ້ນຊາຂຽວ, ແຕ່ຮູ້ ຫລື ບໍ່ວ່າ ປັດຈຸບັນເລື່ອງນີ້ພັດກົງກັນຂ້າມ ກຳໄລຂອງບໍລິສັດຊາຂຽວກຳລັງຫລຸດລົງເລື້ອຍໆ.
ບໍລິສັດ ອິຊິຕັນ ປະກາດຜົນປະກອບການໄຕມາດ 1 ອອກມາໜ້າຜິດຫວັງ ລາຄາຫຸ້ນຕົກ 19% ພາຍໃນວັນດຽວ, ສ່ວນບໍລິສັດ ໂອອິຊິ ກໍເຊັ່ນດຽວກັນ ລາຄາຫຸ້ນຕົກ 8%. ເລື່ອງນີ້ເປັນແນວໃດ ພວກເຮົາຈະເລົ່າໃຫ້ຟັງ:
ກ່ອນອື່ນມາເບິ່ງກຳໄລສຸດທິຢ້ອນຫລັງຂອງບໍລິສັດ ອິຊິຕັນ: ປີ 2014 ອິຊິຕັນ ມີກຳໄລ 1.079 ລ້ານບາດ, ປີ 2015 ອິຊິຕັນມີກຳໄລ 813 ລ້ານບາດ, ປີ 2016 ອິຊິຕັນມີກຳໄລ 369 ລ້ານບາດ, ປີ 2017 ອິຊິຕັນມີກຳໄລ 315 ລ້ານບາດ. ເຫັນໄດ້ວ່າ ອິຊິຕັນກຳລັງຢູ່ສະພາບຫລຸດຖອຍຮຸນແຮງ.
ໃນປີຜ່ານມາ, ຖ້າໃຜຍັງຈື່ໄດ້ ອິຊິຕັນ ໄດ້ອອກເຄື່ອງດື່ມຊູກຳລັງ T247 ເຊິ່ງອາດຖືໄດ້ວ່າເປັນການເປີດຕະຫລາດໃນເຄື່ອງດື່ມກຸ່ມໃໝ່ ພ້ອມກັບບໍລິສັດເອງໄດ້ມີການປັບກົນລະຍຸດ ເພື່ອເນັ້ນການສົ່ງອອກ ເພາະວ່າ ອິຊິຕັນ ເຫັນໄດ້ວ່າ ອຸດສາຫະກຳຊາຂຽວບໍ່ໄດ້ເຕີບໃຫຍ່ຄືສະໄໝກ່ອນແລ້ວ ລວມທັງການທີ່ມີຄູ່ແຂ່ງອື່ນໆເຂົ້າມາໃນຕະຫລາດຫລາຍຂຶ້ນ, ແຕ່ໂຊກຮ້າຍກໍມາຢາມອີກ ເມື່ອພາສີຂາເຂົ້າແບບໃໝ່ຈະຕ້ອງເສຍພາສີຈາກລາຄາຂາຍ ແລະ ຈາກຄວາມຫວານ ຍິ່ງຫວານຫລາຍຍິ່ງເສຍພາສີຫລາຍ ສົ່ງຜົນໃຫ້ ອິຊິຕັນ ຕ້ອງປັບລາຄາເຄື່ອງດື່ມຂຶ້ນ ແລະ ໃນໄຕມາດ 1 ຜ່ານມາ ເປັນໄຕມາດທຳອິດທີ່ບໍລິສັດ ອິຊິຕັນ ຈະໄດ້ຜົນກະທົບຂອງພາສີນ້ຳຕານຢ່າງເຕັມໄຕມາດ ແລະ ຜົນອອກມາກໍຄື ລາຍຮັບຂອງບໍລິສັດ ອິຊິຕັນ ໄຕມາດ 1 ປີ 2018 ຫລຸດລົງ 11,5% ຈາກປີຜ່ານມາ, ໃນທາງກົງກັນຂ້າມ ຕົ້ນທຶນການຂາຍເພີ່ມຂຶ້ນ 6,6% ຈາກປີຜ່ານມາ. ເມື່ອລາຍຮັບຫລຸດລົງ ແລະ ຕົ້ນທຶນເພີ່ມ ຜົນໄດ້ຮັບທີ່ອອກມາກໍຄື ຫາຍະນະ.
ອິຊິຕັນ ມີກຳໄລຫລຸດລົງເຖິງ 47,3% ຈາກປີຜ່ານມາ. ດັ່ງນັ້ນ ລາຄາຫຸ້ນໃນປັດຈຸບັນຈຶ່ງຕົກລົງຢ່າງຮຸນແຮງ. ຈຸດສົນໃຈກໍຄື ລາຄາຫຸ້ນຂອງ ອິຊິຕັນ ຫລຸດລົງເລື້ອຍໆຈາກຈຸດສູງສຸດ 29,75 ບາດ ເມື່ອ 4 ປີກ່ອນ. ຕອນນີ້ລາຄາຫຸ້ນເຫລືອ 5,85 ບາດ ໃຜທີ່ຊື້ຫຸ້ນໃນລາຄາສູງສຸດ ຕອນນີ້ຈະຂາດທຶນສູງເຖິງ 80% ແລະ ຄູ່ແຂ່ງຂອງ ອິຊິຕັນ ເປັນແນວໃດ ?
ບໍ່ພຽງແຕ່ ອິຊິຕັນ ເທົ່ານັ້ນທີ່ໄດ້ຮັບຜົນກະທົບ, ກະທັ້ງ ໂອອິຊິ ເຊິ່ງເປັນຜູ້ທີ່ມີສ່ວນແບ່ງໃນຕະຫລາດຊາຂຽວຫລາຍທີ່ສຸດກໍໄດ້ຮັບຜົນກະທົບເຊັ່ນກັນ. ໄຕມາດ 1 ປີ 2018 ລາຍຮັບຂອງບໍລິສັດ ໂອອິຊິ ຫລຸດລົງ 9,8% ເມື່ອທຽບໃສ່ປີຜ່ານມາ, ຍອດຂາຍເຄື່ອງດື່ມ ຫລຸດລົງ 18,9% ທຽບໃສ່ປີຜ່ານມາ ແລະ ຫາຍະນະກໍເກີດຂຶ້ນອີກເຊັ່ນກັນ ກຳໄລຂອງບໍລິສັດ ໂອອິຊິ ຫລຸດລົງ 41,6% ເຊິ່ງທັງໝົດນີ້ ໂອອິຊິ ໃຫ້ເຫດຜົນວ່າ ເປັນຜົນກະທົບຈາກຕະຫລາດຊາຂຽວທີ່ຫົດຕົວ ແລະ ເລ່ືອງພາສີເຊັ່ນດຽວກັນ.
ຈາກຂ່າວທີ່ອອກມາ ກະຊວງການເງິນຈະໃຫ້ເວລາຜູ້ປະກອບການປັບຕົວ 6 ປີ ແບ່ງເປັນ 3 ໄລຍະ, ໄລຍະລະ 2 ປີ ໂດຍຈະຄ່ອຍໆເພີ່ມອັດຕາພາສີຂຶ້ນ, ຖ້າເປັນຄວາມຈິງ ແປວ່າຕົ້ນທຶນຈະເພີ່ມອີກໃນອະນາຄົດ ແລະ ລາຄາຂາຍຂອງຊາຂຽວແບບຫວານອາດຕ້ອງປັບເພີ່ມອີກ.