ຍ້ອນຫຍັງການປູກໄມ້ຈິ່ງບໍ່ໄດ້ຕາມແຜນ

- F plant tree - ຍ້ອນຫຍັງການປູກໄມ້ຈິ່ງບໍ່ໄດ້ຕາມແຜນ
- kitchen vibe - ຍ້ອນຫຍັງການປູກໄມ້ຈິ່ງບໍ່ໄດ້ຕາມແຜນ

 ໂດຍ: ທ່ຽງທຳ  

ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ຍັງພຽງສິບກວ່າ ມື້ວັນປູກໄມ້ແຫ່ງຊາດ 1 ມິຖຸ ນາກໍຈະໝູນວຽນມາເຖິງ ແລ້ວ, ເຊິ່ງປີນີ້ລາວເຮົາໄດ້ ວາງຄາດໝາຍໄວ້ວ່າ: ຈະໃຫ້ ໄດ້ 27.000 ເຮັກຕາ, ອັນ ເປັນຕົວເລກສູງສົມຄວນເພື່ອ ພວກເຮົາຈະສາມາດເພີ່ມການ ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ໃນປີ 2020, ສາມາດ ປົກປັກສາຮັກສິ່ງແວດລ້ອມ, ແຫລ່ງນ້ຳ ແລະ ຄວາມອຸດົມ ສົມບູນຂອງຊີວະນາໆພັນເພື່ອ ສາມາດຕອບສະໜອງຜະລິດ ຕະພັນຕ່າງໆ ຈາກປ່າໄມ້ໃຫ້ ຍືນຍົງ, ນີ້ແມ່ນເປົ້າໝາຍທີ່ ໃຜໆກໍຄອງຄອຍ, ແຕ່ຢາກ ເຫັນໜ້າໃຫ້ເບິ່ງຫລັງ, ຕາມ ຕົວເລກສະຖິຕິຂະແໜງການ ກ່ຽວຂ້ອງໄດ້ຊີ້ໃຫ້ເຫັນວ່າ: ໃນຫລາຍປີຜ່ານມາໂດຍລວມ ແລ້ວຂະບວນການປູກໄມ້ຢູ່ ປະເທດເຮົາສ່ວນຫລາຍແມ່ນ ບໍ່ສາມາດບັນລຸຕົວເລກຄາດ ໝາຍຂອງແຜນການວາງໄວ້ ຄື: ປີ 2017 ຜ່ານມາຕົວເລກ ຄາດໝາຍແມ່ນ 20.000 ເຮັກຕາ, ແຕ່ຕົວຈິງປະຕິບັດ ໄດ້ພຽງ 8.200 ກວ່າເຮັກຕາ ເທົ່ານັ້ນ, ຖ້າຄິດໄລ່ເປັນສ່ວນ ຮ້ອຍກໍບໍ່ໄດ້ຮອດເຄິ່ງຂອງຕົວ ເລກຄາດໝາຍດັ່ງກ່າວ ແລະ ມັນເປັນຍ້ອນຫຍັງ? ຂະແໜງ ປ່າໄມ້ໃຫ້ເຫດຜົນວ່າ: ອັນທີ ໜຶ່ງແມ່ນຍ້ອນການເຊື່ອມຊຶມ ແລະ ຜັນຂະຫຍາຍແມ່ນຍຸດ ທະສາດ ແລະ ນະໂຍບາຍສົ່ງ ເສີມການປູກໄມ້ຂອງພັກ ແລະ ລັດຖະບານເຮົາວາງອອກບໍ່ ທັນໄດ້ດີ, ການລົງທຶນຊຸກຍູ້ ສົ່ງເສີມວຽກງານປູກໄມ້ໃຫ້ ແກ່ຮາກຖານທ້ອງຖິ່ນຍັງຈຳ ກັດ, ການຍົກເວັ້ນ ຫລື ຫລຸດ ຜ່ອນພາສີ, ອາກອນ ແລະ ພັນ ທະຕ່າງໆ ຈາກຜະລິດຕະພັນ ໄມ້ປູກ ແລະ ການນຳໃຊ້ທີ່ ດິນເພື່ອປູກໄມ້ຍັງບໍ່ທັນສອດ ຄ່ອງ, ພ້ອມນັ້ນກໍແມ່ນດ້ານ ການຕອບສະໜອງງົບປະ ມານໃຫ້ແກ່ການປູກໄມ້, ຟືນ ຟູປ່າ ຍັງຈຳກັດ ແລະ ບວກ ກັບຂອດການເອົາໃຈໃສ່ກວດ ການຄຸ້ມຄອງໄມ້ປູກໃໝ່ຂອງ ຂະແໜງການກ່ຽວຂ້ອງກໍຍັງ ປ່ອຍປະລະເລີຍຕາມມີຕາມ ເກີດ, ການສຶກສາຄົ້ນຄວ້າ ດ້ານທໍລະນີສາດ, ພູມສາດ ເພື່ອຕອບສະໜອງແນວພັນໄມ້ ນຳມາປູກຢູ່ແຕ່ລະແຫ່ງ, ແຕ່ ລະທ້ອງຖິ່ນກໍຍັງບໍ່ທັນມີຫຍັງ ພົ້ນເດັ່ນ, ເຊິ່ງຕົ້ນຕໍແລ້ວແມ່ນ ອີງໃສ່ແຕ່ຄວາມອາດສາມາດ ແລະ ເງື່ອນໄຂທີ່ມີຂອງທ້ອງ ຖິ່ນເທົ່ານັ້ນ, ເມື່ອເປັນເຊັ່ນນັ້ນ ຈິ່ງເຮັດໃຫ້ການຢູ່ລອດ ແລະ ການເຕີບໃຫຍ່ຂອງຕົ້ນໄມ້ປູກ ໃໝ່ແມ່ນມີໜ້ອຍທີ່ສຸດ, ບວກ ກັບຄວາມເປັນເຈົ້າການ ແລະ ຈິດສຳນຶກຕໍ່ການອະນຸລັກຮັກ ສາປ່າໄມ້ຂອງປະຊາຊົນເຮົາ ສ່ວນໜຶ່ງກໍຍັງບໍ່ທັນເລິກເຊິ່ງ ເທົ່າທີ່ຄວນ.

- Visit Laos Visit SALANA BOUTIQUE HOTEL - ຍ້ອນຫຍັງການປູກໄມ້ຈິ່ງບໍ່ໄດ້ຕາມແຜນ

ດັ່ງນັ້ນເພື່ອເຮັດໃຫ້ການ ປູກໄມ້ປີນີ້ບັນລຸຕົວເລກຄາດ ໝາຍວາງໄວ້, ພວກເຮົາຈະ ຕ້ອງໄດ້ສຸມໃສ່ປັບປຸງ, ປ່ຽນ ແປງພຶດຕິກຳເກົ່າໄປສູ່ອັນໃໝ່ ໃຫ້ມີປະສິດທິຜົນກວ່າເກົ່າ ຈິ່ງ ຈະເຮັດໃຫ້ພູປອກໂລ້ນກາຍ ເປັນປ່າສີຂຽວໄດ້./.

 

ຈົ່ງສ້າງຂະບວນການປູກຕົ້ນໄມ້ໃຫ້ມີປະສິດທິຜົນ

ຈົ່ງພ້ອມກັນປູກຕົ້ນໄມ້ເພື່ອຫລຸດພາວະໂລກຮ້ອນ

 

- F plant tree - ຍ້ອນຫຍັງການປູກໄມ້ຈິ່ງບໍ່ໄດ້ຕາມແຜນ

- 5 - ຍ້ອນຫຍັງການປູກໄມ້ຈິ່ງບໍ່ໄດ້ຕາມແຜນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!