ເລຂາທິກນ ສປຊ ຢ້ຽມຢາມໂຊມາລີເື່ອກວດເບິ່ງວິກິດຂາດເຂີນອາຫານ
March 9, 2017 - 11:32 AM


ເລຂາທິການ ສປຊ ມີຖະແຫລງການລົງທະວິດເຕີໃນເຊົ້າວັນທີ 7 ມີນານີ້ ຂະນະເດີນທາງ ເຖິງໂຊມາລີ ໂດຍກ່າວວ່າ: ປະຊາຊົນພວມຈະເສຍຊີວິດ ແລະ ທົ່ວໂລກຕ້ອງຊ່ວຍກັນລະງັບໃຫ້ໄດ້. ໂຊມາລີເປັນສ່ວນໜຶ່ງຂອງໂຄງການລະດົມການຊ່ວຍເຫຼືອມູນຄ່າ 4.000 ລ້ານໂດລາສະຫະລັດ ຂອງສະຫະປະຊາຊາດ ທີ່ປະກາດໃນເດືອນກຸມພາຜ່ານມາ. ສຳລັບ 4 ປະເທດທີ່ຜະເຊີນກັບຄວາມຂັດແຍ່ງ ແລະ ອຶດຫິວ ເຊິ່ງລວມທັງໄນຈີຣີ, ເຢເມນ ແລະ ຊູດັງໃຕ້ທີ່ຜະເຊີນສະພາບຂາດເຂີນອາຫານ.
ກ່ອນໜ້ານີ້ ໂຊມາລີຖະແຫລງຍອດຜູ້ເສຍຊີວິດເທື່ອທຳອິດໃນທ້າຍອາທິດຜ່ານມານັບແຕ່ປະກາດໃຫ້ເປັນໄພພິບັດແຫ່ງຊາດໃນອາທິດຜ່ານມາ ໂດຍລະບຸວ່າມີ 110 ຄົນທີ່ເສຍຊີວິດໃນໄລຍະເວລາ 48 ຊົ່ວໂມງພາຍໃນເຂດດຽວ. ສະຫະປະຊາຊາດຕີລາຄາວ່າ: ປະຊາຊົນ 5 ລ້ານຄົນໃນໂຊມາລີ ຕ້ອງການການຊ່ວຍເຫລືອຮີບດ່ວນ ທ່າມກາງປະກາດເຕືອນວິກິດຂາດເຂີນອາຫານ.