ນະຄອນຫລວງວຽງຈັນ ກຽມປິດໂຮງງານຂ້າສັດຫລາຍແຫ່ງທີ່ບໍ່ໄດ້ມາດຕະຖານ


ປັດຈຸບັນ ນະຄອນຫລວງວຽງຈັນ ໄດ້ເລັ່ງກວດກາບັນດາໂຮງງານຂ້າສັດ ແລະ ບ່ອນຂ້າສັດຍ່ອຍ ເພື່ອໃຫ້ປະຕິບັດຕາມມາດຕະຖານຂອງໂຮງງານຂ້າສັດ ແລະ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫລວງວຽງຈັນວາງອອກ, ພາຍຫລັງພົບວ່າມີໂຮງງານຂ້າສັດຫລາຍແຫ່ງບໍ່ມີຄຸນນະພາບ ແລະ ບໍ່ໄດ້ມາດຕະຖານ ແລະ ບໍ່ຮັບປະກັນສຸຂະນາໄມ ທີ່ເປັນອັນຕະລາຍແກ່ຜູ້ບໍລິໂພກ.
ໃນວັນທີ 10 ພຶດສະພາ ນີ້, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ “ການປັບປຸງ ດັດສົມໂຮງງານຂ້າສັດ ແລະ ບ່ອນຂາຍສັດຍ່ອຍ” ໂດຍການເປັນປະທານຂອງທ່ານ ນາງ ວັນມະນີ ພິມມະສານ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ. ມີຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງກອຸດສາຫະກຳ ແລະ ການຄ້າ ແລະ ພະນັກງານ-ວິຊາການທີ່ກ່ຽວຂ້ອງ ພ້ອມດ້ວຍຜູ້ປະກອບການທຸລະກິດດັ່ງກ່າວເຂົ້າຮ່ວມ.
ທ່ານ ນາງ ວັນມະນີ ພິມມະສານ ເປີດເຜີຍຕໍ່ກອງປະຊຸມວ່າ: ປັດຈຸບັນ ທົ່ວນະຄອນຫຼວງວຽງຈັນ ມີໂຮງງານຂ້າສັດ ແລະ ບ່ອນຂ້າສັດຍ່ອຍ ທີ່ໄດ້ຮັບອະນຸຍາດ ດຳເນີນກິດຈະການທັງໝົດ 28 ແຫ່ງ, ອັດຕາການຂ້າສັດຕໍ່ວັນສະເລ່ຍໝູ 560 ໂຕ, ງົວ, ຄວາຍ 58 ໂຕ ໃນນີ້ ມີໂຮງງານຕັ້ງຢູ່ເມືອງຈັນທະບູລີ 1 ແຫ່ງ, ສີໂຄດຕະບອງ 3 ແຫ່ງ, ໄຊເສດດຖາ 1 ແຫ່ງ, ນາຊາຍທອງ 3 ແຫ່ງ, ໄຊທານີ 8 ແຫ່ງ, ຫາດຊາຍຟອງ, ເມືອງ ສັງທອງ ແລະ ເມືອງ ປາກງື່ມ ເມືອງລະ 4 ແຫ່ງ. ຜ່ານການລົງຕິດຕາມກວດກາເຫັນວ່າການດຳເນີນກິດຈະການໂຮງຂ້າສັດ ແລະ ບ່ອນຂາຍສັດຍ່ອຍຈຳນວນ 13 ແຫ່ງແມ່ນບໍ່ໄດ້ຕາມມາດຕະຖານໂຮງງານຂ້າສັດ ແລະ ຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງຄື: ມາດຕະຖານດ້ານອາຄານໂຮງງານ, ເຄື່ອງຈັກ ແລະ ມາດຕະຖານດ້ານຄວາມປອດໄພ ສຸຂະອະນາໄມໂຮງງານເຊັ່ນ: ບໍ່ມີຫ້ອງການ, ບໍ່ມີບ່ອນພັກສັດ, ເປັນອາຄານເປີດ ການຈັດສັນພື້ນທີ່ບໍ່ເປັນລະບຽບ ແລະ ບໍ່ຮັບປະກັນຄວາມສະອາດ, ບໍ່ມີສາງເຢັນ, ພາຊະນະບັນຈຸຊີ້ນບໍ່ໄດ້ມາດຕະຖານ ບໍ່ມີເຄື່ອງຍົກນ້ຳໜັກ ເພື່ອຍົກຊາກສັດ ແລະ ບໍ່ມີໝາກລ໋ອກສະຫວັນເພື່ອລຳລຽງຊາກສັດໄປຕາມຂັ້ນຕອນການຜະລິດ ບໍ່ມີລະບົບເຕືອນໄພ, ບໍ່ມີລະບົບປ້ອງກັນອັນຕະລາຍຈາກເຄື່ອງຈັກອຸປະກອນປ້ອງກັນຝຸ່ນ, ກິ່ນ ແລະ ຕູ້ຢາສຸກເສີນປະຈຳໂຮງງານ. ຊຶ່ງທັງໝົດນີ້, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ແນະນຳໃຫ້ບັນດາໂຮງງານດັ່ງກ່າວປັບປຸງມາດຕະຖານໃຫ້ດີຂຶ້ນ ໂດຍໃຫ້ເວລາ 3 ເດືອນ, ຖ້າຍັງຝ່າຝືນ ແມ່ນຈະສັ່ງປິດທັນທີ ໂດຍອີງຕາມຄຳສັ່ງເຈົ້າຄອງນະຄອນຫລວງວຽງຈັນ. ເພື່ອຫັນສູ່ການບໍລິການ ມີການພັດທະນາໄປສູ່ຄຸນະພາບ ແລະ ເຮັດໃຫ້ພາກສ່ວນທຸລະກິດເຂົ້າໃຈນະໂຍບາຍ ແລະ ທິດທາງຂອງລັດຖະບານ ເວົ້າລວມ ເວົ້າສະເພາະແມ່ນວິໃສທັດຂອງນະຄອນຫຼວງວຽງຈັນ ພ້ອມທັງເປັນການຍົກລະດັບຄວາມຮູ້ ຄວາມສາມາດ ແລະ ເຕັກນິກໃນການຜະລິດໃຫ້ແກ່ຜູ້ປະກອບການ ໃຫ້ຖືກຕ້ອງຕາມຫຼັກສຸຂະອະນາໄມຮັບປະກັນໄດ້ຄວາມສະອາດຕໍ່ຜູ້ບໍລິໂພກ.