ລາວຈັດສອບເສັງນັກຮຽນເກັ່ງລະດັບຊາດ ຊັ້ນ ມ4 ແລະ ມ7 ປະຈຳປີ 2017


ທ່ານຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວເປີດພິທີວ່າ: ການສອບເສັງດັ່ງກ່າວ ຈັດຂຶ້ນເປັນປີທີ 8, ເພື່ອສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກດ້ານຄວາມຮູ້ ແລະ ຄວາມສາມາດ, ພອນສະຫວັນ ແລະ ຫົວຄິດປະດິດສ້າງຂອງຕົນເອງ, ພ້ອມທັງ ສົ່ງເສີມ ແລະ ຊຸກຍູ້ຂະບວນການສອນດີ-ຮຽນເກັ່ງຢູ່ໂຮງຮຽນມັດທະຍົມສຶກສາໃນຂອບເຂດທົ່ວປະເທດໃຫ້ມີບັນຍາກາດຟົດຟື້ນ, ມີລັກສະນະແຂ່ງຂັນ ແລະ ມີຄຸນນະພາບ; ທັງເປັນການຍ້ອງຍໍນັກຮຽນເກັ່ງ ແລະ ໃຫ້ໂອກາດແກ່ຜູ້ທີ່ສອບເສັງໄດ້ຊະນະເລີດອັນດັບທີ 1, 2 ແລະ 3 ແຕ່ລະວິຊາໄດ້ຮັບທຶນການສຶກສາ ເພື່ອຮຽນຕໍ່ໃນວິຊາທີ່ຕົນເອງມັກ ແລະ ມີຄວາມສາມາດ, ນອກນີ້ ຍັງເປັນການຄັດເລືອກ ແລະ ສົ່ງເສີມນັກຮຽນເກັ່ງທີ່ມີພອນສະຫວັນແຕ່ລະວິຊາ ໃນການເປັນຕົວແທນຂອງຊາດເຂົ້າຮ່ວມການແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນນຳອີກ.
ພ້ອມກັນນີ້ ຄະນະກຳມະການການສອບເສັງ ຍັງໄດ້ຈັດໃຫ້ມີການແຂ່ງຂັນຖາມ-ຕອບວິທະຍາສາດ ແລະ ຄວາມຮູ້ຮອບຕົວ ໃນມື້ສຸດທ້າຍຂອງການສອບເສັງ, ເພື່ອຊີງ ລາງວັນຕ່າງໆ, ພ້ອມນີ້ ຍັງໄດ້ຈັດໃຫ້ມີການທັດສະນະສຶກສາຕາມສະຖານທີ່ປະຫວັດສາດ ແລະ ມູນເຊື້ອວັດທະນະທຳຂອງນະຄອນຫລວງວຽງຈັນ ເພື່ອເຮັດໃຫ້ຄູ-ນັກຮຽນຈາກທົ່ວປະເທດ ໄດ້ແລກປ່ຽນ ແລະ ຖອດຖອນບົດຮຽນຮ່ວມກັນຢ່າງໃກ້ຊິດຕື່ມອີກ.