ໄຟໃໝ້ເຮືອນປະຊາຊົນ 32 ຫລັງທີ່ເມືອງຄຳ
May 8, 2018 - 11:00 PM


ເຈົ້າໜ້າທີ່ ປກສ ເມືອງຄຳແຂວງຊຽງຂວາງ ລາຍງານວ່າ: ເວລາປະມານ18-19 ໂມງຂອງວັນທີ 7 ພຶດສະພານີ້, ໄດ້ເກີດເຫດໄຟໃໝ້ເຮືອນປະຊາຊົນບ້ານສັນແພນເມືອງຄໍາເສຍຫາຍ 32 ຫລັງ, ຕາມການສັນນິຖານເບື້ອງຕົ້ນອາດເກີດຈາກໄຟຟ້າລັດວົງຈອນ, ສ່ວນມູນຄ່າການເສຍຫາຍຍັງບໍ່ທັນສາມາດປະເມີນໄດ້.
ທ່ານຮອງໜ່ວຍງານກົດລັບກອງບັນຊາການ ປກສ ເມືອງຄຳ ລາຍງານວ່າ:ບ້ານດັ່ງກ່າວມີຈຳນວນ 47 ຫລັງຄາ, ຊຶ່ງໄດ້ຮັບຄວາມເສຍຫາຍຈຳນວນ 32ຫລັງ ທີ່ເປັນເຮືອນຊົນເຜົ່າລາວຜ້ອງ ທີ່ມີປະຊາຊົນອາໃສຢູ່ 300 ກວ່າຄົນ, ປັດຈຸບັນຂາດບ່ອນຢູ່ອາໄສ, ຊຶ່ງທາງອໍານາດການປົກຄອງທ້ອງຖິ່ນ ພວມເລັ່ງຊ່ວຍເຫລືອບັນເທົາທຸກຜູ້ໄດ້ຮັບຜົນກະທົບດັ່ງກ່າວ ແລະ ຮຽກຮ້ອງມາຍັງຜູ້ໃຈບຸນທັງຫລາຍຈົ່ງຊ່ວຍແບ່ງເບົາ ເພື່ອໃຫ້ເຂົາເຈົ້າຫວິດຈາກຄວາມທຸກຄັ້ງນີ້ດ້ວຍ.