ຫລວງພະບາງ ຫວັງເກັບຄະແນນຈາກ ປກສ

- 31961318 774596209417621 5550393400626249728 n 1 - ຫລວງພະບາງ ຫວັງເກັບຄະແນນຈາກ ປກສ
- kitchen vibe - ຫລວງພະບາງ ຫວັງເກັບຄະແນນຈາກ ປກສ

ສະໂມສອນ ຫລວງພະບາງ ຢູໄນເຕັດ ຫວັງເກັບຄະແນນຈາກ ສະໂມສອນ ປກສ ເອັຟຊີ ໃນວັນທີ 17 ພຶດສະພາ ເວລາ 16:00 ໂມງ ທີ່ສະໜາມກິລານະຄອນຫລວງພະບາງ ຂອງການແຂ່ງຂັນເປບຊີ ລາວພຣີເມຍລີກ 2018.

ຕາມການໃຫ້ສໍາພາດ ທ່ານ ວາລະສິນ ດາລາພອນ ຄູຝຶກສະໂມສອນ ຫລວງພະບາງ ຢູໄນເຕັດ ວ່າ: ການລົງສະໜາມຄັ້ງນີ້ຖືວ່າເປັນຄັ້ງທີ 3 ທີ່ພວກເຮົາໄດ້ເປັນເຈົ້າບ້ານ ເຊິ່ງພວກເຮົາມີຄວາມໄດ້ປຽບຫລາຍສົມຄວນ ເພາະນັກກິລາຂອງພວກເຮົາແມ່ນມີຄວາມລຶ້ງເຄີຍ ແລະ ໄດ້ປຽບທາງດ້ານສະໜາມ. ຢ່າງໃດກໍຕາມ ເຖິງວ່າສະໂມສອນ ປກສ ເອັຟຊີ ຈະເປັນສະໂມສອນທີ່ມີນັກເຕະດີຫລາຍຄົນກໍຕາມ ແຕ່ການລົງສະໜາມຄັ້ງນີ້ພວກເຮົາຈະເກັບເອົາ 3 ຄະແນນໃຫ້ໄດ້ ເພື່ອຮັກສາອັນດັບທີ 2 ​ໃຫ້ໄດ້ໃນອາທິດນີ້.

- Visit Laos Visit SALANA BOUTIQUE HOTEL - ຫລວງພະບາງ ຫວັງເກັບຄະແນນຈາກ ປກສ

ສ່ວນຕາຕະລາງການແຂ່ງຂັນວັນທີ 9 ພຶດສະພາ ເວລາ 17:00 ໂມງ ສະໂມສອນ ກອງທັບ ເອັຟຊີ ພົບ ສະໂມສອນ ປກສ ເອັຟຊີ ທີ່ສະໜາມກິລາແຫ່ງຊາດຫລັກ 16, ວັນເສົາ 12 ພຶດສະພາ ເວລາ 15:30 ໂມງສະໂມສອນ ດີເຄ ເອັຟຊີ ພົບ ສະໂມສອນ ປກສ ເອັຟຊີ ທີ່ສະໜາມກິລາ ມຊ 16.

- 3 - ຫລວງພະບາງ ຫວັງເກັບຄະແນນຈາກ ປກສ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!