ແຟນຜີດີໃຈ ເຟີກີ້ ຮູ້ສຶກຕົວ ອາການດີຂຶ້ນ ຫລັງຜ່າຕັດເລືອດຄັ່ງໃນສະໝອງ
May 8, 2018 - 6:55 PM


ເຊີ ອາເລັກ ເຟີກູສັນ ຜູ້ຈັດການທີມລະດັບຕຳນານທີມ ແມນເຊັສເຕີ ຢູໄນເຕັດ ຫລັງຈາກເຂົ້າຮັບການຜ່າຕັດສຸກເສີນ ເພື່ອຮັກສາອາການເລືອດຄັ່ງໃນສະໝອງ ໃນທ້າຍອາທິດຜ່ານມາ.
ຫລ້າສຸດມີລາຍງານວ່າ: ຜູ້ຈັດການທີມອາຍຸ 76 ປີ ຮູ້ສຶກຕົວແລ້ວ ແລະ ສາມາດໂອ້ລົມສົນທະນາກັບຍາດພີ່ນ້ອງເຖິງອາການຂອງຕົນເອງໄດ້, ເຖິງວ່າຍັງບໍ່ໄດ້ຮັບການຢືນຢັນຈາກແພດ ເນື່ອງຈາກທາງຄອບຄົວຕ້ອງການຄວາມເປັນສ່ວນຕົວ, ແຕ່ທ່າອ່ຽງຈາກລາຍງານແລ້ວນັ້ນ ຖືວ່າຂ້ອນຂ້າງຈະເປັນຂ່າວດີ. ເຖິງຢ່າງໃດກໍຕາມ ແພດຍັງຕ້ອງເຝົ້າຕິດຕາມອາການຂອງລາວຢ່າງໃກ້ຊິດຕໍ່ໄປ.