ເມື່ອໃດການຈະລາຈອນບົນເສັ້ນທາງ 450 ປີ ຈິ່ງຈະໄດ້ຮັບການຄວບຄຸມ

- 992222 - ເມື່ອໃດການຈະລາຈອນບົນເສັ້ນທາງ 450 ປີ ຈິ່ງຈະໄດ້ຮັບການຄວບຄຸມ
- kitchen vibe - ເມື່ອໃດການຈະລາຈອນບົນເສັ້ນທາງ 450 ປີ ຈິ່ງຈະໄດ້ຮັບການຄວບຄຸມ

  ໂດຍ: ທ່ຽງທຳ  

      ສະບາຍດີ, ເພື່ອນຜູ້ອ່ານທີ່ ຮັກແພງ, ນັບແຕ່ເສັ້ນທາງ 450 ກໍ່ສ້າງສຳເລັດ ແລະ ໄດ້ເປີດນຳ ໃຊ້ໃນປີ 2009 ເພື່ອລະນຶກວຽງ ຈັນ ເປັນນະຄອນຫລວງຄົບ ຮອບ 450 ປີ, ກໍນັບວ່າ ສົມ ກຽດອີ່ຫລີ, ທີ່ລັດຖະບານເຮົາ ໄດ້ລົງທຶນຢ່າງມະຫາສານເພື່ອ ສ້າງເສັ້ນທາງດັ່ງກ່າວພ້ອມແນ ໃສ່ອຳນວຍຄວາມສະດວກໃຫ້ ແກ່ການສັນຈອນໄປມາໃນຕົວ ເມືອງຫລວງລຸລ່ວງໄປໂດຍດີ, ຜູ້ໃຊ້ລົດໃຊ້ຖະໜົນໃຜໆ ກໍດີໃຈ ເມື່ອມີຖະໜົນໃໝ່ທັງໃຫຍ່ທັງ ຍາວ, ແຕ່ໃຊ້ການມາໄດ້ໄລຍະ ໜຶ່ງກໍມີຂ່າວບໍ່ດີຕາມມາຢ່າງ ລຽນຕິດໃນເສັ້ນທາງດັ່ງກ່າວ, ໂດຍສະເພາະແມ່ນບັນຫາອຸປະ ຕິເຫດ ແລະ ການປຸ້ນຈີ້ກໍມີເພາະ ເປັນເສັ້ນທາງປ່ຽວ ແລະ ສ່ວນ ຫລາຍແມ່ນມືດເພາະບໍ່ມີໄຟ ເຍືອງທາງ, ຖ້າມີກໍພຽງຢູ່ບໍລິ ເວນຄິວລົດສາຍໃຕ້ລົງມາໜ້ອຍ ໜຶ່ງເທົ່ານັ້ນ ແລະ ສ່ວນສຳຄັນ ແມ່ນຍັງບໍ່ມີການຄວບຄຸມຂອງ ເຈົ້າໜ້າທີ່ຈະລາຈອນແຕ່ຢ່າງ ໃດ, ອັນເປັນຕົ້ນເຫດເຮັດໃຫ້ຜູ້ ຂັບຂີ່ທັງຫລາຍ, ໂດຍສະເພາະ ແມ່ນຂະບວນລົດບັນທຸ, ລົດແກ່ ດິນ, ແກ່ຊາຍບໍ່ຄອຍຈະປະຕິ ບັດລະບຽບຈະລາຈອນແຕ່ຢ່າງ ໃດ, ເຖິງຈະເປັນເສັ້ນທາງສອງ ເລນໃຫຍ່ແຕ່ຄາວໆ ກໍມີລົດ ແລ່ນສວນທາງມາໂດຍບໍ່ໄດ້ເອົາ ຫົວຊາຕໍ່ລະບຽບການຈະລາ ຈອນແຕ່ຢ່າງໃດ, ເພາະວ່າການ ປະກອບສ້າງຂອງເສັ້ນທາງດັ່ງ ກ່າວແມ່ນມີບ່ອນກັບລົດໜ້ອຍ, ຖ້າເລນນີ້ຈະຜ່ານໄປເລນນັ້ນກໍ ຕ້ອງໄດ້ໃຊ້ເວລາດົນເຕີບຈິ່ງກັບ ລົດໄດ້. ດັ່ງນັ້ນນັກຂັບຂີ່ຜູ້ມັກງ່າຍ ແດ່ເພິ່ນກໍຈະແລ່ນລົດສວນເລນ ຂຶ້ນມາເລີຍ, ຖ້າຜູ້ຂັບຂີ່ບໍ່ລະມັດ ລະວັງແດ່ກໍຈະມາໃຫ້ເກີດອຸປະ ຕິເຫດໄດ້ງ່າຍ, ກໍດັ່ງຈຸດໄຟແດງ ນາຄວາຍຜ່ານທາງເສັ້ນນີ້ ອອກ ສູ່ຫລັກ 27 ຂອງເສັ້ນທາງ 13 ໃຕ້, ເມື່ອກ່ອນກໍເປັນຈຸດມັກເກີດ ອຸປະຕິເຫດ, ແຕ່ພາຍຫລັງເຈົ້າ ໜ້າທີ່ໄດ້ໄປຕັ້ງປ່ອມຍາມຢູ່ຈຸດ ນັ້ນເພື່ອກວດກາຄວບຄຸມລະ ບຽບການຈະລາຈອນມານີ້ກໍ ເຮັດໃຫ້ການເກີດອຸປະຕິເຫດຢູ່ ບໍລິເວນດ່ັງກ່າວຫລຸດຜ່ອນລົງ ຢ່າງຈະແຈ້ງ. ດັ່ງນັ້ນໃນບົດຂຽນນີ້ທ່ຽງ ທຳ ກໍຂໍຮຽກຮ້ອງໃຫ້ພາກສ່ວນ ກ່ຽວຂ້ອງຕ່າງໆ, ໂດຍສະເພາະ ເຈົ້າໜ້າທີ່ຈະລາຈອນຈິ່ງໄດ້ ເພີ່ມທະວີຄວບຄຸມລະບຽບການ ຈະລາຈອນຢູ່ບົນເສັ້ນທາງດັ່ງ ກ່າວໃຫ້ຫລາຍຂຶ້ນເພື່ອຄວາມ ປອດໄພຂອງຜູ້ໃຊ້ລົດໃຊ້ຖະ ໜົນ, ເພາະປັດຈຸບັນຢູ່ເຂດ 450 ປີນີ້ ກໍມີຫລາຍສຳນັກງານ ອົງການ ແລະບໍລິສັດຫ້າງຮ້ານ ຕ່າງໆ ໄດ້ຖະຍອຍກັນເຂົ້າມາ ດຳລົງຊີວິດຢູ່ນັບມື້ຫລາຍຂຶ້ນ ດັ່ງນັ້ນການຄວບຄຸມລະບຽບ ການຈະລາຈອນຢູ່ບົນເສັ້ນທາງ ດັ່ງກ່າວຍິ່ງມີຄວາມຈຳເປັນ./.

- Visit Laos Visit SALANA BOUTIQUE HOTEL - ເມື່ອໃດການຈະລາຈອນບົນເສັ້ນທາງ 450 ປີ ຈິ່ງຈະໄດ້ຮັບການຄວບຄຸມ

ເຈົ້າເມືອງອາດສະພອນລົງສຳຫລວດຄວາມເປັນໄປໄດ້ໃນການສ້າງເສັ້ນທາງຂ້າມສັນພູຊ້າງແຫ່

ເສັ້ນທາງ 450 ປີຂາດລະບຽບຈະລາຈອນ2018

 

- 992222 - ເມື່ອໃດການຈະລາຈອນບົນເສັ້ນທາງ 450 ປີ ຈິ່ງຈະໄດ້ຮັບການຄວບຄຸມ
(ພາບປະກອບ)

- 3 - ເມື່ອໃດການຈະລາຈອນບົນເສັ້ນທາງ 450 ປີ ຈິ່ງຈະໄດ້ຮັບການຄວບຄຸມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!