ຄະແນນນິຍົມຜູ້ນຳສອງເກົາຫລີ ເພີ່ມຂຶ້ນຫລັງປະຊຸມຄັ້ງສຳຄັນ

- rtx5zfnu - ຄະແນນນິຍົມຜູ້ນຳສອງເກົາຫລີ ເພີ່ມຂຶ້ນຫລັງປະຊຸມຄັ້ງສຳຄັນ
- kitchen vibe - ຄະແນນນິຍົມຜູ້ນຳສອງເກົາຫລີ ເພີ່ມຂຶ້ນຫລັງປະຊຸມຄັ້ງສຳຄັນ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ຜົນສຳ​ຫລວດ​ຄວາມ​ຄິດ​ເຫັນ​ຊາວ ສ.​ເກົາຫລີ ທີ່​ມີ​ຕໍ່​ປະທານ​າທິບໍດີ ມຸນ ​ແຈ​ອິນ ​ໂດຍ​ສຳນັກ​ວິ​ໄຈ “ຣຽວມິ​ເຕີ” ພົບ​ວ່າ​ຄະ​ແນນ​ນິຍົມ​ຂອງ​ຜູ້ນຳ ສ.​ເກົາຫລີ ອາຍຸ 65 ປີ ຫລັງ​ຜ່ານ​ພົ້ນກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ຮ່ວມ​ກັບ​ທ່ານ ກິມ ຈ໋ອງອຸນ ຜູ້ນຳ​ສູງ​ສຸດ​ຂອງ ສປປ ​ເກົາຫລີ ​ໃນ​ວັນ​ທີ 27 ​ເມສາ​ຜ່ານ​ມາ ຢູ່​ທີ່ 78,6% ​ເພີ່ມ​ຂຶ້ນຫລາຍ​ກວ່າ 8 ຈຸດ​ຈາກ​ໄລຍະ​ເວລາ​ກ່ອນ​ກອງ​ປະຊຸມ ຖື​ເປັນ​ຄະ​ແນນ​ນິຍົມ​ໃນ​ລະດັບ​ສູງ​ທີ່​ສຸດ​ເປັນ​ປະຫວັດສາດ​ສຳລັບ​ທ່ານ ມຸນ ​ແຈ​ອິນ ນັບ​ແຕ່​ຮັບ​ຕຳ​ແໜ່​ງ​ໃນ​ເດືອນ​ພຶດສະພາ​ປີຜ່ານມາ.

ຂະນະ​ທີ່​ຜົນສຳ​ຫລວດ​ຄວາມ​ຄິດ​ເຫັນ​ຊາວ ສ.​ເກົາຫລີ ​ໃນ​ໄລຍະ​ຜ່ານ​ພົ້ນກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ສອງ​ເກົາຫລີ ຈັດ​​ໂດຍ​ສະຖານີ​ໂທລະພາບ MBC ​ເຊິ່ງ​ເປັນ​ໜຶ່ງ​ໃນ​ສະຖານີ​ໂທລະພາບ​ຊັ້ນນຳ​ຂອງ​ປະ​ເທດ ປາກົດ​ວ່າ: 78% ຂອງ​ກຸ່ມ​ຕົວຢ່າງ​ມີ​ມຸມ​ມອງ​ຕໍ່​ທ່ານ ກິມ ຈ໋ອງອຸນ ​ເປັນ​ບຸກຄົນ​ທີ່ “​ເຊື່ອ​ຖື​ໄດ້” ​ແລະ ຫາກ​ວິ​ເຄາະ​ລະອຽດ​ຍິ່ງ​ຂຶ້ນຈາກ​ອັດຕາ​ສ່ວນ​ດັ່ງກ່າວ​ພົບ​ວ່າ​ປະມານ 60%​ ​ເບິ່ງ​ຜູ້ນຳ​ຂອງ ສປປ ​ເກົາຫລີ “​ໄວ້​ວາງ​ໃຈ​ໄດ້​ໃນ​ພາບ​ລວມ” ສ່ວນ​ອີກ​ປະມານ 17% ​ເບິ່ງ​ວ່າ​ທ່ານ ກິມ ຈ໋ອງອຸນ “ໜ້າ​ເຊື່ອ​ຖື​”.

- 5 - ຄະແນນນິຍົມຜູ້ນຳສອງເກົາຫລີ ເພີ່ມຂຶ້ນຫລັງປະຊຸມຄັ້ງສຳຄັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!