ປີນີ້ເມືອງດາກຈຶງ ຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ໄດ້ 9.000 ຄົນ


ໃນວັນທີ 28 ເມສານີ້, ອໍານາດການປົກເມືອງດາກຈຶງ ແຂວງເຊກອງ ໄດ້ຈັດ ງານ ເປີດປີທ່ອງທ່ຽວລາວ 2018 ຕິດພັນກັບງານບຸນ ຊ່ວງເຮືອປະເພນີຂຶ້ນທີ່ ເມືອງ ຂອງຕົນດ້ວຍບັນຍາກາດ ຟົດຟື້ນໂດຍການເຂົ້າຮ່ວມ ຂອງ ທ່ານ ຖາວອນ ພົມມະ ໄລລຸນ ຮອງເຈົ້າແຂວງ ເຊ ກອງ, ມີຄະນະນໍາທ້ອງຖິ່ນ ພ້ອມດ້ວຍປະຊາຊົນເຂົ້າ ຮ່ວມຢ່າງຫລວງຫລາຍ.


+ ແຂວງຄຳມ່ວນປຶກສາຫາລືແກ້ໄຂບັນຫາລົດບໍລິການນັກທ່ອງທ່ຽວ
+ ປີໃໝ່ນີ້ ນະຄອນຫລວງວຽງຈັນຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ໄດ້ກ່ວາ 10 ພັນຄົນ.
ໃນງານ ໄດ້ມີຂະບວນ ກ້ອນກໍາລັງຂອງເຜົ່າຕ່າງໆ, ການສະແດງສິລະປະພື້ນ ເມືອງ, ບຸນປະເພນີຊ່ວງເຮືອ, ແຂ່ງຂັນກິລາ, ຈັດງານວາງ ສະແດງສິນຄ້າ ແລະ ຜະລິດ ຕະພັນກະສິກໍາປອດສານພິດ, ປະກວດອາຫານພື້ນເມືອງ ແລະ ອື່ນໆ ເປັນເວລາ 5 ວັນ ນັບແຕ່ວັນທີ 25-30 ເມສາ 2018.


ທ່ານ ໄລສວນ ມິດສຸວັນ ເຈົ້າເມືອງດາກຈຶງ ໄດ້ໃຫ້ສໍາ ພາດນັກຂ່າວເຊກອງວ່າ: ເມືອງຂອງຕົນມີປະຊາກອນທັງຫມົດ 24.000 ກວ່າຄົນ ປະກອບມີ 4 ຊົນເຜົ່າໃຫຍ່ຄື: ຕະລຽງກວມ 60%, ແຍະ 21 %, ກະຕູ 16% ແລະ ເຜົ່າລາວ 2%; ເມືອງດາກ ຈຶງຕັ້ງຢູ່ຫ່າງຈາກເທສະ ບານແຂວງໄປທາງທິດຕາ ເວັນອອກປະມານ 99 ກິໂລ ແມັດ, ມີເນື້ອທີ່ທັງຫມົດ 373.220 ເຮັກຕາ, ເປັນ ເຂດພູດອຍກວມເອົາ 80%, ພູພຽງ 15% ແລະ ທົ່ງພຽງ 5% ເຊິ່ງທິດເຫນືອຕິດກັບ ເມືອງກາລຶມ, ທິດໃຕ້ຕິດ ກັບເມືອງຊານໄຊ ແຂວງ ອັດຕະປື, ທິດຕາເວັນອອກ ຕິດກັບເມືອງນາມຢາງ, ເມືອງໄຕຢາງ ແຂວງກວາງ ນາມ ແລະ ເມືອງດາກໄລ ແຂວງກອນຕູມ ສສ ຫວຽດ ນາມ, ມີອາກາດເຢັນ ແລະ ຝົນຝອຍຕະຫລອດປີ, ປະລິ ມານນໍ້າຝົນ 2.000-2.500 ມມ/ປີ, ລະດັບສູງຈາກຫນ້າ ນໍ້າທະເລປະມານ 1.200 ແມັດ. ເຊິ່ງເໝາະສົມແກ່ການ ປູກຝັງ ແລະ ລ້ຽງສັດໃຫຍ່ ແລະ ມີທ່າແຮງດ້ານການ ທ່ອງທ່ຽວທາງ ທໍາມະຊາດ 14 ແຫ່ງຄື: ທົ່ງສາດ, ທົ່ງ ນຶມ, ນໍ້າຕົກຕາດໂອກ, ນໍ້າຕົກ ຕາດຈາມົວ, ພູສູງກອງກີງ ແລະ ອື່ນໆ; ແຫລ່ງທອ່ງທ່ຽວ ປະຫວັດສາດ 7 ແຫ່ງຄື: ສໍາ ນັກງານເຮັດວຽກຂອງທ່ານ ຄໍາໄຕ ສີພັນດອນ ອະດີດປະ ທານປະເທດ, ເສັ້ນທາງໂຮ່ ຈີມິງ, ຖໍ້າພູຊ້າງ, ທົ່ງເຫລັກ, ຄ້າຍຈາວານ, ຖໍ້າງູເຫລືອມ ແລະ ອື່ນໆ; ແຫລ່ງທ່ອງທ່ຽວ ດ້ານວັດທະນະທໍາຄື: ບຸນປະ ຈໍາປີຂອງປະຊາຊົນ, ບຸນຊ່ວງ ເຮືອແພປະເພນີ ແລະ ເອ ກະລັກຂອງການຕໍ່າແພ, ຕີ ເຫລັກ, ຈັກສານ ແລະ ແຫລ່ງ ທ່ອງທ່ຽວກະສິກໍາຄື: ສວນ ກາເຟ, ປູກໂສມ ແລະ ປູກຜັກ ປອດສານພິດອື່ນໆ.
ທ່ານເຈົ້າເມືອງ ກ່າວ ວ່າ: ສໍາລັບປີ 2017 ຜ່ານ ມາມີນັກທ່ອງທ່ຽວພາຍ ໃນ-ຕ່າງປະເທດເຂົ້າມາ ຢ້ຽມຢາມແຂວງທັງຫມົດ 3.000 ເທື່ອກວ່າຄົນ ໂດຍ ສ່ວນໃຫຍ່ແມ່ນນັກທ່ອງ ທ່ຽວຕ່າງປະເທດ ແລະ ຄາດວ່າ ປີ 2018 ນີ້ຈະສາ ມາດດຶງດູດນັກທອ່ງທ່ຽວ ເພີ່ມຂຶ້ນປະມານ 9.000 ເທື່ອກວ່າຄົນ./.

