ຍ່າງເພື່ອສຸຂະພາບສະຫລອງວັນກໍາມະກອນສາກົນ ຄົບຮອບ 132 ປີ
ພິທີຍ່າງເພື່ອສຸຂະພາບ ແຕ່ປະຕູໄຊຫາຫໍຄໍາ ແລ້ວກັບຄືນປະຕູໄຊ, ເພື່ອສະເຫລີມສະຫລອງວັນກໍາມະກອນສາກົນ ຄົບຮອບ 132 ປີ ( 1 ພຶດສະພາ 1886-1 ພຶດສະພາ 2018) ໄດ້ຈັດຂຶ້ນໃນວັນທີ 1 ພຶດສະພາ ນີ້. ໂດຍການເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ມີບັນດາຄະນະປະທານສູນກາງສະຫະພັນກໍາມະບານລາວ, ສະມາຊິກກໍາມະບານ, ກໍາມະກອນ, ຊາວຜູ້ອອກແຮງງານ ແລະ ມວນຊົນໃນນະຄອນຫຼວງວຽງຈັນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ທ່ານ ປ້ານ ນ້ອຍມະນີ ປະທານສູນກາງສະຫະພັນກໍາມະບານລາວ ໄດ້ຍົກໃຫ້ເຫັນເຖິງປະຫວັດຄາມເປັນມາຂອງວັນດັ່ງກ່າວວ່າ: ໃນທ້າຍສະຕະວັດທີ 18 ຫາຕົ້ນສະຕະວັດທີ 19 ມີຫຼາຍປະເທດໃນເອີລົບ ແລະ ອາເມລິກາ ໄດ້ສໍາເລັດການໂຄ້ນລົ້ມລະບອກສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ. ບັນດາປະເທດເຫຼົ່ານັ້ນ ຈຶ່ງໄດ້ກ້າວເຂົ້າສູ່ການຜະລິດແບບອຸດສາຫະກໍາ, ໄດ້ກໍ່ສ້າງ ແລະ ຂະຫຍາຍໂຮງຈັກ, ໂຮງງານເປັນຈໍານວນຫຼວງຫຼາຍ, ພ້ອມຈໍານວນກໍາມະກອນ ແລະ ຊາວຜູ້ອອກແຮງງານກໍໄດ້ເຕີບໃຫຍ່ຂະຫຍາຍຕົວໄປຄຽງຄູ່ກັບການຜະລິດໃນສັງຄົມ. ຢູ່ພາຍໃຕ້ການປົກຄອງຂອງພວກນາຍທຶນ ກໍາມະກອນໄດ້ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ຊີວິດການເປັນຢູ່ນັບມື້ນັບທຸກຍາກ, ລໍາບາກ ພວກນາຍທຶນໄດ້ບັງຂັບໃຫ້ກໍາມະກອນອອກແຮງງານ 14-15 ຊົ່ວໂມງຕໍ່ມື້, ແຕ່ໄດ້ຮັບຄ່າແຮງງານຕໍ່າ, ບໍ່ເອົາໃຈໃສ່ວຽກງານສະຫວັດດີການ-ສັງຄົມ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງ ນັບມື້ຮຸນແຮງຂຶ້ນເລື່ອຍໆ. ກໍາມະກອນ ແລະ ຊາວຜູ້ອອກແຮງງານ ຈຶ່ງໄດ້ຈັດຕັ້ງກັນເປັນຂະບວນການ ລຸກຮື້ຂຶ້ນຕໍ່ສູ້ ທວງໃຫ້ນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກ. ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນ ແລະ ນໍາພາກໍາມະກອນຕໍ່ສູ້ຕ້ານພວກນາຍທຶນ, ກໍາມະກອນໃນປະເທດອັງກິດ ຈຶ່ງໄດ້ສ້າງຕັ້ງອົງການກໍາມະບານຂຶ້ນ ເພື່ອເປັນຕົວແທນໃຫ້ແກ່ຊົນຊັ້ນຂອງຕົນ. ຈາກນັ້ນ, ຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ມາຮອດວັນທີ 1 ພຶດສະພາ 1886 ກໍາມະກອນ ແລະ ຊາວຜູ້ອອກແຮງງານຢູ່ເມືອງຊີກາໂກ ປະເທດສະຫະລັດອະເມລິກາ ໄດ້ມີຂະບວນການຕໍ່ສູ້ ໂດຍອີງໃສ່ເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກໍາມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດ້ເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນໄດ້ມີກໍາມະກອນນັດຢຸດງານເຖິງ 5 ພັນແຫ່ງໃນຕົວເມືອງໃຫຍ່ ຢູ່ໃນປະເທດສະຫະລັດອະເມລິກາ ແລະ ມີກໍາມະກອນເຂົ້າຮ່ວມເຖິງ 3 ແສນ 4 ໜື່ນຄົນ ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກໍາມະກອນມື້ໜຶ່ງ 8 ຊົ່ວໂມງ. ຈາກເຫດການວັນທີ 1 ພຶດສະພາ 1886, ໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງ ເຖິງຂະບວນການກໍາມະກອນຢູ່ທະວີບເອີລົບ ແລະ ທະວີບອາເມລິກາ ເປັນກໍາລັງໃຈໃຫ້ຂະບວນການຕໍ່ສູ້ຂອງກໍາມະກອນ, ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍສໍາຄັນໃຫຍ່ຫຼວງຂອງຊົຍຊັ້ນກໍາມະກອນໃນທົ່ວໂລກ ໃນຂະບວນການຕໍ່ສູ້ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ.
ມາຮອດວັນທີ 14 ກໍລະກົດ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງ ປາຣີ ປະເທດຝຣັ່ງ, ກອງປະຊຸມໄດ້ຜ່ານໂຄງການດໍາເນີນງານສໍາຄັນຄື: ຊົນຊັ້ນກໍາມະກອນສາມັກຄີກັນຕໍ່ສູ້ເພື່ອປະຕິບັດຄໍາຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ” ນັບແຕ່ນັ້ນມາ ວັນທີ 1 ພຶດສະພາຂອງທຸກໆປີ ຈຶ່ງກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນໃນທົ່ວໂລກ ກໍດັ່ງຢູ່ປະເທດເຮົາທີ່ໄດ້ຮ່ວມກັນສະເຫຼີມສະຫຼອງວັນດັ່ງກ່າວຢ່າງມີຄວາມໝາຍ.