ໂຄງການຊ່ວຍເຫຼືອຈະຊ່ວຍປ່ຽນແປງໄດ້ແນວໃດ ?
ຍ້ອນປະເທດເຮົາ ຕ້ອງການການພັດທະນາໃນຫຼາຍດ້ານ ແຕ່ເນື່ອງຈາກຄວາມຈຳກັດດ້ານທຶນຮອນ ເພາະສະນັ້ນ ໂຄງການຊ່ວຍເຫຼືອຈຶ່ງຍັງຈຳເປັນສຳລັບພວກເຮົາ, ແຕ່ໂຄງການຊ່ວຍເຫຼືອ ຈະສາມາດ ຊ່ວຍພວກເຮົາປ່ຽນແປງໄດ້ແນວໃດ?
ສ່ວນຫຼວງຫຼາຍແລ້ວໂຄງການຊ່ວຍເຫຼືອ ແມ່ນແນ່ໃສ່ການຫຼຸດຜ່ອນຄວາມທຸກຍາກ, ກະສິກຳ, ສິ່ງແວດລ້ອມ, ການສຶກສາ, ສາທາ, ແມ່ຍິງ ແລະ ເດັກນ້ອຍ ເຊິ່ງທັງໝົດເຫຼົ່ານັ້ນແມ່ນໄດ້ດຳເນີນການໃນລາວ ມາຫຼາຍປີ ແລະ ກໍມີຄູ່ຮ່ວມພັດທະນາທີ່ຫຼາກຫຼາຍ ເຊິ່ງເຂົາເຈົ້າກໍໄດ້ຂົນຂວາຍທຶນຮອນເພື່ອການພັດທະນາ ໃນລາວຫຼາຍພໍສົມຄວນ.
ຕາມປະສົບການຂອງຜູ້ຂຽນທີ່ເຮັດວຽກດ້ານການພັດທະນາມາໄດ້ 4-5 ປີ ສັງເກດເຫັນວ່າ ປັດໄຈທີ່ຈະເຮັດ ໃຫ້ການປ່ຽນແປງເກີດຂຶ້ນໄດ້ ອາດມີຫຼາຍຢ່າງ ແຕ່ສິ່ງສຳຄັນອາດມີ ສອງຢ່າງຄື:(ໜຶ່ງ) ຄວາມເປັນເຈົ້າການ ແລະຄວາມອາດສາມາດ ຂອງເຈົ້າໜ້າທີ່ລັດຖະບານເຮົາໃນການຄຸ້ມຄອງ ແລະຈັດຕັ້ງປະຕິບັດໂຄງການ, ມີບາງຕົວຢ່າງ ທີ່ພວກເຮົາ ສາມາດຍົກຂຶ້ນມາຖອດຖອນນຳກັນໄດ້ ກໍຄື ຫຼາຍເທື່ອ “ເຮົາເຮັດ ເພື່ອເຮັດ” ໝາຍວ່າ ຜູ້ທີ່ມີຄວາມຮັບຜິດຊອບ ໂຄງການຊ່ວຍເຫຼືອນັ້ນ ແມ່ນເຮັດພໍແລ້ວມື, ພໍບໍ່ໃຫ້ຜູ້ໃຫ້ທຶນຕິ ແລະກໍເພື່ອຫວັງເອົາແຕ່ຜົນປະໂຫຍດສ່ວນຕົວ ຫຼາຍກວ່າຜົນປະໂຫຍດສ່ວນຮວມ ເຊັ່ນວ່າ ລົງສະໜາມໄປເຮັດວຽກ ເພື່ອໃຫ້ໄດ້ ອັດຕາກິນ ເຂົ້າຖົງ ແລ້ວກໍປັດກົ້ນຕ່າວມາເຮືອນ ຖ້າເຮັດ ກໍເຮັດແບບເບົາບາງ ແລ້ວເຮັດແນວໃດ ການປ່ຽນແປງຢູ່ບ້ານເປົ້າໝາຍຈະເກີດຂຶ້ນໄດ້.
ປັດໄຈທີສອງ ກໍແມ່ນຄວາມສອດຄ່ອງ ແທດເໝາະກັບຄວາມຮຽກຮ້ອງຕາມການຂອງທ້ອງຖິ່ນ, ຫຼາຍໂຄງການ ທີ່ຂຽນຂຶ້ນຢ່າງຈົບງາມ ແລະທຶນຮອນຢ່າງຫຼວງຫຼາຍ ແຕ່ບໍ່ມີຄວາມຄືບໜ້າເທົ່າທີ່ຄວນ ເນື່ອງຈາກຂາດການ ຮ່ວມມືກັບປະຊາຊົນທ້ອງຖິ່ນ ເນື່ອງຈາກວ່າເປົ້າໝາຍໂຄງການ ບໍ່ໄດ້ແທດເໝາະກັບ ຄວາມຮຽກຮ້ອງຕ້ອງການເຂົາເຈົ້າ ແລະ ອີກດ້ານນຶ່ງ ການສ້າງຈິດສຳນຶກໃນຄວາມເປັນເຈົ້າຂອງ ໂຄງການຂອງ ຊຸມຊົນນັ້ນຍັງອ່ອນນ້ອຍ ເລີຍເຮັດໃຫ້ ຜົນຂອງການຈັດຕັ້ງປະຕິບັດຫຼາຍໂຄງການຍັງເຫຼືອສູນ ພາຍຫຼັງໂຄງການໄດ້ສຳເລັດລົງຕາມກຳນົດເວລາທີ່ໄດ້ກຳນົດໄວ້ ຕົວຢ່າງ ໂຄງການຊົນລະປະທານ ທີ່ມີມູນຄ່າການກໍ່ສ້າງຫຼາຍຕື້ກີບ ແຕ່ພາຍລຸນມາ ປະຊາຊົນບໍ່ໄດ້ເຮັດນາແຊງ ຍ້ອນ ເຂົ້າປີກໍພໍກຸ້ມກິນ ແຕ່ຖ້າອາໄສຂາຍເຂົາພັດລາຄາຖືກ ແລະຕ້ອງຈ່າຍຄ່າໄຟຟ້າ (ນາແຊງ) ເພື່ອດູດນໍ້າເຂົ້ານາທີ່ແພງ ເຊິ່ງບໍ່ກຸ້ມຄ່າ.
ເວົ້າແນວນີ້ ພວກເຮົາກໍບໍ່ໄດ້ປະຕິເສດວ່າ ໂຄງການຊ່ວຍເຫຼືອຫຼາຍໂຄງການໄລຍະຜ່ານມານັ້ນ ບໍ່ໄດ້ຮັບຜົນດີ ແຕ່ການ ປ່ຽນແປງ, ການພັດທະນາອາດດີຂຶ້ນກວ່ານີ້ຫຼາຍ ຖ້າພວກເຮົາສາມາດແກ້ໄຂບັນຫາ ທີ່ກ່າວ ມາຂ້າງເທິງນັ້ນ.
ພວກເຮົາປິຕິຊົມຊື່ນກັບ “ໂຄງການ ຜະລິດກະສິກຳເປັນສິນຄ້າ ຢູ່ ສປປລາວ” ທີ່ທະນາຄານໂລກ ຫາກໍໄດ້ອະນຸມັດ, ເຊິ່ງໂຄງການນີ້ ມີມູນຄ່າສູງເຖິງ 25 ລ້ານໂດລາສະຫະລັດ ຫຼື ປະມານ 200 ຕື້ກວ່າກີບ ຈະຈັດຕັ້ງປະຕິບັດ ຈົນຮອດປີ 2024, ເຊິ່ງຜູ້ທີ່ຈະໄດ້ຮັບຜົນປະໂຫຍດ ມີທັງໝົດ 140,000 ຄົນ ຂອງ 224 ບ້ານ ໃນ 5 ແຂວງຄື: ຄຳມ່ວນ, ບໍລິຄຳໄຊ, ໄຊຍະບູລີ, ແຂວງວຽງຈັນ ແລະນະຄອນຫຼວງວຽງຈັນ ໂດຍເພິ່ນເນັ້ນວ່າ “ຈະປັບປຸງຂະແໜງກະສິກຳໃຫ້ມີປະສິດທິຜົນກວ່າເກົ່າ, ໃຫ້ມີກຳໄລ ແລະໃນຮູບແບບສີຂຽວ” ແລະ “ຈະເຮັດໃຫ້ ຜະລິດຕະພັນກະສິກຳຫຼາຍຂຶ້ນ ແລະລາຄາຖືກລົງ” ເຊິ່ງເປັນໂຄງການທີ່ໜ້າຊົມເຊີຍຫຼາຍ ແລະ ເຊື່ອໝັ້ນວ່າ ຈາກບົດຮຽນຜ່ານມາ ຈະເຮັດໃຫ້ໂຄງການນີ້ໄດ້ຮັບຜົນດີ, ມີຄວາມຍືນຍົງ ແລະ ຈະປະກອບສ່ວນໃນການປ່ຽນແປງ ແລະສ້າງຊີວິດທີ່ດີແກ່ປະຊາຊົນໄດ້ ຖ້າຫາກ ຄວາມເປັນເຈົ້າການຂອງພວກເຮົາສູງສົ່ງ ແລະແທດເໝາະກັບສະພາບຄວາມເປັນຈິງ ໂດຍສອດຫ້ອຍກັບປັດໄຈ ສຳຄັນອື່ນໆ.