ອູແກຣນຕັດໄຟຟ້າພື້ນທີ່ກຸ່ມແບ່ງແຍກດິນແດນໂດຍອ້າງວ່າຕິດໜີ້
April 25, 2017 - 3:10 PM


ປັດຈຸບັນນີ້ຍັງບໍ່ມີປະຕິກິລິຍາຈາກກຸ່ມຜູ້ນຳການເມືອງທ້ອງຖິ່ນຢູ່ແຂວງລູຮັນ ເຊິ່ງຕົກຢູ່ໃນສະພາບເຄັ່ງຕຶງກັບລັດຖະບານອູແກຣນ ຈາກການຜະເຊີນລະຫວ່າງຣັດເຊຍກັບລັດຖະບານອູແກຣນທີ່ປະເທດຕາເວັນຕົກສະໜັບສະໜູນ. ທ່ານ ວີເຊໂວລັອດ ໂກວັນຊຸກ ຜູ້ອຳນວຍການບໍລິສັດໄຟຟ້າອູແກຣນເນີໂກ ກ່າວທາງເຟສບຸກວ່າ: ຕ້ອງຢຸດການຈ່າຍກະແສໄຟຟ້າໄປແຂວງລູຮັນທັງໝົດ. ສື່ທ້ອງຖິ່ນລາຍງານເຈົ້າໜ້າທີ່ດ້ານພະລັງງານກ່າວວ່າ: ແຂວງລູຮັນ ເຊິ່ງຢູ່ໃກ້ກັບຊາຍແດນຣັດເຊຍໄດ້ກຽມການໄວ້ແລ້ວ ແລະ ຈະຫາຈາກແຫລ່ງອື່ນໆຕໍ່ໄປ. ທາງການອູແກຣນໄດ້ຢຸດສົ່ງແກັສມາແຂວງລູຮັນໃນປີ 2015 ໂດຍອ້າງວ່າບໍ່ຈ່າຍເງິນເຊັ່ນດຽວກັນ ແລະ ມີມາດຕະການປິດລ້ອມທາງເສດຖະກິດໃນພື້ນທີ່ໃນເດືອນມີນາ.