ບໍລິຄຳໄຊຫາລືການລ້ຽງໝູເປັນສິນຄ້າ

- 5552 - ບໍລິຄຳໄຊຫາລືການລ້ຽງໝູເປັນສິນຄ້າ
- kitchen vibe - ບໍລິຄຳໄຊຫາລືການລ້ຽງໝູເປັນສິນຄ້າ

ໃນວັນທີ 24 ເມສານີ້ ຂະ ແໜງລ້ຽງສັດ ແລະ ການປະ ມົງພະແນກກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ ໄດ້ ຈັດກອງປະຊຸມປຶກສາຫາລື ວຽກງານການຜະລິດລູກໝູ ແລະ ໝູຊີ້ນໃຫ້ເປັນສິນຄ້າ ຢູ່ ຫ້ອງປະຊຸມພະແນກດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ຊາຍຄຳ ກຸນນາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຜູ້ຊີ້ນຳ ວຽກງານປູກຝັງ-ລ້ຽງສັດ ແລະ ການປະມົງ, ມີບັນດາ ຫົວໜ້າຂະແໜງພະນັກງານ ວິຊາການ ແລະ ຜູ້ປະກອບ ການດ້ານຟາມລ້ຽງໝູຈາກ 5 ຕົວເມືອງເຂົ້າຮ່ວມ.

 

- Visit Laos Visit SALANA BOUTIQUE HOTEL - ບໍລິຄຳໄຊຫາລືການລ້ຽງໝູເປັນສິນຄ້າ

ອັດຕະປືຫັນການລ້ຽງສັດແບບທຳມະຊາດສູ່ແບບວິທະຍາສາດ

ຮອງປະທານການແດງລາວລົງຊຸກຍູ້ໂຄງການລ້ຽງງົວ ຢູ່ແຂວງເຊກອງ2018

ກອງປະຊຸມໄດ້ຍົກໃຫ້ ເຫັນສະພາບການລ້ຽງຂອງ ປະຊາຊົນໃນແຂວງຂອງຕົນ, ໂດຍໄດ້ພັດທະນາການລ້ຽງ ແບບຊະຊາຍມາລ້ຽງເປັນ ແບບຄອບຄົວ, ເປັນກຸ່ມ, ເປັນ ຟາມ ແລະ ໄດ້ຫັນໄປນຳໃຊ້ ເຕັກນິກໃໝ່ໃນການລ້ຽງທີ່ ມີປະສິດທິຜົນກວ່າ.

ປັດຈຸບັນທົ່ວແຂວງບໍລິ ຄຳໄຊ ມີຟາມລ້ຽງໝູທັງ ໝົດ11 ແຫ່ງມີໝູ 71.469 ໂຕ ມີໝູພໍ່ແມ່ພັນ 392 ໂຕ, ໃນ ນັ້ນເມືອງປາກຊັນມີ 3 ແຫ່ງ, ມີໝູ 10.627 ໂຕ, ເມືອງ ທ່າພະບາດມີ 8 ແຫ່ງ ມີໝູ 17.241 ໂຕ, ເມືອງ ປາກກະດິງ ມີ 3 ແຫ່ງ ມີໝູ 8.270 ໂຕ, ເມືອງ ຄຳເກີດ ມີ 2 ແຫ່ງ ມີໝູ 13.231 ໂຕ, ເມືອງ ວຽງທອງມີ 12 ກຸ່ມ ລ້ຽງແບບຄອບຄົວ ຢູ່ຕາມ ແຕ່ບ້ານມີໝູທັງໝົດ 13.158 ໂຕ, ເມືອງໄຊຈຳ ພອນ ມີ 6.641 ໂຕ, ນອກ ນີ້ ຍັງມີ ກຸ່ມລ້ຽງໝູ 12 ກຸ່ມມີໝູ 8.387 ໂຕ ແຕ່ເຖິງວ່າ ການລ້ຽງໝູຂອງປະຊາຊົນ ແຂວງດັ່ງກ່າວໄດ້ມີການຂະ ຫຍາຍຕົວແຕ່ກໍຈະຕ້ອງໄດ້ ເພີ່ມທະວີກະຕຸກຊຸກຍູ້ການ ຕະຫລາດໃຫ້ແຂງແຮງກວ່າ ເກົ່າ, ຈົ່ງຈະເຮັດໃຫ້ອາຊີບ ນີ້ກາຍເປັນສິນຄ້າໄດ້./.

- 5552 - ບໍລິຄຳໄຊຫາລືການລ້ຽງໝູເປັນສິນຄ້າ

- 4 - ບໍລິຄຳໄຊຫາລືການລ້ຽງໝູເປັນສິນຄ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!