ເຂົ້າໃຈຕື່ມຄຳວ່າ: ການໃຫ້ທານ, ການຮັກສາສິນ ແລະ ພາວະນາ
ຄົນລາວຊາວພຸດເຮົາ ຫຼາຍໆຄົນກໍ ຈະເຂົ້າໃຈໄດ້ດີ ກ່ຽວກັບຄວາມໝາຍຂອງ ຄໍາວ່າ: ການໃຫ້ທານ, ການ ຮັກສາສິນ ແລະ ການພາ ວະນາເພາະວ່າບັນຫາ ດັ່ງ ກ່າວເຫຼົ່ານັ້ນລ້ວນແລ້ວແຕ່ ມີສາຍສໍາພັນຢູ່ກັບວັດວາ ອາຮາມທີ່ມີພິທີກໍາທາງສາສະໜາກໍຄືການເຮັດບຸນສິນກິນທານຕ່າງໆເຊິ່ງຍາມໃດກໍບໍ່ສາມາດແຍກອອກຈາກກັນໄດ້ໂດຍເດັດຂາດ.
+ ວຽກງານວັດທະນະທຳຍັງມີຫລາຍຈຸດຈະຕ້ອງໄດ້ປັບປຸງແກ້ໄຂ
+ ຊາວພຸດທະສາສະນິກາຊົນຮ່ວມສົມໂພດພະທາດຫລວງມິ່ງຂວັນຂອງຊາວລາວ
ສະໄໝຍັງໜຸ່ມ ຜູ້ຂຽນ ກໍເຄີຍໄດ້ບວດຮຽນຂຽນ ອ່ານ ແລະ ກໍໄດ້ຮຽນຮູ້ກ່ຽວ ກັບວິໄນຂອງສົງພ້ອມດ້ວຍຄວາມໝາຍຄວາມສໍາຄັນ ແລະ ວິທີປະຕິບັດກ່ຽວກັບ ຫຼັກທໍາຕ່າງໆຕາມຄໍາສັ່ງ ສອນຂອງພະພຸດທະສາດ ສະໜາ ແລະ ກໍຍັງຈື່ໄດ້ ເລັກໆນ້ອຍໆໂດຍສະເພາະ ກໍແມ່ນ: ການໃຫ້ທານ. ການ ຮັກສາສິນ ແລະ ການພາວະ ນາເຫຼົ່ານັ້ນເພື່ອຈະໄດ້ເອົາ ມາລົມສູ່ກັນຟັງ ເຊິ່ງມີຄວາມ ໝາຍດັ່ງນີ້:
* ຄໍາວ່າ: ທານ ໝາຍ ເຖິງການໃຫ້, ຖວາຍ, ອຸປະ ຖໍາ, ຊຸກຍູ້ຫຼືຊ່ວຍເຫຼືອ…. ເຊິ່ງ ປະກອບດ້ວຍ 4 ຂໍ້ໃຫຍ່ ຄື: ໃຫ້ປັດໄຈ 4 ຢ່າງ, ໃຫ້ ຄວາມຮູ້, ໃຫ້ອະໄພເຊິ່ງກັນ ແລະ ກັນ, ໃຫ້ຄວາມຊ່ວຍ ເຫຼືອທາງດ້ານແຮງງານ.
* ຄໍາວ່າ: ສິນໝາຍ ເຖິງການຮັກສາ ໃນການປະ ຕິບັດສິນທັງຫ້າຂໍ້ຕາມທີ່ ຊາວພຸດເຮົາເຄີຍປະຕິບັດ ຜ່ານມານັ້ນກໍຄື: ປານາ, ອະ ທິນາ, ກາເມ, ມຸສາ, ສຸລາ ທັງໝົດເຫຼົ່ານີ້, ຖ້າພວກເຮົາ ຫາກເຫັນວ່າມີຫຼາຍຂໍ້ເກີນ ໄປກໍຄວນຫັນມາຮັກສາສິນແບບກາຍະກໍາ 4, ວາຈີກໍາ ສາມພຽງ 2ຂໍ້ໃຫຍ່ເທົ່ານີ້ ເປັນຕົ້ນ:
1). ຕ້ອງຮັກສາການ ກະທໍາທາງກາຍໃຫ້ດີ ແລະ ບໍລິສຸດຄື:
– ບໍ່ຂ້າສັດ, ບໍ່ທໍາຮ້າຍ ຮ່າງກາຍ ແລະ ຂ້າຄົນອື່ນ.
– ບໍ່ລັກຊັບ ແລະ ບໍ່ປຸ້ນ ຈີ້ເອົາຂອງຄົນອື່ນ.
– ບໍ່ຫຼິ້ນຊູ້ສູ່ເມຍ ທ່ານ, ບໍ່ລ່ວງລະເມີດທາງເພດສໍາພັນ.
– ບໍ່ດື່ມນໍ້າເມົາ, ບໍ່ອາລະ ວາດ.
2). ຮັກສາວາຈາໃຫ້ດີ ແລະ ບໍລິສຸດ.ຄື:
– ບໍ່ຕົວະຍົວະຫຼອກ ລວງ.
– ບໍ່ເວົ້າຄໍາຫຍາບ ຄາຍ ແລະ ບໍ່ປ້ອຍດ່າ.
– ບໍ່ນິນທາອິດສາບັງ ບຽດຄົນອື່ນ.
* ຄໍາວ່າ: ພາວະນາ ໝາຍເຖິງການບໍລິກໍາສິ່ງ ພາຍນອກ ແລະ ພາຍໃນໃຫ້ ເປັນສະມາທິ ຫຼືເວົ້າອີກຢ່າງ ໜຶ່ງກໍຄືການລະງັບສະຕິອາ ລົມ ແລະ ລວບລວມຈິດໃຈ ໃຫ້ສະຫງົບ ຈຶ່ງເອີ້ນວ່າ: ພາວະນາ.
– ການພາວະນາ ຈະມີ ທັງເມດຕາ ເພື່ອເປັນການ ແຜ່ເມດຕາໃຫ້ແກ່ເຈົ້າກໍາ ນາຍເວນ ແລະ ສັດພະສິ່ງທັງ ຫຼາຍເຫຼົ່ານັ້ນຈົ່ງຢ່າໄດ້ຈ່ອງກໍານໍາເວນແກ່ກັນ, ຖ້າຕົກ ທຸກກໍຂໍໃຫ້ພົ້ນຈາກຄວາມ ທຸກ, ຖ້າມີສຸກແລ້ວກໍໃຫ້ມີ ສຸກຍິ່ງໆຂຶ້ນໄປ ພ້ອມທັງອຸ ເບກຂາ ກໍຄືປົງວາງໄວ້ ທຸກ ຢ່າງໂດຍບໍ່ນໍາເອົາວຽກ ງານຫຼືບັນຫາໃດໆມາຫຍຸ້ງກ່ຽວອີກເຊິ່ງໃນນັ້ນລວມທັງ ກິເຫຼດ, ຕັນຫາ, ຄວາມໂລບ, ຄວາມຫຼົງໄຫຼ ທັງໝົດເຫຼົ່ານັ້ນ ເພື່ອໃຫ້ເກີດສະມາທິຈຶ່ງເອີ້ນວ່າ: ພາວະນາ.
ການພາວະນາ ຖ້າບໍ່ມີ ສະມາທິ ແລະ ບໍ່ສາມາດປົງ ວາງບັນຫາຕ່າງໆບໍ່ວ່າຈະ ເປັນບັນຫາພາຍນອກກໍຄື ພາຍໃນແລ້ວກໍຈະເຮັດໃຫ້ ສະມາທິແຕກ ແລະ ການພາ ວະນານັ້ນກໍຈະບໍ່ເກີດປະ ໂຫຍດຫຍັງອີກ. ເພາະສະ ນັ້ນ, ສິ່ງສໍາຄັນສໍາລັບຄົນ ລາວຊາວພຸດກໍຄື ຄາລະວາດ ເຮົາທັງຫຼາຍທີ່ຂາດບໍ່ໄດ້ກໍຄື: ການໃຫ້ທານ, ການຮັກສາ ສິນ ແລະ ການພາວະນາ ນັ້ນ ແລ. ສ່ວນນັກບວດແມ່ນ: ຮັກສາສິນ, ສະມາທິ ແລະ ປັນຍາ. ປັນຍານັ້ນໝາຍ ເຖິງຄວາມຮອບຮູ້ໃນທໍາມະຊາດກໍຄືໃນກອງສັງຂານ ຂອງຕົວເຮົາເອງເພື່ອຢາກ ໃຫ້ຫຼຸດພົ້ນຈາກຄວາມທຸກ ທັງປວງເຊິ່ງມັນມີຄວາມ ແຕກຕ່າງຈາກຄໍາວ່າ: ຄວາມສະຫຼາດ.