ລັດຖະມົນຕີກະຊວງແຮງງານລົງຢ້ຽມຢາມພະນັກງານ-ກໍາມະກອນໂຮງງານຜະລິດຖົງຢາງ ເຈແຟມີລີ


ໃນໂອກາດວັນກໍາມະກອນສາກົນ 1 ພຶດສະພາທີ່ຈະໄດ້ໝູນວຽນມາ ແລະ ໃນວັນທີ 26 ເມສານີ້, ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄໍາແພງ ໄຊສົມແພງ ພ້ອມດ້ວຍຄະນະ, ໄດ້ລົງໄປຢ້ຽມຢາມພະນັກງານ-ກໍາມະກອນ ຢູ່ໂຮງງານຜະລິດຖົງຢາງຂອງບໍລິສັດເຈແຟມີລີ ເທຣດດິ້ງ ຈໍາກັດ ຜູ້ດຽວ, ຊຶ່ງຕັ້ງຢູ່ບ້ານສົມສະຫງ່າ, ເມືອງໄຊເສດຖານະຄອນຫລວງວຽງຈັນ, ໂດຍມີທ່ານ ສັກນາລົງ ຈິນານຸວັດທະນາ ຜູ້ອໍານວຍການໃຫຍ່ ພ້ອມດ້ວຍພະນັກງານ-ກໍາມະກອນໂຮງງານດັ່ງກ່າວໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ຮັບຟັງລາຍງານຈາກທ່ານອໍານວຍການບໍລິສັດ ວ່າ: ເຈແຟມີລີ, ໄດ້ສ້າງຕັ້ງຂຶ້ນໃນປີ 1993, ເປັນວິສາຫະກິດເອກະຊົນລົງທຶນ 100%, ມີທຶນຈົດທະບຽນທັງໝົດ 1,5 ລ້ານໂດລາສະຫະລັດ, ຕົ້ນຕໍແມ່ນຜະລິດຖົງຢາງຊະນິດຕ່າງໆ ເຊັ່ນ: ຖົງຢາງຫິ້ວ, ຖົງຢາງກັນຮ້ອນ, ຖົງເຢັນ, ຫລອດດູດ, ເຊືອກຟາງ ເພື່ອສະໜອງຕະຫລາດໃນຂອບເຂດທົ່ວປະເທດ ແລະ ແນໃສ່ຫລຸດຜ່ອນການນໍາເຂົ້າສີນຄ້າຈາກຕ່າງປະເທດ. ປັດຈຸບັນ, ມີພະນັກງານ-ກໍາມະກອນທັງໝົດ 188 ຄົນ (ຍິງ 76 ຄົນ), ເຮັດວຽກແຕ່ວັນຈັນ-ວັນເສົາ, ໂດຍແບ່ງເປັນ 3 ຜຽນ, ຜຽນລະ 8 ຊົ່ວໂມງຄື: ໃນປີ 2017 ຜ່ານມາ, ສາມາດຈໍາໜ່າຍຜະລິດຕະພັນໄດ້ຫລາຍກວ່າ 24 ຕື້ກີບ ແລະ ໄດ້ມອບພັນທະຕ່າງໆໃຫ້ລັດກວ່າ 2,5 ຕື້ກີບ. ສ່ວນດ້ານສະຫວັດດີການ ແລະ ນະໂຍບາຍຕ່າງໆຂອງພະນັກງານ-ກໍາມະກອນ ມີດັ່ງນີ້: ເງິນເດືອນພື້ນຖານພະນັກງານຕໍ່າສຸດແມ່ນ 1,8 ລ້ານກີບ, ນອກນີ້ຍັງມີເງິນພິເສດແຕ່ລະເດືອນ ເຊັ່ນ: ເງິນຂະຫຍັນ, ເງິນປີໃໝ່ລາວ, ເງິນໂບນັດ, ເງິນເດືອນ 13 ແລະ ອື່ນໆ, ພ້ອມທັງມີນະໂຍບາຍໃຫ້ພະນັກງານຢືມເງິນ ເພື່ອແກ້ໄຂໃນຍາມສຸກເສີນ ແລະ ປັບປຸງຊີວິດການເປັນຢູ່ດ້ານຕ່າງໆ. ອັນສໍາຄັນ ແມ່ນໂຮງງານໄດ້ເຮັດສັນຍາແຮງງານລວມໝູ່, ສັນຍາແຮງງານບຸກຄົນ ເພື່ອປົກປ້ອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ໄດ້ມີຄວາມເປັນທໍາ ແລະ ຖືກຕ້ອງຕາມລະບຽບກົດໝາຍນໍານົດ. ນອກນີ້, ພະນັກງານ-ກໍາມະກອນ ທຸກຄົນແມ່ນໄດ້ເຂົ້າເປັນສະມາຊິກກອງທຶນປະກັນສັງຄົມແຫ່ງຊາດ ແລະ ໄດ້ເປີດບັນຊີເງິນສະສົມໃຫ້ພະນັກງານໃນເມື່ອຮອດອາຍຸກະສຽນເຂົ້າບໍານານ ເພື່ອມີທຶນຮອນພັດທະນາຄອບຄົວ, ຈາກຄວາມເອົາໃຈໃສ່ທາງດ້ານນະໂຍບາຍ ແລະ ສະຫວັດດີການຕ່າງໆ ຈຶ່ງເຮັດໃຫ້ພະນັກງານ-ກໍາມະກອນບໍ່ຄ່ອຍມີຜູ້ເຂົ້າ-ອອກວຽກທີ່ຈະພາໃຫ້ກະທົບຕໍ່ການຜະລິດຂອງໂຮງງານ ແລະ ພະນັກງານ-ກໍາມະກອນ ສ່ວນຫລາຍກໍມີຊີວິດການເປັນຢູ່ດີຂຶ້ນ.
ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ໃຫ້ກຽດໂອ້ລົມຕໍ່ຄະນະຜູ້ບໍລິຫານໂຮງງານດັ່ງກ່າວ, ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດໃນການດໍາເນີນທຸລະກິດທີ່ມີການເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ ແລະ ໄດ້ປະກອບສ່ວນພັນທະຕ່າງໆໃຫ້ລັດຕາມລະບຽບກົດໝາຍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ພິເສດແມ່ນໂຮງງານໄດ້ມີນະໂຍບາຍ ແລະ ສະຫວັດດີການທີ່ດີຕໍ່ພະນັກງານ-ກໍາມະກອນ, ຊຶ່ງເປັນພື້ນຖານເຮັດໃຫ້ການຜະລິດ, ການດໍາເນີນທຸລະກິດມີການຂະຫຍາຍຕົວ, ສະພາບພະນັກງານ-ກໍາມະກອນມີຄວາມສະຫງົບອຸ່ນອ່ຽນຕໍ່ວຽກງານ, ມີຄວາມສາມັກຄີຮັກແພງກັນ ແລະ ມີຊີວິດການເປັນຢູ່ດີຂຶ້ນ. ດັ່ງນັ້ນ ຂໍໃຫ້ຜູ້ບໍລິຫານໂຮງງານຈົ່ງສືບຕໍ່ຮັກສາມາດຕະຖານ ແລະ ນະໂຍບາຍທີ່ດີຕ່າງໆນັ້ນຕະຫລອດໄປ, ພ້ອມທັງຮຽກຮ້ອງໃຫ້ບັນດາຫົວໜ່ວຍທຸລະກິດ, ໂຮງຈັກ-ໂຮງງານຕ່າງໆໄດ້ເອົາເປັນແບບຢ່າງໃນການເຄື່ອນໄຫວດໍາເນີນທຸລະກິດ ແລະ ການສ້າງວຽກເຮັດງານທໍາທີ່ດີຊ່ວຍປະຊາຊົນຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.