ອາກາດຮ້ອນແຮງ ອຢ ຕ້ອງໄດ້ເພີ່ມທະວີການເຮັດວຽກຂອງຕົນ

- 62111 - ອາກາດຮ້ອນແຮງ ອຢ ຕ້ອງໄດ້ເພີ່ມທະວີການເຮັດວຽກຂອງຕົນ
- kitchen vibe - ອາກາດຮ້ອນແຮງ ອຢ ຕ້ອງໄດ້ເພີ່ມທະວີການເຮັດວຽກຂອງຕົນ

 ໂດຍ: ທ່ຽງທຳ  

ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ໃຜກໍຈະເປັນຫວ່ງ ຕໍ່ສຸຂະພາບຂອງຕົນໃນໄລຍະ ທີ່ມີສະພາບອາກາດຮ້ອນອົບ ເອົ້າຢູ່ແບບນີ້, ໂດຍສະເພາະ ແມ່ນການບໍລິໂພກອາຫານ ແລະ ເຄື່ອງດື່ມຕ່າງໆ ເພາະ ສິ່ງນີ້ຖ້າບໍ່ສະອາດແລ້ວກໍຈະມີຜົນກະທົບໄວຕໍ່ສຸຂະພາບ ເຊັ່ນ: ພິດອາຫານ ແລະ ຖອກ ທ້ອງຮຸນແຮງ ແລະ ເພື່ອ ຄວາມປອດໄພນອກຈາກ ໜ່ວຍງານອາຫານ ແລະ ຢາ (ອຢ) ແລ້ວ, ພວກເຮົາກໍບໍ່ ມີຜູ້ອື່ນໃດເພື່ອຈະເປັນທີ່ເພິ່ງ, ເພາະໜ່ວຍງານນີ້ເພິ່ນມີພາລະບົດບາດ ແລະ ໜ້າທີ່ສະ ເພາະໃນການຄວບຄຸມກວດ ກາຢາ ແລະ ອາຫານ. ເຄື່ອງດື່ມ, ໝາຍວ່າ ໃນແຕ່ລະມື້ ແຕ່ລະໄລຍະເພິ່ນກໍຈະອອກ ເຄື່ອນໄຫວກວດກາເລື່ອງຢາ ປິ່ນປົວພະຍາດຢູ່ຕາມຫ້າງ ຮ້ານ ແລະ ຜູ້ປະກອບການ ຕ່າງໆ ໃນດ້ານນີ້ໃຫ້ມີຄຸນນະພາບ, ບໍ່ແມ່ນຢາປອມ, ຢາ ເສຍຄຸນ ຫລື ຢາທີ່ບໍ່ຮັບປະກັນ ແລະ ອື່ນໆ.

- Visit Laos Visit SALANA BOUTIQUE HOTEL - ອາກາດຮ້ອນແຮງ ອຢ ຕ້ອງໄດ້ເພີ່ມທະວີການເຮັດວຽກຂອງຕົນ

ເພື່ອແນໃສ່ປົກປ້ອງປະ ຊາຊົນຜູ້ມາໃຊ້ບໍລິການ ແລະ ພ້ອມນັ້ນເພິ່ນກໍຈະອອກແຮງ ກວດກາດ້ານອາຫານ ແລະ ເຄື່ອງດື່ມຢູ່ຕາມຕະຫລາດ ແລະ ຫ້າງຮ້ານຕ່າງໆ ຜູ້ເຮັດ ວຽກບໍລິການສະໜອງອາ ຫານ ແລະ ເຄື່ອງດື່ມທັງສຸກ ແລະ ດິບເຊັ່ນ: ອາຫານສຸກ ເພິ່ນກໍຈະກວດເລື່ອງຄວາມ ສະອາດປອດໄພ, ອາຫານນຳ ມາຂາຍຕາມແຄມທາງນັ້ນໄດ້ ປົກປິດ ແລະ ບໍ່ບູດບໍ່ເໜົ່າບໍ່ ຫລື ການເຈືອປົນສານເປັນພິດ ຕ່າງໆ ໂດຍສະເພາະແມ່ນ ສານກັນບູດ ເຊິ່ງຜູ້ຂາຍອາ ຫານທະເລ ແລະ ເຄື່ອງໃນສັດ ມັກຈະນຳໃຊ້, ໂດຍສະເພາະ ແມ່ນໃນສະພາບອາກາດຮ້ອນ ອົບເອົ້າແບບນີ້ ໜ່ວຍງານ (ອຢ) ຍິ່ງຈະຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ເພື່ອຊ່ວຍໃຫ້ຜູ້ບໍລິໂພກອາ ຫານ ແລະ ເຄື່ອງດື່ມມີຄວາມ ປອດໄພ, ເຊິ່ງຕາມການລາຍ ງານຂອງພະແນກສາທາລະ ນະສຸກນະຄອນຫລວງວຽງ ຈັນ ໃຫ້ຮູ້ວ່າ: ນັບແຕ່ໄລຍະ ບຸນປີໃໝ່ລາວມານີ້, ເຊິ່ງເປັນ ໄລຍະທີ່ມີສະພາບອາກາດ ຮ້ອນແຮງເຮັດໃຫ້ຜູ້ປ່ວຍເຂົ້າ ມາປິ່ນປົວຕົນເອງຢູ່ຕາມໂຮງ ໝໍຕ່າງໆ ໃນນະຄອນຫລວງ ວຽງຈັນ ສ່ວນຫລາຍແມ່ນ ເປັນພະຍາດຖອກທ້ອງຮຸນ ແຮງ, ອັນເນື່ອງມາຈາກການ ບໍລິໂພກອາຫານ ແລະ ເຄື່ອງ ດື່ມທີ່ບໍ່ປອດໄພເຊັ່ນ: ອາຫານ ບູດເໜົ່າ, ຂາດອະນາໄມ, ກິນ ອາຫານບໍ່ສຸກດີ ຫລື ອາຫານ ທີ່ມີການເຈືອປົນສານເປັນ ພິດຕ່າງໆ, ສິ່ງນີ້ກໍຢັ້ງຢືນວ່າ ການເຄື່ອນໄຫວຂອງ (ອຢ) ເຮົາຍັງບໍ່ທັນແຂງແຮງເທົ່າ ທີ່ຄວນ.
ດັ່ງນັ້ນກໍຂໍໃຫ້ໜ່ວຍງານ ຫລື ອົງການດັ່ງກ່າວ ຈົ່ງເຮັດ ໜ້າທີ່ຂອງຕົນໃຫ້ສົມກັບເປັນ ທີ່ເພິ່ງຂອງປະຊາຊົນຢ່າງ ແທ້ຈິ່ງ./.

- 62111 - ອາກາດຮ້ອນແຮງ ອຢ ຕ້ອງໄດ້ເພີ່ມທະວີການເຮັດວຽກຂອງຕົນ
(ພາບປະກອບ)

- 3 - ອາກາດຮ້ອນແຮງ ອຢ ຕ້ອງໄດ້ເພີ່ມທະວີການເຮັດວຽກຂອງຕົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!