ກະຊວງສຶກສາເບິ່ງຕື່ມລະບຽບພັກຮຽນ

ກະຊວງສຶກສາເບິ່ງຕື່ມລະບຽບພັກຮຽນ - 20768100 1421338854621065 2000134801984204564 n - ກະຊວງສຶກສາເບິ່ງຕື່ມລະບຽບພັກຮຽນ
ກະຊວງສຶກສາເບິ່ງຕື່ມລະບຽບພັກຮຽນ - kitchen vibe - ກະຊວງສຶກສາເບິ່ງຕື່ມລະບຽບພັກຮຽນ

ໂດຍ: ທ່ຽງທຳ

ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ມາຮອດມື້ນີ້ຫວັງ ວ່າ ທຸກຄົນກໍອາດຈະເຂົ້າ ວຽກເຂົ້າງານຂອງຕົນເປັນ ທີ່ຮຽບຮ້ອຍ, ພາຍຫລັງໄດ້ ອື່ມເອີບກັບການສະຫລອງປີ ໃໝ່ປະຈຳຊາດ ຂອງຕົນມາ ເປັນໄລຍະຍາວນັບແຕ່ວັນ ທີ 14 ຈົນມາຮອດ ວັນທີ 18 ເມສານີ້ ແລະ ບາງຜ່ອງ ກໍຍາວມາຮອດວັນທີ 21-22 ເມສາກໍມີ, ໂດຍສະເພາະ ແມ່ນເບື້ອງວິສາຫະກິດ ຕ່າງໆ ແລະ ຮ້າຍແຮງກວ່າ ນັ້ນແມ່ນບາງໂຮງຮຽນຂອງ ພາກເອກະຊົນຈົນເລີຍມາ ຮອດ 23-24 ນີ້ ເຊິ່ງລະເມີດ ກັບແຈ້ງການພັກຫລິ້ນປີໃໝ່ ລາວປີນີ້ຄື: ໃຫ້ພັກ 3 ວັນ ໃນ ໄລຍະສົງການເທົ່ານັ້ນແຕ່ ຍ້ອນກົງກັບວັນເສົາ, ວັນອາ ທິດ, ຈິ່ງໄດ້ພັກສົດເຊີຍມາ ຮອດ 17-18 ເມສາ. ນີ້ ແມ່ນ ການພັກທີ່ຖືກຕ້ອງຕາມລະ ບຽບກົດໝາຍ, ແຕ່ຄຽງຄູ່ ກັນນັ້ນກໍມີຫລາຍໂຮງຮຽນ ຂອງພາກເອກະຊົນໄດ້ສວຍ ໂອກາດພັກຍາວມາຢ່າງລຳ ພັງໃຈໂດຍບໍ່ໄດ້, ຄຳນຶງ ເຖິງ ດ້ານລະບຽບຫລັກການແຕ່ ຢ່າງໃດ ແລະ ການລ່ວງລະ ເມີດແບບຕາມໃຈນີ້ຂອງ ບັນດາໂຮງຮຽນ ດັ່ງກ່າວ ເຊິ່ງບໍ່ພຽງແຕ່ໃນວັນບຸນປີ ໃໝ່ນີ້ເທົ່ານັ້ນ, ເຊິ່ງທຸກໆ ວັນບຸນ, ວັນງານໃຫຍ່ຂອງ ຊາດເຂົາເຈົ້າກໍຈະສວຍໂອ ກາດພັກຍາວໄປຢ່າງບໍ່ມີເຫດ ຜົນ, ຕໍ່ສະພາບເປັນໄປແບບນີ້ ມັນມີແກ່ຍາວມາດົນແລ້ວ, ແຕ່ເບິ່ງຄືວ່າ ຂະແໜງມະຫາ ພາກການສຶກສາກໍຍັງເມີນ ເສີຍຢູ່.

ກະຊວງສຶກສາເບິ່ງຕື່ມລະບຽບພັກຮຽນ - Visit Laos Visit SALANA BOUTIQUE HOTEL - ກະຊວງສຶກສາເບິ່ງຕື່ມລະບຽບພັກຮຽນ

ດັ່ງນັ້ນເພື່ອຜົນປະໂຫຍດ ຂອງຜູ້ເຂົ້າຮຽນທີ່ໄດ້ເສຍຄ່າ ຮຽນນັບຈຳນວນຫລາຍໃນ ແຕ່ລະເດືອນ, ລະປີນັ້ນ, ຈິ່ງຂໍ ຮຽກຮ້ອງໃຫ້ຜູ້ຮັບຜິດຊອບ ການສຶກສາພາກເອກະຊົນ ຈົ່ງ ໄດ້ລົງກວດກາຕິດຕາມເພື່ອ ໃຫ້ເຂົາເຈົ້າເອົາໃຈໃສ່ປະຕິ ບັດຕາມລະບຽບການສຶກສາ ໃຫ້ເຂັ້ມງວດ ແລະ ເຮັດໃຫ້ ການຮຽນ. ການສອນຢູ່ບັນ ດາໂຮງຮຽນດັ່ງກ່າວມີປະ ສິດທິຜົນສູງຂຶ້ນ./.

ຄວນເບິ່ງຄືນການເອົາແຄມທາງຈັດສັນເປັນບ່ອນຈອດລົດ

ເປັນຫວ່ງໂຮງຮຽນພາກເອກະຊົນສວຍໂອກາດພັກຍາວໃນວັນບຸນຕ່າງໆ

ກະຊວງສຶກສາເບິ່ງຕື່ມລະບຽບພັກຮຽນ - 20768100 1421338854621065 2000134801984204564 n - ກະຊວງສຶກສາເບິ່ງຕື່ມລະບຽບພັກຮຽນ
(ພາບປະກອບ)

ກະຊວງສຶກສາເບິ່ງຕື່ມລະບຽບພັກຮຽນ - 4 - ກະຊວງສຶກສາເບິ່ງຕື່ມລະບຽບພັກຮຽນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!