IS ອ້າງລະເບີດໜ່ວຍລົງທະບຽນ ເລືອກຕັ້ງອັບການິດສະຖານ

is ອ້າງລະເບີດໜ່ວຍລົງທະບຽນ ເລືອກຕັ້ງອັບການິດສະຖານ - 000 1481MG 640x400 - IS ອ້າງລະເບີດໜ່ວຍລົງທະບຽນ ເລືອກຕັ້ງອັບການິດສະຖານ
is ອ້າງລະເບີດໜ່ວຍລົງທະບຽນ ເລືອກຕັ້ງອັບການິດສະຖານ - kitchen vibe - IS ອ້າງລະເບີດໜ່ວຍລົງທະບຽນ ເລືອກຕັ້ງອັບການິດສະຖານ

ມື​ລະ​ເບີດ​ຂ້າ​ຕົວ​ຕາຍ​ລົງມື​ກໍ່​ເຫດ​ຢູ່​ໜ່ວຍ​ລົງທະບຽນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ນະຄອນຫລວງ​ກາ​ບູນ ປະ​ເທດ​ອັບ​ກາ​ນິດ​ສະຖານ ​ໃນ​ວັນ​ທີ 22 ​ເມ​ສາ ຂ້າ​ຊີວິດ​ຜູ້​ຄົນ​ໄປ 57 ສົບ ​ແລະ ບາດ​ເຈັບ 100 ກວ່າ​ຄົນ.

is ອ້າງລະເບີດໜ່ວຍລົງທະບຽນ ເລືອກຕັ້ງອັບການິດສະຖານ - AP18112296895248 640x400 - IS ອ້າງລະເບີດໜ່ວຍລົງທະບຽນ ເລືອກຕັ້ງອັບການິດສະຖານ

is ອ້າງລະເບີດໜ່ວຍລົງທະບຽນ ເລືອກຕັ້ງອັບການິດສະຖານ - Visit Laos Visit SALANA BOUTIQUE HOTEL - IS ອ້າງລະເບີດໜ່ວຍລົງທະບຽນ ເລືອກຕັ້ງອັບການິດສະຖານ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ກາ​ບູນ ປະ​ເທດ​ອັບ​ກາ​ນິດ​ສະຖານ ​ໃນ​ວັນ​ທີ 22 ​ເມສາວ່າ: ທ່ານ ນາ​ຈິບ ດາ​ເນ​ຊ ​ໂຄສົກ​ກະຊວງພາຍ​ໃນ​ຂອງ​ອັບ​ກາ​ນິດ​ສະຖານ​ຖະ​ແຫລ​ງວ່າ: ຄົນ​ຮ້າຍ​ມື​ລະ​ເບີດ​ຂ້າ​ຕົວ​ຕາຍ 1 ຄົນ​ຍ່າງ​ເຂົ້າ​ໄປ​ກໍ່​ເຫດ ​ໂດຍ​ການ​ຈູດ​ສະ​ນວນ​ລະ​ເບີດ​ຂ້າ​ຕົວ​ຕາຍ​ຢູ່​ໜ່ວຍ​ລົງທະບຽນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ນະຄອນຫລວງ​ກາ​ບູນ ວັນ​ທີ 22 ​ເມສາ ຂະນະ​ທີ່​ເຈົ້າໜ້າ​ທີ່​ກຽມ​ແຈກ​ບັດປະຈຳຕົວ​ຜູ້​ມີ​ສິດ​ອອກສຽງ​ເລືອກ​ຕັ້ງສຳລັບ​ການ​ເລືອກ​ຕັ້ງສະມາຊິກ​ລັດຖະສະພາ​ທີ່​ກຳນົດ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ຕຸລາ​ປີ​ນີ້, ​ເບື້ອງຕົ້ນພົບ​ຜູ້​ເສຍ​ຊີວິດ 31 ຄົນ ​ແລະ ບາດ​ເຈັບ​ອີກ 54 ຄົນ ຖື​ເປັນ​ການ​ໂຈມ​ຕີ​ທີ່​ຮຸນ​ແຮງ​ທີ່​ສຸດ​ໃນ​ນະຄອນຫລວງ​ກາ​ບູນນັບ​ແຕ່​ເຫດ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ເຊື່ອງ​ໃນ​ລົດ​ໂຮງໝໍ ​ໃນ​ເດືອນ​ມັງກອນ​ຜ່ານ​ມາ ຂ້າ​ຊີວິດ​ຜູ້​ຄົນ​ໄປ​ປະມານ 100 ຄົນ.

is ອ້າງລະເບີດໜ່ວຍລົງທະບຽນ ເລືອກຕັ້ງອັບການິດສະຖານ - 5adc4a308c8c7 - IS ອ້າງລະເບີດໜ່ວຍລົງທະບຽນ ເລືອກຕັ້ງອັບການິດສະຖານ

ຕໍ່​ມາ​ກຸ່ມ​ຫົວ​ຮຸນ​ແຮງ IS ​ໄດ້​ອອກ​ມາ​ປະກາດ​ອ້າງ​ຄວາມ​ຮັບຜິດຊອບ​ເຫດ​ໂຈມ​ຕີ​ດັ່ງກ່າວ ​ເພາະ​ເປັນ​ປະຕິບັດ​ການຄັ້ງສຳຄັນ​ເພື່ອ​ທຳລາຍ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ລັດຖະບານ​ປະທານາທິບໍດີ ອັຊຣາຟ ກາ​ນີ ​ແຫ່ງ​ອັບ​ກາ​ນິດ​ສະຖານ ​ເຊິ່ງມີ​ປະ​ເທດ​ຕາ​ເວັນ​ຕົກ​ໃຫ້ການ​ສະໜັບສະໜູນ. ທ່ານ ວາ​ຮິດ ມາ​ໂຣ ​ໂຄສົກ​ກະຊວງ​ສາທາລະນະ​ສຸກ​ຂອງ​ອັບ​ກາ​ນິດ​ສະຖານ ຖະ​ແຫລ​ງວ່າ: ພົບ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ​ເປັນ 57 ຄົນ​ແລ້ວ ​ໃນ​ຈຳນວນ​ນີ້​ເປັນ​ຜູ້ຍິງ 22 ຄົນ ​ແລະ ​ເດັກ 7 ຄົນ. ຂະນະ​ດຽວ​ກັນ ກໍ​ມີ​ຜູ້​ບາດ​ເຈັບ​ສູງ​ເຖິງ 119 ຄົນ ​ແຍກ​ເປັນ​ຜູ້ຍິງ 52 ຄົນ ​ແລະ ​ເດັກ 17 ຄົນ ​ເຊິ່ງຕົວ​ເລກ​ຜູ້​ເສຍ​ຊີວິດ​ອາດ​ສູງ​ກວ່າ​ນີ້.

is ອ້າງລະເບີດໜ່ວຍລົງທະບຽນ ເລືອກຕັ້ງອັບການິດສະຖານ - 5 - IS ອ້າງລະເບີດໜ່ວຍລົງທະບຽນ ເລືອກຕັ້ງອັບການິດສະຖານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!