ເຈົ້າແຂວງໄຊຍະບູລີ ໂອ້ລົມປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດຢູ່ເມືອງພຽງ


ທ່ານ ພົງສະຫວັນ ສິດ ທະວົງ ເຈົ້າແຂວງໄຊຍະບູລີ ແລະ ຄະນະ ໄດ້ລົງພົບປະ ປະຊາຊົນທີ່ຖືກຜົນກະທົບຈາກ ໄພພິບັດລົມພະຍຸພັດຢູ່ 3 ບ້ານ ຂອງເມືອງພຽງ ແຂວງໄຊຍະບູລີ ໃນວັນທີ 18 ເມສາ ນີ້ ໂດຍໄດ້ແນະນຳໃຫ້ປະຊາ ຊົນເອົາໃຈໃສ່ການສ້ອມແປງເຮືອນຊານທີ່ຢູ່ອາໄສ ໃຫ້ກັບຄືນສູ່ປົກກະຕິພ້ອມ ທັງລາຍງານຂໍ້ມູນທີ່ເສຍ ຫາຍໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍໄວ, ເອົາໃຈໃສ່ຮັກສາ ຄວາມສາມັກຄີໃຫ້ເປັນຈິດໜຶ່ງໃຈດຽວກັນ, ຊີ້ນຳ ແລະ ນຳພາລູກບ້ານໃຫ້ ສືບຕໍ່ ທຳການຜະລິດກະສິກຳໃຫ້ ຫລາຍກາຍເປັນສິນຄ້າ ເພື່ອນຳພາຄອ ຄົວໃຫ້ຮັ່ງ ມີເຂັ້ມແຂງ, ພ້ອມດຽວກັນ ກໍຊ່ວຍເປັນຫູເປັນຕາໃນ ການຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ໃນສັງ ຄົມ ເປັນຕົ້ນແມ່ນບັນຫາ ຢາເສບຕິດ, ຂີ້ລັກງັດແງະ ແລະ ບັນຫາອື່ນໆ ທັງນີ້ ກໍເພື່ອເຮັດໃຫ້ສັງຄົມມີ ຄວາມສະຫງົບ ໂດຍພື້ນ ຖານ, ຈາກນັ້ນ ທ່ານເຈົ້າ ແຂວງ ກໍໄດ້ມອບເງິນຊ່ວຍ ເຫລືອໃຫ້ປະຊາຊົນທີ່ຖືກ ຜົນກະທົບຈໍານວນ 30 ລ້ານກີບ.


+ ເມືອງຫົງສາສະຫລຸບວຽກງານຄວບຄຸມໄພພິບັດ
+ ທະຫານແຂວງວຽງຈັນມອບເງິນ 12 ລ້ານກວ່າກີບຊ່ວຍເຫລືອຜູ້ປະສົບໄພພິບັດທຳມະຊາດ
ລົມພະຍຸລະດູຮ້ອນພັດເຂົ້າເຂດທີ່ຢູ່ອາໄສຂອງປະຊາຊົນ ເມືອງພຽງ ໃນລະ ຫວ່າງວັນທີ 30 ມີນາ ຫາ ວັນທີ 1 ເມສາ 2018, ເຮັດ ໃຫ້ 3 ບ້ານໄດ້ຮັບຜົນກະ ທົບຄື: ບ້ານ ນາໂສມໃຫຍ່, ບ້ານ ນາຊິງ ແລະ ບ້ານ ນາ ຕານ, ມີເຮືອນເປ່ເພ 303 ຫລັງ, ໂຮງຮຽນ 2 ຫລັງ, ຫ້ອງປະຊຸມ ບ້ານ 2 ຫລັງ ແລະ ໂຮງສີເຂົ້າ 1 ຫລັງ, ລວມມູນຄ່າເສຍຫາຍກວ່າ 1,74 ຕື້ກີບ./.

