ກະຊວງ ກຊສ ຍ້ອງຍໍຜູ້ມີຜົນງານດີເດັ່ນ

ກະຊວງ ກຊສ ຍ້ອງຍໍຜູ້ມີຜົນງານດີເດັ່ນ - resource - ກະຊວງ ກຊສ ຍ້ອງຍໍຜູ້ມີຜົນງານດີເດັ່ນ
ກະຊວງ ກຊສ ຍ້ອງຍໍຜູ້ມີຜົນງານດີເດັ່ນ - kitchen vibe - ກະຊວງ ກຊສ ຍ້ອງຍໍຜູ້ມີຜົນງານດີເດັ່ນ

ເມື່ອບໍ່ດົນມານີ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດພິທີຍ້ອງຍໍຜົນງານ 5 ປີ 2011-2015 ແລະ ຜົນງານ 1 ປີ 2017 ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານພົນໂທ ຈັນສະໝອນ ຈັນຍາລາດ  ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ກອງ, ຮອງຫົວໜ້າກົມກອງ, ພະນັກງານບຳນານ ແລະ ພະນັກງານ-ລັດຖະກອນອ້ອມຂ້າງກະຊວງດັ່ງກ່າວເຂົ້າຮ່ວມເປັນຈຳນວນຫລາຍ.

ໃນໂອກາດນີ້, ທ່ານນາງ ບຸນຄຳ ວໍລະຈິດ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ຂຶ້ນຜ່ານບົດສະຫລຸບການເຄື່ອນໄຫວວຽກງານ ແລະ ຜົນງານໃນໄລຍະ 5 ປີ 2011 -2015 ວ່າ: ໄດ້ສໍາເລັດການສ້າງ ແລະ ປັບປຸງບັນດາກົດໝາຍທີ່ຕິດພັນກັບຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ວຽກງານອື່ນໆ ທີ່ເປັນສິດ ແລະ ໜ້າທີ່ຂອງກະຊວງ. ຈາກນັ້ນທ່ານຫົວໜ້າກົມຈັດຕັ້ງ-ພະນັກງານ ກໍໄດ້ຂຶ້ນອ່ານລັດຖະດຳລັດຂອງປະທານປະເທດວ່າດ້ວຍການປະດັບຫລຽນໄຊແຮງງານຊັ້ນ I, ຊັ້ນ II ແລະ ຊັ້ນ III ໃຫ້ແກ່ບຸກຄົນ ແລະ ກົມກອງລວມໝູ່. ໃນນີ້ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີກະຊວງ ໄດ້ຂຶ້ນປະດັບຫລຽນກາແຮງງານໃຫ້ແກ່ 92 ທ່ານ (ຍິງ 20 ທ່ານ) ແລະ ທ່ານນາງ ບຸນຄໍາ ວໍລະຈິດ ໄດ້ຂຶ້ນມອບໃບຍ້ອງຍໍລັດຖະບານໃຫ້ແກ່ພະນັກງານ-ລັດຖະກອນ ຈຳນວນ 257 ທ່ານ (ຍິງ 102 ທ່ານ). ຈາກນັ້ນໄດ້ມີການຍ້ອງຍໍຜົນງານ 1 ປີຜ່ານມາ, ຊຶ່ງປະເພດ I ມີ 17 ກົມກອງ, ຊົມເຊີຍກົມກອງລວມໝູ່ປະເພດ I ມີ 1 ກົມກອງ ແລະ ຍ້ອງຍໍບຸກຄົນດີເດັ່ນປະເພດ I ມີຈຳນວນ 195 ທ່ານ (ຍິງ 53 ທ່ານ), ຊົມເຊີຍບຸກຄົນດີເດັ່ນປະເພດ I ມີຈຳນວນ 285 ທ່ານ (ຍິງ 104 ທ່ານ) ແລະ ຊົມເຊີຍ ບຸກຄົນດີເດັ່ນປະເພດ II ມີຈຳນວນ 352 ທ່ານ (ຍິງ 174 ທ່ານ), ໂດຍການໃຫ້ກຽດມອບຂອງທ່ານ ຈັນສະໝອນ ຈັນຍາລາດ.

ໃນໂອກາດນີ້, ຍັງໄດ້ມີການຜ່ານຂໍ້ຕົກລົງວ່າດ້ວຍການຮັບຮອງເອົາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາປະຈຳປີ 2018 ອີກດ້ວຍ.

ກະຊວງ ກຊສ ຍ້ອງຍໍຜູ້ມີຜົນງານດີເດັ່ນ - 3 - ກະຊວງ ກຊສ ຍ້ອງຍໍຜູ້ມີຜົນງານດີເດັ່ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!