ເມືອງຫຼວງພະບາງ ໄດ້ຮັບການຍົກລະດັບຂຶ້ນເປັນນະຄອນຢ່າງເປັນທາງການແລ້ວ


ພິທີປະກາດສ້າງຕັ້ງນະຄອນຫຼວງພະບາງ ໄດ້ຈັດຂື້ນຢ່າງເປັນທາງການ ໃນວັນທີ 15 ເມສານີ້ ຢູ່ໜ້າຫໍພິພິຕະພັນແຫ່ງຊາດຫຼວງພະບາງ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດແຂ່ງ ສປປ ລາວພ້ອມດ້ວຍພັນລະຍາ ແລະ ມີການນຳພັກ-ລັດຂັ້ນສູງ, ການນຳຂອງແຂວງ, ແຂກທັງພາຍໃນ ແລະຕ່າງປະເທດ ຕະຫຼອດຮອດມວນຊົນແຂວງຫຼວງພະບາງເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ທີເລີ່ມຕົ້ນຂື້ນໂດຍການຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ເລກທີ 126/ນຍ ລົງວັນທີ 11 ເມສາ 2018 ວ່າດ້ວຍການສ້າງຕັ້ງນະຄອນຫຼວງພະບາງ ໂດຍ ທ່ານ ຄຳມູນ ວິວົງໄຊ ຮອງລັດຖະມົນຕີກະຊວງພາຍໃນ ເຊິ່ງດຳລັດດັ່ງກ່າວປະກອບມີ 5 ມາດຕາ ໂດຍສະເພາະມາດຕາ, 1 ເວົ້າເຖິງການສ້າງຕັ້ງ ນະຄອນ-ຫຼວງພະບາງ ປ່ຽນແທນ ເມືອງຫຼວງພະບາງ ເຊິ່ງເປັນອົງການປົກຄອງທ້ອງຖິ່ນຂັ້ນດຽວກັບເມືອງ ຂື້ນກັບແຂວງຫຼວງພະບາງ, ມີເນື້ອທີ່ທັງໝົດ 761 ກິໂລຕາແມັດ, ປະກອບມີ 114 ບ້ານ ແລະ ມີພົນລະເມືອງທັງໝົດ 97.760 ຄົນ ຍິງ 48.167 ຄົນ, ຈາກນັ້ນ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງລວງພະບາງ ໄດ້ຜ່ານບົດລາຍງານໂດຍຫຍໍ້ກ່ຽວກັບການສ້າງຕັ້ງນະຄອນ ຫຼວງພະບາງ ວ່າ: ການທີ່ອົງການປົກຄອງແຂວງ ຄົ້ນຄວ້າ ແລະ ນຳສະເໜີຍົກຖານະເມືອງຫຼວງພະບາງ ຂື້ນເປັນນະຄອນ ເພື່ອເຮັດໃຫ້ການເຊື່ອມໂຍງ ແລະ ພົວພັນຮ່ວມມື ລວມທັງການຊ່ວຍເຫຼືອດຶງດູດການລົງທຶນຈາກທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບການພັດທະນາສ້າງນະຄອນ ຫຼວງພະບາງ ໃຫ້ກາຍເປັນນະຄອນສີຂຽວ, ສະອາດງາມຕາ, ໜ້າຢູ່ ແລະ ໜ້າທ່ຽວຊົມ ຕິດພັນກັບການປົກປັກຮັກ ສາສິ່ງແວດລ້ອມແບບຍືນຍົງ. ຈາກນັ້ນ ທ່ານ ຄໍາຂັນ ຈັນທະວີ ເຈົ້າແຂວງລວງພະບາງ ໄດ້ຂື້ນປະກາດ ເມືອງຫຼວງພະບາງ ເປັນນະຄອນຫຼວງພະບາງຢ່າງເປັນທາງການ ແລະ ທ່ານປະທານປະເທດໃຫ້ກຽດລັ່ນຄ້ອງ 9 ບາດເພື່ອເປັນສີລິມຸງຄຸນ.
ພິທີປະກາດສ້າງຕັ້ງຫຼວງພະບາງເປັນນະຄອນ ໄດ້ຈັດຂື້ນພ້ອມກັນກັບການຈັດງານບຸນປີໃໝ່ລາວທີ່ແຂວງຫຼວງພະບາງກຳນົດເອົາເປັນກິດຈະກຳຫຼັກ ເພື່ອສະ ເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ໃຫ້ມີບັນຍາກາດຟົດຟື້ນ.