ພິທີຕັກນ້ຳຂອງກິດຈະກຳຫົດນ້ຳບຸນປີໃໝ່ປີຈສ. 1380 ຕາມປະຕິທິນເຜົ່າໄທລື້ຈັດຂຶ້ນ

ພິທີຕັກນ້ຳຂອງກິດຈະກຳຫົດນ້ຳບຸນປີໃໝ່ປີຈສ. 1380 ຕາມປະຕິທິນເຜົ່າໄທລື້ຈັດຂຶ້ນ - 30771677 1451246475005199 377809779 o - ພິທີຕັກນ້ຳຂອງກິດຈະກຳຫົດນ້ຳບຸນປີໃໝ່ປີຈສ. 1380 ຕາມປະຕິທິນເຜົ່າໄທລື້ຈັດຂຶ້ນ
ພິທີຕັກນ້ຳຂອງກິດຈະກຳຫົດນ້ຳບຸນປີໃໝ່ປີຈສ. 1380 ຕາມປະຕິທິນເຜົ່າໄທລື້ຈັດຂຶ້ນ - kitchen vibe - ພິທີຕັກນ້ຳຂອງກິດຈະກຳຫົດນ້ຳບຸນປີໃໝ່ປີຈສ. 1380 ຕາມປະຕິທິນເຜົ່າໄທລື້ຈັດຂຶ້ນ
ພິທີຕັກນ້ຳຂອງກິດຈະກຳຫົດນ້ຳບຸນປີໃໝ່ປີຈສ. 1380 ຕາມປະຕິທິນເຜົ່າໄທລື້ຈັດຂຶ້ນຢ່າງຄຶກຄື້ນຢູ່ແຄມຝັ່ງແມ່ນ້ຳລ້ານຊ້າງກິ່ງແຂວງສິບສອງພັ່ນນາ ວັນທີ 15 ເມສານີ້, ພິທີຕັກນ້ຳ “ຕ້ອນຮັບນ້ຳສັກສິດ ມອບສິລິມຸງຄຸນ” ຂອງກິດຈະກຳຫົດນ້ຳບຸນປີໃໝ່ປີ 1380 ຕາມປະຕິທິນເຜົ່າໄທລື້ຈັດຂຶ້ນຢ່າງຄຶກຄື້ນຢູ່ແຄມຝັ່ງແມ່ນ້ຳລ້ານຊ້າງເມືອງຈິງຮົງກິ່ງແຂວງສິບສອງພັ່ນນາແຂວງຢຸນນານຈີນ. ໃນພິທີຕັກນ້ຳ, ພໍ່ຈານ ໄດ້ນຳພາຜູ້ສາວເຜົ່າລື້ 3 ຄົນນັ່ງຄຸເຂົ່າຢູ່ແຄມນ້ຳ, ຂໍນ້ຳນຳ “ເຈົ້ານ້ຳ” ຂອງແມ່ນ້ຳລ້ານຊ້າງ. ແລ້ວຜູ້ສາວເຜົ່າລື້ທີ່ສວຍງາມ 7 ຄົນຕັກນ້ຳສັກສິດຈາກແມ່ນ້ຳລ້ານຊ້າງ ແລ້ວໃສ່ບາດຄຳເທິງເວທີ. ສຸດທ້າຍ, ຄູບາສູດມົນໃຫ້ນ້ຳສັກສິດເພື່ອອະທິຖານ, ອະທິຖານໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນມີຄວາມສຸກ, ການປູກຝັງແລະການເກັບກ່ຽວຢ່າງອຸດົມສົມບູນ, ປະຊາຊົນຢູ່ເຢັນເປັນສຸກແລະມີສິລິມຸງຄຸນ. ຫຼັງຈາກພິທີສິ້ນສຸດລົງແລ້ວ, ນ້ຳສັກສິດ ຈະຖືກສົ່ງໄປສະໜາມຫຼວງຫົດນ້ຳ ເຊິ່ງເປັນສະຖານທີ່ຫຼັກຂອງກິດຈະກຳຫົດນ້ຳ, ແລ້ວເລີ່ມເຂົ້າສູ່ກິດຈະກຳຫົດນ້ຳໝື່ນຄົນທີ່ຟົດຟື້ນທີ່ສຸດ.
 ບຸນປີໃໝ່ເຜົ່າລື້ແມ່ນບຸນປະເພນີທີ່ສຳຄັນທີ່ສຸດຂອງກິ່ງແຂວງສິບສອງພັ່ນນາ, ເພາະກິດຈະກຳຫົດນ້ຳທີ່ມ່ວນຊື່ນຟົດຟື້ນໃນຍາມບຸນຍັງຖືກເອີ້ນເປັນບຸນຫົດນ້ຳ. ບຸນຫົດນ້ຳປີນີ້ກົງກັບວັນທີ 13 14 15 ເມສາ. ພິທີຕັກນ້ຳໃນບຸນຫົດນ້ຳໄດ້ສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຕໍ່ແມ່ນ້ຳລ້ານຊ້າງ ແລະຄຸນສົມບັດຮັກນ້ຳ ເຄົາລົບນ້ຳແລະຖະນຸຖະໜອມນ້ຳ ອັນດີງາມແບບດັ້ງເດີມຂອງປະຊາຊົນເຜົ່າຕ່າງໆຂອງກິ່ງແຂວງສິບສອງພັ່ນນາ.

 

ພິທີຕັກນ້ຳຂອງກິດຈະກຳຫົດນ້ຳບຸນປີໃໝ່ປີຈສ. 1380 ຕາມປະຕິທິນເຜົ່າໄທລື້ຈັດຂຶ້ນ - 5 - ພິທີຕັກນ້ຳຂອງກິດຈະກຳຫົດນ້ຳບຸນປີໃໝ່ປີຈສ. 1380 ຕາມປະຕິທິນເຜົ່າໄທລື້ຈັດຂຶ້ນ
ພິທີຕັກນ້ຳຂອງກິດຈະກຳຫົດນ້ຳບຸນປີໃໝ່ປີຈສ. 1380 ຕາມປະຕິທິນເຜົ່າໄທລື້ຈັດຂຶ້ນ - Visit Laos Visit SALANA BOUTIQUE HOTEL - ພິທີຕັກນ້ຳຂອງກິດຈະກຳຫົດນ້ຳບຸນປີໃໝ່ປີຈສ. 1380 ຕາມປະຕິທິນເຜົ່າໄທລື້ຈັດຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!