ແຫ່ນາງສັງຂານ ແລະ ພຣະພຸດທະຮູບມິ່ງ ຂວັນຢູ່ນະຄອນຫລວງວຽງຈັນເນື່ອງໃນໂອ ກາດບຸນປີໃໝ່ລາວ.


ພິທີແຫ່ງນາງສັງຂານ ແລະ ພຣະພຸດທະຮູບມິ່ງຂວັນ ແລະ ເປີດກິດຈະກຳສະຫລອງປີໃໝ່ລາວຢູ່ນະຄອນຫລວງວຽງຈັນ, ໄດ້ມີຂຶ້ນໃນວັນທີ 14 ເມສານີ້, ໂດຍການເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ແລະ ມີມວນຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈຳນວນຫລາຍ. ໂດຍຂະບວນແຫ່ໄດ້ເລີ່ມແຕ່ວັດອິນແປງໄປຕາມເສັ້ນທາງຟ້າງຸ່ມແລ້ວ ຕັດໃສ່ເສັ້ນທາງເຈົ້າອານຸວົງແຄມຂອງ, ຊຶ່ງມີຂະບວນນາງສັງຂານ (ທິດາທັງ 7 ຂອງພະຍາກະບິນລະພົມ), ຂະບວນການນຳນະຄອນຫລວງວຽງຈັນດ, ພ້ອມດ້ວຍພຣະສົງທີ່ໄດ້ສູດໄຊຍັນໂຕ ແລະ ຫົດນ້ຳມົນ ເພື່ອໃຫ້ພອນແກ່ປວງຊົນທີ່ລໍຖ້າຊົມຕະຫລອດເສັ້ນທາງ.
ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ສຳລັບກິດຈະກຳບຸນປີໃໝ່ນີ້, ນະຄອນຫລວງວຽງຈັນໄດ້ກຳນົດເອົາຫາດຊາຍດອນຈັນ ເປັນບ່ອນຈັດກິດຈະກໍາ ເພື່ອໃຫ້ມວນຊົນໄດ້ລົງຫລິ້ນນ້ຳ. ນອກນັ້ນ ຍັງມີພິທີສົງພຣະ 9 ວັດ, ຕັກບາດ, ຕົບພະທາດຊາຍ ແລະ ອື່ນໆ, ໂດຍເລີ່ມແຕ່ວັນທີ 14-16 ເມສາ.