ລາຍການເຄື່ອນໄຫວບຸນປີໃໝ່ລາວ ປະຈໍາປີ ພສ 2561 ງານສະເຫຼີມສະຫຼອງປີທ່ອງທ່ຽວລາວ ທີ່ແຂວງຫຼວງພະບາງ


ລາຍການເຄື່ອນໄຫວບຸນປີໃໝ່ລາວ ປະຈໍາປີ ພສ 2561 ງານສະເຫຼີມສະຫຼອງປີທ່ອງທ່ຽວລາວ ທີ່ແຂວງຫຼວງພະບາງ ຄສ 2018 ລະຫວ່າງວັນທີ 11-20 ເມສາ 2018. ວັນທີ 11-12 ເມສາ 2018 1. ເວລາ 19:30-23:00 ງານປະກວດນາງສັງຂານປະຈໍາປີ ພສ 2561 2. ວັນທີ 13 ເມສາ 2018, ເວລາ 9:00 ພິທີແຫ່ຊ້າງຮຽງເກີຍຈາກເດີ່ນທາດຫຼວງ ຫາ ວັດໃໝ່ສຸວັນນະພູມມາຣາມ ແລະ ວັດຊຽງທອງ. 3. ເວລາ 10:00 ເປີດຕະຫຼາດນັດຫັດຖະກໍາ ງານສີມືຂອງປະຊາຊົນຊາວຫຼວງພະບາງ, ງານເທດສະການອາຫານລາວ. ວັນທີ 14 ເມສາ 2018. 1. ໂລະລາດແບບມວນຊົນແຕ່ 3 ແຍກບ້ານຈຸມຄ້ອງ ຫາ 3 ແຍກພະແນກໂຍທາແຂວງ, ຊົມການວາງສະແດງຊື້-ຂາຍ ຜະລິດຕະພັນທັງພາຍໃນແລະຕ່າງປະເທດ. 2. ເວລາ 9:00, ພິທີອາລາດທະນາອັງເຊີນພະພຸດທະຮູບລົງຫົດສົງຢູ່ຕາມວັດແຫ່ງຕ່າງໆພາຍໃນເມືອງຫຼວງພະບາງ. 3. ເວລາ 13:00, ລົງຕົບພະທາດຊາຍທີ່ດອນຊາຍມຸງຄຸນ ມີການບູຊາພະທາດຊາຍ, ບາສີ, ສະແດງສິລະປະວັນນະຄະດີ, ກິລາພື້ນເມືອງ, ຈູດບັ້ງໄຟຫາງ, ທ່ຽວຊົມສະຖານທີ່ທ່ອງທ່ຽວເມືອງຈອມເພັດ. 4. ມີການສົງນໍ້າພະຢູ່ຕາມວັດແຫ່ງຕ່າງໆ ແລະ ຕອນຄໍ່າມີການຄົບງັນຕາມປະເພນີ. 5. ເວລາ 19:00, ພິທີໂຮມຊຸມນຸມເພື່ອປະກາດສ້າງຕັ້ງ ນະຄອນຫຼວງພະບາງ ທີ່ເດີ່ນພະທາດຫຼວງ ວັນທີ 15 ເມສາ 2018 1. ເວລາ 8:00 ທ່ຽວຊົມບ້ານວັດທະນະທໍາເຜົ່າລື້ຜານົມ, ຊົມການສະແດງສີລະປະວັນນະຄະດີທີ່ເປັນເອກະລັກຂອງເຜົ່າລື້, ບາສີສູ່ຂວັນໃຫ້ແກ່ການນໍາຕ່າງໆ ພ້ອມດ້ວຍແຂກພາຍໃນ ແລະ ຕ່າງປະເທດ. 2. ເວລາ 14:00, ພິທີສະເຫຼີມສະຫຼອງປີທ່ອງທ່ຽວລາວ ຢູ່ຕໍ່ໜ້າຫໍພິພິດທະພັນ ເລີ່ມແຕ່ຂະບວນແຫ່ຫວໍ່(ແຫ່ຂຶ້ນ ) ໄປຕາມເສັ້ນທາງຖະໜົນສີສະຫວ່າງວົງ ແຕ່ວັດທາດນ້ອຍ ຫາວັດຊຽງທອງ. 3. ເວລາ 19:00, ສົງນໍ້າພະເພື່ອເປັນສິລິມຸງຄຸນຕາມວັດຕ່າງໆພາຍໃນເມືອງຫຼວງພະບາງ. ວັນທີ 16 ເມສາ 2018 ມື້ສັງຂານຂຶ້ນປີໃໝ່ 1. ເວລາ 5:30, ການນໍາພັກ-ລັດ ຂັ້ນຕ່າງໆປະຊາຊົນບັນດາເຜົ່າ, ແຂກທັງພາຍໃນ ແລະ ຕ່າງປະເທດ ຮ່ວມກັນໃສ່ບາດຢູ່ໜ້າວັດແສນຂຶ້ນບູຊາພະທາດຈອມສີ( ພະທາດສັກສິດມິ່ງບ້ານຂວັນເມືອງຫຼວງພະບາງ). 2. ເວລາ 14:00, ເຊີນຊົມຂະບວນແຫ່ຫວໍ່ (ແຫ່ລ່ອງ) ຢູ່ຕາມເສັ້ນທາງຖະໜົນສະຫວ່າງວົງ ແຕ່ວັດຊຽງທອງ ຫາ ວັດທາດນ້ອຍ. ເວລາ 19:00, ເຊີນຊົມຂະບວນພະຍານາກ ໂຄມໄຟ ແຕ່ພະທາດຈອມສີ ລົງມາສູ່ໜອງຫໍພິພິດທະພັນ( ພະລາດຊະວັງເກົ່າ) ແລະ ຊົມການສະແດງພະລັກ-ພະລາມ, ຟ້ອນຍັກ, ຟ້ອນລົງ, ຟ້ອນນາງແກ້ວ. ວັນທີ 17 ເມສາ 2018 1. ເວລາ 9:00, ພິທີອາລາດທະນາ ອັງເຊີນພະບາງລົງປະດິດສະຖານໄວ້ທີ່ວັດໃໝ່ ສຸວັນນະພູມມາລາມ ແລະ ຈັດຕັ້ງພິທີຫົດສົງ. 2. ເວລາ 13:00 ການສໍາພັກ-ລັດ, ນາງສັງຂານທັງ 7 ໄປສົງນໍ້າພະພຸດທະຮູບຢູ່ຖໍ້າຕິ່ງຕາມຮີດຄອງປະເພນີ. 3. ຕອນຄໍ່າສືບຕໍ່ສົງນໍ້າພະບາງ ແລະ ຊົມການສະແດງສີລະປະວັນນະຄະດີ ຈາກໂຮງລະຄອນພະລັກພະລາມ ແຂວງຫຼວງພະບາງ ທີ່ວັດໃໝ່ ສຸວັນນະພູມມາລາມ. ວັນທີ 18-19 ເມສາ 2018 1. ເລີ່ມແຕ່ເວລາ 8:00-23:00, ສືບຕໍ່ສົ່ງນໍ້າພະບາງ ພະມິ່ງບ້ານຂວັນເມືອງຂອງຊາວລາວທັງຊາດ. 2. ຕອນຄໍ່າຊົມການສະແດງສິນລະປະວັນນະຄະດີ ຈາກໂຮງລະຄອນ ພະລັກ-ພະລາມ ແຂວງຫຼວງພະບາງ ທີ່ວັດໃໝ່ສຸວັນນະພູມມາລາມ. 3. ວັນທີ 20 ເມສາ 2018 ເວລາ 9:00 ພິທີອາລາດທະນາອັງເຊີນພະບາງ ຈາກວັດໃໝ່ ສຸວັນນະພູມມາລາມ ກັບຄືນປະດິດສະຖານຂຶ້ນສູ່ຫໍພະບາງ ແຂວງຫຼວງພະບາງ.