ປກສ ນະຄອນຫລວງ ມອບຊັບຄືນໃຫ້ເຈົ້າຂອງ ຄະດີດຶງສາຍຄໍທີ່ຕະຫລາດຊັ່ງຈຽງ
![[object object] - 30180011 1448417478621432 12098510 n - ປກສ ນະຄອນຫລວງ ມອບຊັບຄືນໃຫ້ເຈົ້າຂອງ ຄະດີດຶງສາຍຄໍທີ່ຕະຫລາດຊັ່ງຈຽງ [object object] - 30180011 1448417478621432 12098510 n - ປກສ ນະຄອນຫລວງ ມອບຊັບຄືນໃຫ້ເຈົ້າຂອງ ຄະດີດຶງສາຍຄໍທີ່ຕະຫລາດຊັ່ງຈຽງ](https://www.laophattananews.com/wp-content/uploads/2018/04/30180011_1448417478621432_12098510_n.jpg)

ວັນທີ 13 ເມສາ ນີ້, ທ່ານ ພັນໂທ ຈັນຫອມ ແກ້ວສຸລະໄຊ ຫົວໜ້າຫ້ອງຕຳຫລວດ ນະຄອນຫລວງວຽງຈັນ ໄດ້ມອບສາຍຄໍຄຳທີ່ຖືກຄົນຮ້າຍກໍ່ເຫດດຶງໄປ ຢູ່ເຂດຕະຫລາດຊັ່ງຈຽງ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ ຄືນໃຫ້ກັບຜູ້ເສຍຫາຍ ຊຶ່ງເປັນປະຊາຊົນ ຢູ່ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 5 ເມສາ ນີ້ ໄດ້ມີໄວລຸ້ນສອງຄົນຂີ່ລົດຈັກຄິກໄອ ບໍ່ຕິດປ້າຍທະບຽນ ກໍ່ເຫດດຶງສາຍຄໍຄຳຂອງປະຊາຊົນ ເຂດຕະຫລາດຊັ່ງຈຽງ ຈາກນັ້ນ ຜູ້ເສຍຫາຍໄດ້ໃຊ້ປືນຍິງໃສ່ໄວລຸ້ນທັງສອງຈົນໄດ້ຮັບບາດເຈັບຮູ້ຊື່ຜູ້ລົງມືກໍ່ເຫດຄື: ທ້າວ ສົມບູນ ອາຍຸ 30 ຢູ່ບ້ານ ນາລ້ອມ ເມືອງ ໄຊທານີ ແລະ ທ້າວ ພຶດສະພາ ອາຍຸ 31 ປີ ຢູ່ບ້ານ ເມືອງວາທົ່ງ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ ປັດຈຸບັນ ເຈົ້າໜ້າທີ່ໄດ້ຄວບຄຸມຕົວຜູ້ຕ້ອງຫາທັງສອງ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ
ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະ 3 ເດືອນຕົ້ນປີ ຢູ່ ນະຄອນຫລວງວຽງຈັນ ມີປະກົດການຫຍໍ້ທໍ້ເກີດຂຶນ 500 ກ່ວາເລື່ອງ, ພົ້ນເດັ່ນແມ່ນສະພາບລັກຊັບ, ມົ້ວສຸມຢາເສບຕິດ ແລະ ອື່ນໆ