ປີໃໝ່ໃຫ້ໃສ່ໃຈສະກັດກັ້ນອັກຄີໄພ


ໂດຍ: ທ່ຽງທຳ
ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ມື້ອື່ນນີ້ມື້ທຳອິດ ຂອງປີໃໝ່ລາວ ພສ 2561 ກໍໄດ້ໝູນວຽນມາເຖິງແລ້ວ ແລະ ໄລຍະນີ້, ກະເປັນຊ່ວງ ໄລຍະທີ່ມີອາກາດຮ້ອນແຮງ ອັນເປັນເງື່ອນໄຂກໍໃຫ້ເກີດ ອັກຄີໄພໄດ້ງ່າຍ.
ດັ່ງນັ້ນໃນການສະເຫລີມ ສະຫລອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວນີ້, ຈິ່ງຂໍ ຮຽກຮ້ອງໃຫ້ຊາວລາວພຸດ ທະສາສະນິກະຊົນທັງຫລາຍ, ຈົ່ງເພີ່ມຄວາມມີສະຕິລະວັງ ຕົວໃນການນຳໃຊ້ຟືນໄຟ, ໂດຍ ສະເພາະການນຳໃຊ້ອຸປະ ກອນໄຟຟ້າໃນເຮືອນ, ຈະເປັນ ພັດລົມ, ແອເຢັນ, ເຕົາອົບ, ໝໍ້ ໄຟຟ້າສຳລັບແຕ່ງຢູ່ຄົວກິນ, ຕະຫລອດໄປຈົນຮອດໄຟແສງ ສະຫວ່າງໃນຄອບຄົວເຮືອນ ຊານເມື່ອນຳໃຊ້ແລ້ວຕ້ອງ ເອົາໃຈໃສ່ມອດກົງເຕີ້ໄຟ, ຖອດປັກສຽບ ແລະ ມອດລະ ບົບໄຟຟ້າທັງໝົດໃນເຮືອນ ພາຍຫລັງອອກໄປເຮັດວຽກ ຫລືໄປຫລິ້ນຫົດສົງພະຕ່າງໆ ແລະ ສິ່ງສຳຄັນອີກຢ່າງໜຶ່ງ ໃນການໃຕ້ທູບໃຕ້ທຽນບູຊາ ຫລື ນຳໃຊ້ຟືນໄຟແຕ່ງຢູ່ຄົວ ກິນສຳເລັດແລ້ວຕ້ອງມອດ ທັນທີພ້ອມເອົາໃຈໃສ່ກວດ ກາໃຫ້ລະອຽດເພາະຊ່ວງໄລ ຍະນີ້ນອກ ຈາກມີສະພາບອາ ກາດຮ້ອນອົບເອົ້າແລ້ວ, ຍັງ ມີລົມພັດແຮງເປັນບາງໂອ ກາດອີກດ້ວຍ.
ດີທີ່ສຸດທຸກເຮືອນ, ທຸກ ສຳນັກງານອົງການຕ້ອງມີ ການຈັດຕັ້ງເວນຍາມປະຈຳ ການຕະຫລອດ 24 ຊົ່ວໂມງ ເພື່ອຊ່ວຍເປັນຫູເປັນຕາເຝົ້າ ລະວັງນັບທັງອັກຄີໄພ, ໂຈນ ຮ້າຍທີ່ຫວັງເຂົ້າມາທຳລາຍ, ຂີ້ລັກ-ງັດແງະ ແລະ ອື່ນໆ ໃຫ້ ຢູ່ໃນຄວາມປອດໄພແມ່ນຈະ ເປັນການດີທີ່ສຸດ, ສ່ວນເບື້ອງ ເຈົ້າໜ້າທີ່ຮັກສາຄວາມສະ ຫງົບ,ໜ່ວຍງານດັບມອດໄຟ ກໍຕ້ອງຢູ່ໃນຄວາມພ້ອມຕະ ຫລອດ 24 ຊົ່ວໂມງ ເມື່ອມີ ເຫດຮ້າຍເກີດຂຶ້ນກໍສາມາດ ຮັບມືໄດ້ຢ່າງທັນການ ແລະ ປອດໄພ, ຊ່ວຍສັງຄົມຫລິ້ນ ບຸນປີໃໝ່ດ້ວຍຄວາມສຸກ ແລະ ເບີກບານມວນຊື່ນ./.
+ ທ່າແຕງມອບເຄື່ອງຊ່ວຍເຫລືອໃຫ້ຜູ້ຖືກເຄາະຮ້າຍຈາກອັກຄີໄພ
+ ທ່າແຕງມອບເຄື່ອງຊ່ວຍເຫລືອໃຫ້ຜູ້ຖືກເຄາະຮ້າຍຈາກອັກຄີໄພ

