ອາເຊນອລ ຊະນະ ແມນ ຊິຕີ 2-1 ເຂົ້າໄປຊີງຊະນເລີດກັບ ເຊລຊີ ໃນບານເຕະ ເອຟເອ ຄັບ

- kitchen vibe - ອາເຊນອລ ຊະນະ ແມນ ຊິຕີ 2-1 ເຂົ້າໄປຊີງຊະນເລີດກັບ ເຊລຊີ ໃນບານເຕະ ເອຟເອ ຄັບ

- Untitled 2 copy 12 300x180 - ອາເຊນອລ ຊະນະ ແມນ ຊິຕີ 2-1 ເຂົ້າໄປຊີງຊະນເລີດກັບ ເຊລຊີ ໃນບານເຕະ ເອຟເອ ຄັບ
ການແຂ່ງຂັນເຕະບານ ເອຟ ເອ ຄັບ ຮອບຮອງຊະນະເລີດຄູ່ ສຸດທ້າຍໃນວັນທີ 23 ເມສາ ເປັນ ການພົບກັນໃນຄູ່ລະຫວ່າງ ອາເຊ ນອລ ພົບກັບ ແມນເຊສເຕີ ຊິຕີ ແຂ່ງກັນທີ່ສະໜາມເວມບລີ ສະ ເຕດ້ຽມ ໂດຍຜູ້ຊະນະຄູ່ນີ້ຈະເຂົ້າ ໄປພົບກັບ  ເຊລຊີ ທີ່ຍືນລໍຖ້າຢູ່ ກ່ອນແລ້ວ.

ເກມນີ້ເປັນ ແມນ ຊິຕີ ທີ່ໄດ້ ປະຕູຂຶ້ນຳກ່ອນ 1-0 ໃນນາທີ 62 ຈາກຈັງຫວະ ຢາຢາ ຕູເຣ  ເປີດ ບານຫຼຸດໄປເຖິງ ເຊຄິໂອ ອະເກວ ໂຣ ຫຼຸດດ່ຽວງັດບານຂ້າມຕົວ ປີເຕີ ເຊັກ ເຂົ້າປະຕູໄປ. ແຕ່ພຽງ ອີກ 10 ນາທີຕໍ່ມາ ອາເຊນອລ ຕາມຕີສະເໝີໄດ້ສຳເລັດ 1-1 ອະ ເລັກ ອ໊ອກເຫຼດ ແຊມເບີເລນ ລາກ ບານມາກ່ອນເປີດໄປເສົາສອງ ໃຫ້ ນາໂຊ ມອນຣີອັລ ຍິງດ້ວຍ ຂວາບານເຂົ້າປະຕູໄປ.ຈາກນັ້ນ ແມນ ຊິຕີ ບຸກໜັກ ແລະ ເກືອບ ໄດ້ປະຕູຂຶ້ນນຳອີກຄັ້ງໃນນາທີ 79 ຢາຢາ ຕູເຣ ປັ່ນໂຄ້ງດ້ວຍ ຂວາ ເຊັກ ປັດບານອອກໄປຕຳ ເສົາຢ່າງໜ້າເສຍດາຍ. ໃນໄລຍະ ກ່ອນໝົດເວລາ 4 ນາທີ ແດນນີ ເວລເບກ ປັ່ນດ້ວຍຂວາບານຫຼຸດ ເສົາອອກໄປໜ້ອຍດຽວເທົ່ານັ້ນ ແລະ 90 ນາທີກໍຈົບລົງ ອາເຊ ນອລ ສະເໝີ ແມນ ຊິຕີ 1-1 ຕ້ອງ ໄປສູ່ກັນໃນໄລຍະຕໍ່ເວລາພິເສດ 30 ນາທີ. ນາທີ 101 ກາຍເປັນ ອາເຊນອລ ມາໄດ້ປະຕູພິກແຊງ ເປັນ 2-1 ຈາກລູກເຕະແຈຂອງ ໂອຊິລ ເປີດໃຫ້ກັບ ກອສຊຽລນີ ເອົາຫົວຕ້ັງບານໃຫ້ ເວລເບກ ຍິງ ຜິດ ແຕ່ບານກາຍເປັນດີມາເຂົ້າ ທາງ ອະເລັກຊິສ ຊານເຊດ ຍິງ ເນັ້ນໆເຂົ້າປະຕູໄປ. ເວລາທີ່ເຫຼືອ ແມນ ຊິຕີ ພະຍາຍາມບຸກຢ່າງ ໜັກແຕ່ກໍເຮັດຫຍັງບໍ່ໄດ້ ຈົບການ ແຂ່ງຂັນ ອາເຊນອລ ເອົາຊະນະ ແມນ ຊິຕີ ໄປໄດ້ 2-1 ຄວ້າໂກ ຕ້າເຂົ້າຮອບຊີງຊະນະເລີດໄປພົບກັບ ເຊລຊີ ຄູ່ປັບຮ່ວມເມືອງຕໍ່ໄປ.

- Visit Laos Visit SALANA BOUTIQUE HOTEL - ອາເຊນອລ ຊະນະ ແມນ ຊິຕີ 2-1 ເຂົ້າໄປຊີງຊະນເລີດກັບ ເຊລຊີ ໃນບານເຕະ ເອຟເອ ຄັບ
- 3 - ອາເຊນອລ ຊະນະ ແມນ ຊິຕີ 2-1 ເຂົ້າໄປຊີງຊະນເລີດກັບ ເຊລຊີ ໃນບານເຕະ ເອຟເອ ຄັບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!