ຫວນຄືນສູ່ດິນແດນໃຕ້ສຸດຂອງປະເທດ

ຫວນຄືນສູ່ດິນແດນໃຕ້ສຸດຂອງປະເທດ - 5411juuj - ຫວນຄືນສູ່ດິນແດນໃຕ້ສຸດຂອງປະເທດ
ຫວນຄືນສູ່ດິນແດນໃຕ້ສຸດຂອງປະເທດ - kitchen vibe - ຫວນຄືນສູ່ດິນແດນໃຕ້ສຸດຂອງປະເທດ

   ໂດຍ: ຊາຍພະເນຈອນ

ແຂວງອັດຕະປືຕັ້ງຢູ່ໃຕ້ສຸດຂອງປະເທດເຮົາເປັນແຂວງທີ່ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າ, ມີທໍາມະຊາດປ່າໄມ້ ທີ່ດົກໜາຂຽວສົດງົດງາມປົກ ຄຸມໄປທົ່ວທຸກບ່ອນ, ມີສາຍພູທີ່ ສູງຊັນ ແລະ ຍາວຢຽດສຸດຊົ່ວ ສາຍຕາເຫັນແລ້ວໜ້າສະອອນ ໃຈອັນເປັນແຂວງໜຶ່ງທີ່ມີຄວາມ ສວຍສົດງົດງາມບໍ່ນ້ອຍໜ້າ ແຂວງອື່ນໃດ
. ປັດຈຸບັນແຂວງ ອັດຕະ ປືໄດ້ກາຍເປັນເຂດສາມຫຼ່ຽມ ພັດທະນາເສດຖະກິດ 3 ຊາດ ລາວ-ຫວຽດນາມ-ກໍາປູເຈຍ ຕິດພັນກັບການພັດທະນາເພື່ອ ສົ່ງເສີມການຄ້າ ແລະ ການ ທ່ອງທ່ຽວ ເຊິ່ງມີສະຖານ ທີ່ ທ່ອງທ່ຽວທີ່ໂດດເດັ່ນ ແລະ ມີຊື່ ສຽງຢູ່ຫຼາຍແຫ່ງເຊັ່ນ:
ໜອງຟ້າ ເປັນໜອງທີ່ຕັ້ງ ຢູ່ເທິງພູສູງມີນໍ້າໃສເບິ່ງເໝືອນ ແກ້ວ ມໍລະກົດເປັນສີຂຽວໆ ຄື ນໍ້າທະເລ ທີ່ມີຄວາມສວຍສົດ ງົດງາມ ແລະ ມະຫັດສະຈັນທີ່ ສຸດ ເຊິ່ງຕັ້ງຢູ່ເຂດບ້ານວັງຕັດ, ເມືອງ ຊານໄຊ ຫ່າງຈາກເທ ສະບານແຂວງອັດຕະປືໄປທາງ ທິດຕາເວັນອອກປະມານ 170 ກວ່າກິໂລແມັດ. ໜອງຟ້າມີ ລວງກວ້າງປະມານ1ກິໂລແມັດ ມົນທົນ, ມີລະດັບຄວາມສູງ ທຽບໃສ່ໜ້ານໍ້າທະເລປະມານ1.200-1.500ແມັດ, ມີແປວ ທາງນໍ້າໄຫຼລົງໃສ່ແມ່ນໍ້າເຊ ກະໝານ, ບ່ອນເຂດປ່າ ສະ ຫງວນແຫ່ງຊາດດົງອໍາພາມ ຢູ່ ໃນພື້ນທີ່ຫົວພູຈຸ້ມເຂົ້າຫາກັນ ໃກ້ກັບຊາຍແດນລາວ-ຫວຽດນາມ, ເປັນໜອງທີ່ປິດສະໜາ ຍັງຊອກຫາຄວາມຈິງວ່າເກີດ ມາຈາກໃສກັນແທ້ເຊິ່ງນັກຄົ້ນ ຄວ້າບາງທ່ານໄດ້ບອກວ່າ ເປັນ ໜອງທີ່ເກີດມາຈາກພູເຂົາໄຟ ລະເບີດເມື່ອຫຼາຍລ້ານປີກ່ອນ ແຕ່ ບາງທ່ານກໍບອກວ່າ ເກີດມາ ຈາກການຕົກລົງມາຂອງລູກ ອຸກາບາດ.

ຫວນຄືນສູ່ດິນແດນໃຕ້ສຸດຂອງປະເທດ - Visit Laos Visit SALANA BOUTIQUE HOTEL - ຫວນຄືນສູ່ດິນແດນໃຕ້ສຸດຂອງປະເທດ

 

ຫວນຄືນສູ່ດິນແດນໃຕ້ສຸດຂອງປະເທດ - 22196512 503807463324493 1995326654615459880 n - ຫວນຄືນສູ່ດິນແດນໃຕ້ສຸດຂອງປະເທດ
(ໜອງຟ້າ)

 

+ ປີໃໝ່ລາວຈົ່ງເປັນວາລະການທ່ອງທ່ຽວທີ່ປອດໄພມ່ວນຊື່ນ

+ ແຂວງເຊກອງມີຫລາຍກິດຈະກຳທີ່ໜ້າທ່ຽວຊົມໃນປີທ່ອງທ່ຽວ

ນໍ້າຕົກຕາດຫົວຄົນ ຕັ້ງຢູ່ ເຂດບ້ານໝື່ນຫົວຄົນ, ເມືອງ ສາມັກຄີໄຊ ຫ່າງຈາກເທສະ ບານແຂວງໄປປະມານ 60 ກິ ໂລແມັດ ເຊິ່ງເປັນນໍ້າຕົກຕາດ ທີ່ ມີຕົ້ນກໍາເນີດມາຈາກເຊນໍ້ານ້ອຍ ທີ່ເຕັມໄປດ້ວຍພູຜາປ່າໄມ້ ແລະ ທິວທັດທໍາມະອັນ ງົດງາມ ແລະ ສະຫງ່າລາສີຢູ່ເຂດປ່າຟື້ນຟູ ຂອງແຂວງອັດຕະປືທີ່ມີລວງ ກວ້າງປະມານ 200 ແມັດ ແລະ ສູງປະມານ 10-15 ແມັດ, ຕາດ ດັ່ງກ່າວໄດ້ເປີດເປັນແຫຼ່ງທ່ອງທ່ຽວມາແຕ່ປີ 1998 ເປັນຕົ້ນ ມາໂດຍໄດ້ມີການປັບປຸງປົວ ແປງສະຖານທີ່ເອື້ອອໍານວຍນັບ ທັງເສັ້ນທາງເຂົ້າ-ອອກ ແລະ ທາງດ້ານໃນຂອງຕາດ ມີສະຖານທີ່ກວ້າງຂວາງເປັນບ່ອນ ທ່ຽວຊົມ, ມີເຮືອນພັກຮ້ານອາ ຫານຕາມສັ່ງໄວ້ຄອຍບໍລິການ ບັນດານັກທ່ອງທ່ຽວທີ່ ມາທ່ຽວ ຊົມ ແລະ ພັກຜ່ອນຢ່ອນໃຈໄດ້ ຢ່າງສະດວກສະບາຍ.
ນໍ້າຕົກຕາດແຊພະ ຕັ້ງຢູ່ ເຂດບ້ານຫີນລາດ, ເມືອງ ສະ ໜາມໄຊ ຫ່າງຈາກເທສະ ບານເມືອງໄປ 23 ກິໂລແມັດ, ນໍ້າຕົກຕາດແຊພະຕັ້ງຢູ່ຕາມລໍາເຊນໍ້າປຽນເຊິ່ງມີຄວາມສູງປະມານ 23 ແມັດ ກ້ວາງ 120ແມັດ ແລະ ມີເນື້ອທີ່ 100ກວ່າ ເຮັກຕາ ເຊິ່ງອ້ອມຮອບໄປ ດ້ວຍ ທໍາມະຊາດປ່າໄມ້ອັນດົກໜາ ແລະ ຂຽວງາມ. ຕາມຕໍານານ ທີ່ໄດ້ເລົ່າຂານກັນມາວ່າ ໃນເມື່ອ ກ່ອນຢູ່ບໍລິເວນແຫ່ງນີ້ໄດ້ມີຖໍ້າ ແຫ່ງໜຶ່ງເຊິ່ງພາຍໃນຖໍ້າໄດ້ມີ ພະສັກສິດທີ່ສາມາດສະເດັດ ໄປ-ມາໄດ້ທຸກແຫ່ງຫົນ, ມີແກ້ວ ແຫວນເງິນຄໍາ ແລະ ເພັດນິນຈິນ ດາຕ່າງໆທີ່ປະຊາຊົນໃນ ສະໄໝ ບູຮານເມື່ອຮອດງານບຸນກໍພາ ກັນມາຢືມເອົາເຄື່ອງປະດັບຢູ່ໃນຖໍ້າແຫ່ງນີ້ມາເອ້ ແລະ ປະດັບໂຕ ເມື່ອຈົບງານແລ້ວກໍເອົເຄື່ອງ ປະດັບມາສົ່ງຄືນບ່ອນເກົ່າ. ຕໍ່ ມາມີກຸ່ມຄົນບໍ່ດີໄດ້ເຂົ້າມາລັກ ເອົາເຄື່ອງຂອງທີ່ມີຄ່າໄປ ແລະ ບາງຄົນກໍມາຢືມເອົາໄປແລ້ວບໍ່ເອົາມາສົ່ງຄືນ, ສ່ວນວ່າພະອົງ ສັກສິດນັ້ນກໍໄດ້ສະເດັດໜີໄປ ປະດິດສະຖານຢູ່ທີ່ອື່ນ ແລ້ວຖໍ້າ ແຫ່ງນີ້ກໍໄດ້ຫັກເພພັງລົງຈຶ່ງບໍ່ມີຜູ້ໃດສາມາດເຂົ້າໄປໃນຖໍ້າຈົນ ເທົ່າທຸກວັນນີ້ ຈຶ່ງເປັນທີ່ມາ ຂອງ ຊື່ຕາດແຊພະແຫ່ງນີ້.

ໄມ້ກາຍເປັນຫີນ ຕັ້ງຢູ່ບ້ານ ທາດຊັນ, ເມືອງໄຊເຊດຖາ ຫ່າງ ຈາກເທສະບານແຂວງໄປປະ ມານ 24 ກິໂລແມັດ ໄປຕາມ ເສັ້ນທາງ ເລກທີ 18B ເຊິ່ງ ເປັນເຂດອານຸລັກໄມ້ກາຍເປັນຫີນ ໃຫ້ເປັນແຫຼ່ງທ່ອງທ່ຽວ ທາງດ້ານທໍາມະຊາດ ທີ່ມີເນື້ອທີ່ 36ເຮັກຕາ ແລະ ຢູ່ໃນເຂດອາ ນຸລັກແຫ່ງນີ້ຖືວ່າເປັນປ່າມະຫັດສະຈັນທີ່ມີໄມ້ກາຍເປັນຫີນ ແລະ ຄືກັບກ້ອນຫີນໂດຍທໍາມະຊາດ ທີ່ຖືກຢັງຢາຍໄປທົ່ວບໍລີເວນ ປ່າທໍາມະຊາດ ແລະ ປິດສະໜາ ແຫ່ງນີ້.

ວັດທາດເຈົ້າໄຊຍະເຊດ ຖາທິລາດ ຕັ້ງຢູ່ບ້ານວັດທາດ, ເມືອງໄຊເຊດຖາ ຫ່າງຈາກເທ ສະບານແຂວງອັດຕະປືໄປປະ ມານ 15 ກິໂລແມັດ, ເຈົ້າໄຊຍະ ເຊດຖາທິລາດ ເປັນໜຶ່ງ ໃນບັນ ດາກະສັດຂອງລາວທີ່ມີຄວາມອົງອາດກ້າຫານທີ່ສຸດ ໂດຍ ພະອົງໄດ້ຂຶ້ນປົກຄອງນະຄອນ ຊຽງທອງ, ນະຄອນຊຽງໃໝ່ ແລະ ໄດ້ລົງມາເຄື່ອນໄຫວປັບ ປຸງກໍາລັງທີ່ເມືອງຮາມາລັກ ອົງການ(ອັດຕະປື)ໃນປີ ຄສ.1572 ພາຍຫຼັງເພິ່ນໄດ້ ຖືກເຈົ້ານະຄອນໃຊ້ກົນອຸບາຍ ປົງພະຊົນພະອົງ ແລະ ພະອົງ ຈຶ່ງ ໄດ້ເຖິງແກ່ສະຫວັນນະຄົດ (ເສຍຊີວິດ)ໃນມື້ແຮມ 3 ຄໍ່າ ເດືອນອ້າຍ, ປີ ຄສ. 1572, ຈາກນັ້ນຈຶ່ງໄດ້ສ້າງພະທາດສະ ຖິດໄວ້ພາຍໃນວັດແຫ່ງນີ້ເພື່ອ ບັນຈຸອັດຖິ (ກະດູກ) ຂອງເຈົ້າ ໄຊຍະເຊດຖາທິລາດຫຼືພະເຈົ້າ ເຊດຖາວັງໂສ ຈຶ່ງເປັນທີ່ມາ ຂອງຊື່ວັດທາດເຈົ້າໄຊຍະເຊດ ຖາທິລາດ.

ວັດສະແຄະສຸຂະລາມ ເປັນ ວັດທີ່ເກົ່າແກ່ຂອງແຂວງອັດ ຕະປື ເຊິ່ງຕັ້ງຢູ່ບ້ານສະແຄະ, ເມືອງ ໄຊຍະເຊດຖາທິລາດ ຫ່າງຈາກເມືອງສາມັກຄີໄຊໄປປະມານ 25 ກິໂລແມັດ, ວັດດັ່ງ ກ່າວເປັນບ່ອນປະດິດສະຖານ ພະພຸດທະຮູບອົງແສນ ເຊິ່ງເປັນ ພະພຸດທະຮູບອົງສັກສິດທີ່ຊາວ ເມືອງໄດ້ພາກັນນັບຖື ແລະ ມາ ກາບໄຫວ້ບູຊາຢ່າງສະໝໍ່າສະ ເໝີ ໂດຍສະເພາະແມ່ນປະຊາ ຊົນຢູ່ໃນເຂດນີ້ມີຄວາມເຊື່ອຖື ກັນວ່າຖ້າຜູ້ໃດມີໂອກາດໄດ້ມາກາບໄຫວ້ຂໍພອນກໍຈະໄດ້ຮັບ ໂຊກລາບ ແລະ ຖ້າຜູ້ໃດຫາກ ອະທິຖານຢາກໄດ້ສິ່ງໃດກໍຈະ ໄດ້ຕາມຄວາມມຸ້ງມາດປາດ ຖະໜາ ຈຶ່ງກາຍເປັນສະຖານ ທີ່ເພິ່ງທາງໃຈ ແລະ ເປັນທີ່ນິ ຍົມໃຫ້ກັບນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດເຂົ້າ ມາທ່ຽວຊົມ ແລະ ສຶກສາຄົ້ນ ຄວ້າອີກດ້ວຍ.

• ຖ້າໃຜຫາກຍັງບໍ່ທັນ ມີ ໂອກາດໄດ້ໄປທ່ຽວແຂວງອັດ ຕະປືກໍຢ່າລືມປີໃໝ່ລາວປີນີ້ ທ່ານຄວນຊອກໂອກາດວາງ ແຜນ ພາຄອບຄົວ, ຄົນຮັກ ຂອງ ທ່ານໄປທ່ຽວຊົມໃຫ້ໄດ້ເພື່ອ ຈະໄດ້ທ່ຽວຊົມສະຖານທີ່ທ່ອງ ທ່ຽວຕ່າງໆ ເລົ່ານັ້ນດ້ວຍ ຄວາມ ປະທັບໃຈ ແລະ ຈະໄດ້ ຮຽນຮູ້ ກ່ຽວກັບວິຖີຊີວິດປະຊາຊົນບັນດາເຜົ່າເຊັ່ນ:ໄປຢ້ຽມຢາມສູນ ຫັດຖະກໍາເຄື່ອງປັ້ນດິນ ເຜົ່າບ້ານທ່າຫີນ, ເມືອງສາມັກຄີໄຊ, ຫັດຖະກໍາຕໍ່າແຜ່ນຂອງເຜົ່າ ຕະລຽງ ບ້ານສາຍສໍາພັນ, ຮຽນຮູ້ວິຖີຊີວິດຂອງຊົນເຜົ່າເບົຣາ ເຂດບ້ານວົງວິໄລ, ເມືອງພູວົງ ເພື່ອທ່ານຈະສໍາ ພັດດ້ວຍຕົວ ຂອງທ່ານເອງກ່ຽວກັບການ ດໍາລົງຊີວິດແບບລຽບງ່າຍ, ການຢູ່ກິນແບບພໍພຽງ, ຈະໄດ້ ຍິນສຽງສໍານຽງພາສາໃນການປາກເວົ້າຂອງຊົນເຜົ່າ, ຈະໄດ້ ເຫັນການນຸ່ງຖືທີ່ເປັນເອກກະລັກ ສະເພາະຂອງເຂົາເຈົ້າ, ທີ່ດີ ຄວາມດຸໝັ່ນອົດທົນ ແລະ ພາກ ພຽນຈາກພູມປັນຍາຊາວບ້ານທີ່ເຄີຍສືບທອດກັນມາແຕ່ບູ ຮານນະການ./.

ຫວນຄືນສູ່ດິນແດນໃຕ້ສຸດຂອງປະເທດ - 5 - ຫວນຄືນສູ່ດິນແດນໃຕ້ສຸດຂອງປະເທດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!