ການເຮັດບຸນໃຫ້ຫລີກເວັ້ນ 4 ຢ່າງ
ໂດຍ: ທິດກ່ຳ
ທິດກ່ຳ ໄດ້ໄປເຮັດບຸນ ແລະ ໄດ້ຟັງທຳມະໃນຫລາຍໝ້ອງ, ບໍ່ ວ່າຢູ່ຕາມວັດ ຫລື ຕາມເຮືອນ ຊານບ້ານຊ່ອງມັກຈະໄດ້ຍິນ ສຽງທີ່ບໍ່ເພິ່ງປາຖະໜາ 4 ຢ່າງ ມາລົບກວນເຊັ່ນວ່າ: ສຽງໝາ ເຫົ່າ, ໝາຫອນ, ເດັກນ້ອຍໄຫ້ ລະຜູ້ໃຫຍ່ລົມກັນໂດຍ ບໍ່ຫົວຊາ ຕໍ່ຄູບາອາຈານເພິ່ນເທດ ຫລື ບໍ່ກໍ ແມ່ນໃນເວລາຈະເລີ່ມໄຫ້ວພະຮັບ ສິນກໍມີສຽງໜຶ່ງ ຫລື ສອງໃນ 4 ຢ່າງນີ້ມາລົບກວນ ເຮັດໃຫ້ລຳ ຄານ ແລະ ເສຍສະມາທິ, ຕາມ ຄູບາອາຈານເພິ່ນເຄີຍແນະນຳ ສັ່ງສອນວ່າ ການເຮັດບຸນສິນກິນ ທານຈະຢູ່ບ່ອນ ໃດກໍຕາມຖ້າ ຫາກມີສຽງລົບກວນເຊັ່ນນີ້ ເກີດ ຂຶ້ນເຮົາກໍຈະ ບໍ່ໄດ້ບຸນເຕັມຮ້ອຍວ່າ ຊັ້ນ! ເຫດຜົນທີ່ວ່າບໍ່ໄດ້ບຸນເຕັມ ຮ້ອຍກໍຍ້ອນມີ ສຽງອຶກກະທຶກ ມາລົບກວນເຮັດໃຫ້ຜູ້ຄົນທີ່ໄປ ຮ່ວມບຸນເສຍຄວາມຮູ້ສຶກ ແລະ ເສຍບັນຍາກາດຂາດສະມາທິ ເຮັດໃຫ້ຕົວບຸນຂາດໄປຫລາຍ ສະຫລຶງເຕີບ, ແຕ່ຈະຂາດໄປ ຫລາຍ ຫລື ໜ້ອຍ ຊ່ຳໃດນັ້ນມັນ ກໍຂຶ້ນກັບຕົວເຮົາເອງນັ້ນລະເປັນ ຜູ້ວັດ.
+ ໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂໍໃຫ້ທຸກຄົນໄດ້ບຸນ
+ ສະຫລອງປີໃໝ່ບົນຈິດໃຈອານຸລັກຮັກສາປະເພນີວັດທະນະທຳລາວ
ສະນັ້ນ, ຕາມທິດກ່ຳວ່າ ໃນ ໂອກາດປີໃໝ່ລາວກໍອາດຈະມີ ເກືອບທຸກວັດວາອາຮາມ, ຫລາຍ ບ້ານ, ຫລາຍເຮືອນຈະພາກັນ ເຮັດບຸນສິນກິນທານຕາມຮີດ ຕາມຄອງເຊັ່ນວ່າ: ຈະພາກັນໄປ ຫົດສົງພະ, ໄປຟັງເທດຟັງທຳ ຢູ່ວັດ, ເຮັດບຸນເຮືອນ, ນິມົນພະ ສົງໄປສັນພັດຕະຫານເພນຢູ່ ບ້ານ, ຫລືເຮືອນຂອງຕົນ, ມີການ ສູດປະຣິຕະມຸງຄຸນ ແລະ ບາສີ ສູ່ຂວັນ ເຊິ່ງສິ່ງເຫລົ່ານີ້ລ້ວນ ແລ້ວແຕ່ການມີສັດທາເຮັດບຸນ ສິນກິນທານດ້ວຍຄວາມບໍລິສຸດ ໃຈທັງນັ້ນ.
ເມື່ອກ່າວເຖິງສິ່ງລົບກວນ 4 ຢ່າງນີ້, ເທົ່າທີ່ເຄີຍເຫັນຜ່ານມາ ມັນມີປະກົດການຢູ່ບ່ອນວ່າ: ໃນ ເວລາພວກເຮົາຈະເລີ່ມເຂົ້າພິທີ ໄຫ້ວພະຮັບສິນມັກຈະມີໝາຮ້ອງ ຫລື ຂົບກັນຍ້ອນຍາດອາຫານ ຊ້ຳບໍ່ໜຳຄົນໂດດໄລ່ຕີຕື່ມກໍຍັງ ຈະມີສຽງດັງອຶກກະທຶກ. ເລື່ອງ ໄມໂຄຣໂຟນຫອນນັ້ນ ສ່ວນ ຫລາຍເຮົາເຫັນໃນເວລາຈະເລີ່ມປະກາດເວົ້າວ່າບອກເຕືອນກັນ ເຂົ້າພິທີສຽງໄມມັນກໍຫອນຂຶ້ນ ດັງວົ່ງໆ ຍ້ອນລະບົບເຕັກນິກ ຂອງເຄື່ອງສຽງເອງ, ກ່ຽວກັບ ສຽງ ເດັກນ້ອຍໄຫ້ກໍເຊັ່ນດຽວກັນ ໃນເວລາຈະເຂົ້າພິທີເຮັດບຸນບັງ ເອີນໄດ້ຍິນສຽງເດັກນ້ອຍໄຫ້ ອຶກກະທຶກໃນກໍລະນີຕ່າງໆ ອັນ ເປັນການລົບກວນຜູ້ຄົນໃນສະ ຖານທີ່ເຮັດບຸນລຳຄານ ຫລື ຂາດສະມາທິ.
ສ່ວນອັນທີສີ່ນັ້ນ ແມ່ນຜູ້ໃຫຍ່ ລົມກັນໃນເວລາເຮັດບຸນເປັນຕົ້ນໃນເວລາຄູບາອາຈານເພິ່ນເທດ ມີຄົນຈຳນວນບໍ່ໜ້ອຍບໍ່ຄ່ອຍໃສ່ ໃຈນັ່ງລົມກັນຈົນສຽງດັງຟົດສະໜັ່ນລົບກວນແຊວໆ ເຮັດໃຫ້ພິທີ ທຳບຸນບໍ່ຄ່ອຍລາບລື້ນ, ບາງຄັ້ງ ຈົນເຖິງຂັ້ນສີລາວັດ ຫລື ຄູບາອາ ຈານເພິ່ນຮ້ອງໃສ່ “ຢ່າພາກັນບົນ ແຊວຫລາຍ” ນີ້ຄືສຽງລົບກວນ 4 ຢ່າງທີ່ພາໃຫ້ຜູ້ມີສັດທາສະ ແຫວງຫາບຸນແຕ່ພັດບໍ່ໄດ້ບຸນ ເຕັມຮ້ອຍ, ຮ້າຍແຮງໄປກວ່າ ນັ້ນ, ທິດກ່ຳ ເຫັນຫລາຍໝ້ອງ ມົນຄູບາອາຈານໄປຮອດແລ້ວ ໄດ້ ນັ່ງຖ້າເຈົ້າພາບຍ້ອນເພິ່ນຍັງ ຄາອາບນ້ຳແຕ່ງຕົວ, ເຈົ້າພາບ ຍັງໄປວົນວາຍນຳວຽກຕະປິດ ຕະປີ່ຢູ່ຂ້າງນອກ, ເຈົ້າພາບຍັງ ໄປເສີມສວຍບໍ່ທັນກັບມາ, ເຈົ້າ ພາບຍັງໄປຕະຫລາດ, ເຈົ້າພາບ ນອນຕື່ນສວຍຍ້ອນເມົາແຕ່ຄືນ ນີ້ ແລະ ບັນຫາອື່ນໆ ສຸດທ້າຍກວ່າ ເຈົ້າພາບຈະມາເຖິງພິທີຮຽບຮ້ອຍ ຄູບາອາຈານເພິ່ນໄດ້ນັ່ງຖ້າເປັນສິບເປັນຊາວນາທີ.
ຕາມທິດກ່ຳຄິດ, ການເຮັດ ບຸນສິນກິນທານນັ້ນແມ່ນເປັນ ສັດທາອັນຍອດຍິ່ງໃນການຊຸກຍູ້ ສົ່ງເສີມພະພຸດທະສາດສະໜາ ດ້ວຍແຮງໃຈ ແລະ ແຮງກາຍເພື່ອ ຄວາມສຸກ ແລະ ຄວາມຈະເລີນ ຂອງຊີວິດ ແຕ່ວ່າການສະແຫວງ ບຸນຂອງເຮົາຫາກຍັງຂາດບັນດາປັດໄຈໃດໜຶ່ງທີ່ອາດຈະເຮັດໃຫ້ ເຮົາເອງ ແລະ ຄົນອື່ນຂາດຄວາມ ບໍລິສຸດກໍສະແດງວ່າ ບຸນທີ່ເຮົາ ເຮັດໄປນັ້ນມັນບໍ່ໄດ້ເຕັມຮ້ອຍ, ຍ້ອນວ່າໃນຍຸກສະໄໝນີ້ການເຮັດບຸນຂອງຄົນເຮົາມັນມີຫລາຍຢ່າງ, ບາງຄົນເຮັດເພື່ອເອົາກຽດ ແລະ ສັກສີ, ເພື່ອອວດອ້າງຄວາມຮັ່ງ ຄວາມມີ, ເພື່ອແກ້ບະແກ້ບົນທີ່ ຕົນເອງໄດ້ກະທຳຜິດໃນຊີວິດທີ່ ເກີດມາເປັນຄົນຊາດໜຶ່ງຊາດ ດຽວ ຫລື ບໍ່ກໍແມ່ນເພື່ອຂໍບຸນຂໍຄຸນ ຈາກສິນຈາກທຳໃຫ້ມາຄຸ້ມຄອງ ຊີວິດອິນຊີທີ່ຕົນເອງໄປຂາຍຢາ ມ້າ, ສໍ້ລາດບັງຫລວງ, ໄປຫລັກ ໄປໂລບຄົນອື່ນ, ເພື່ອໃຫ້ຕົນເອງ ວິດໂທດວິດກຳສະລະພັດຢ່າງ, ບໍ່ຕ່າງຫຍັງກັບວ່າ ເປັນທຸກກໍໄປ ບະຍາແມ່ສີເມືອງ, ເປັນສຸກກໍໄປ ບະຍາແມ່ສີເມືອງ, ຢາກຖືກເລກ ສາມໂຕກໍໄປບະຍາແມ່ສີເມືອງ; ສຸດທ້າຍເພິ່ນກໍບອກວ່າ “ບຸນຢູ່ກັບ ຜູ້ກະທຳກຳຂຶ້ນກັບຜູ້ເຮັດ ເນີ”.
ສິ່ງທີ່ທິດກ່ຳເວົ້າມາຂ້າງ ເທິງນີ້ ໃນໂອກາດວາລະດີ ຖີປີໃໝ່ ລາວ 2561 ໃຫ້ທຸກຄົນທີ່ມີຈິດ ໃຈ ສະແຫວງຫາບຸນພາກັນເອົາ ໄປໝູນໃຊ້ໄດ້ກໍດີ, ບໍ່ໄດ້ກໍຢ່າ ເພາະ ຊີວິດເຮົາຈະສົດໃສມັນກໍຂຶ້ນກັບ ປັດໄຈຫລາຍຢ່າງແຕ່ອັນສຳຄັນບຸນໄດ້ມາຈາກການກະທຳ ກຳກໍ ໄດ້ມາຈາກເຮົາເອງນັ້ນແລ!./.