ການແຂ່ງຂັນສະນຸກເກີຊີງແຊ໊ມໂລກ “ເບດເຟຣດ ເວິລສະ ນຸກເກີ ແຊ໊ມປຽນຊິບ 2017” ທີ່ຄຣູເບິ້ລ ເທຍເຕີ ໃນເມືອງເຊຟ ຟິລ ປະເທດອັງກິດ ວັນທີ 23 ເມສາຜ່ານມາ ເປັນແຂ່ງຂັນໃນ ຮອບ 2 ຫຼື ຮອບ 32 ຄົນສຸດທ້າຍ ໃຊ້ລະບົບຊະນະ 13 ໃນ 25 ເຟຣມ ຜົນປາກົດວ່າ ສະຕີເຟນ ແມັກໄຫວ ນັກສະນຸກເກີຄົນ ສະ ກອດແລນ ຜ່ານເຂົ້າເຖິງຮອບ 8 ຄົນສຸດທ້າຍ ໄດ້ສຳເລັດເປັນຄັ້ງ ທຳອິດນັບຕັ້ງແຕ່ປີ 2012 ຫຼັງ ເອົາຊະນະ ຣໍຣີ ແມັກລາວ ນັກສະ ນຸກເກີຄົນ ອັງກິດ ໄປແບບຂາດ ລອຍ 13-3 ເຟຣມ ໂດຍທີ່ຫຼິ້ນກັນ ພຽງ 2 ເຊສຊັ່ນເທົ່ານັ້ນ ໂດຍ ຮອບກ່ອນຮອງຊະນະເລີດ ແມັກ ໄຫວ ຈະລໍຖ້າພົບຜູ້ຊະນະລະ ຫວ່າງ ແກຣມ ດ໊ອດ ກັບ ແບຣີ ຮໍກິນ 2 ນັກສະນຸກເກີຄົນ ອັງກິດ.
ສ່ວນຜົນຄູ່ອື່ນໃນມື້ດຽວກັນ ນີລ ໂຣເບິດສັນ ຈາກ ອອສເຕຣ ເລຍ ສະເໝີກັບ ມາໂກ ຟູ ຈາກ ຮົງກົງ 8-8 ເຟຣມ, ແບຣີ ຮໍກິນ ຈາກອັງກິດ ນຳ ແກຣນ ດ໊ອດ ຈາກ ອັງກິດ 10-6 ເຟຣມ, ມາກ ເຊລບີ ຈາກ ອັງກິດ ນຳ ສ່ຽວ ກວັະ ຕົງ ຈາກ ສປ.ຈີນ. 10-6ເຟຣມ