ແຊຟເປລ ຄວ້າແຊ໊ມກ໊ອຟ ວາເລໂຣ ເທັກຊັສ ໄປຄອງ

- kitchen vibe - ແຊຟເປລ ຄວ້າແຊ໊ມກ໊ອຟ ວາເລໂຣ ເທັກຊັສ ໄປຄອງ

- Untitled 3 copy 12 300x190 - ແຊຟເປລ ຄວ້າແຊ໊ມກ໊ອຟ ວາເລໂຣ ເທັກຊັສ ໄປຄອງ
ການແຂ່ງຂັນກ໊ອຟພີເຈີເອ ທົວ ລາຍການ ວາເລໂຣ ເທັກຊັສ ໂອເພນ ຊີງເງິນລາງວັນລວມ 6 ລ້ານໂດລາ ສະຫະລັດ ທີ່ສະ ໜາມທີພີຊີ ຊານອັນໂຕນິໂອ-ເອທີ ໃນລັກເທັກຊັສ ສະຫະລັດ ອາເມ ຣິກາ ເປັນການແຂ່ງຂັນຮອບສຸດ ທ້າຍ ຜົນປາກົດວ່າ ເຄວິລ ແຊຟ ເປລ ຈາກ ອາເມຣິກາ ຜູ້ນຳຫຼັງ ຈົບຮອບ 3 ຕີເພີ່ມອີກ 4 ອັນເດີພາ 68 ຄະແນນ  ລວມເປັນ 12 ອັນ ເດີພາ 276 ຄະແນນ ຄວ້າແຊ໊ມ ໄປຄອງໄດ້ສຳເລັດ ເຊິ່ງຖືເປັນ ແຊ໊ມໃນພີຈີເອທົວ ລາຍການທຳ ອິດຂອງລາວ ຫຼັງຈາກບໍ່ເຄີຍໄດ້ ແຊ໊ມໃນການລົງແຂ່ງ 108 ທົວ ນາເມນກ່ອນໜ້ານີ້.

ສ່ວນ ບຣູ ໂຄບກາ ຈາກ ສະຫະລັດ ມີ 11 ອັນເດີພາ 277 ຄະແນນ ຈົບອັນດັບ 2 ເສຍໄປ ພຽງ 1 ສະໂຕຣກ. ດ້ານ ໂທນີ ຟີເນົາ  ຈາກ ຫະລັດ ມີ 9 ອັນ ເດີ ພາ 279 ຄະແນນ ເທົ່າກັບ ເຄວິນ ທະເວ ໝູ່ຮ່ວມຊາດ ຈົບອັນດັບ 3 ຮ່ວມກັນ. ຂະນະທີ່ ອາຣອຍ ແບດເດີລີ ຈາກ ອອສເຕຣເລຍ ມີ 8 ອັນເດີພາ 280 ຄະແນນ ຈົບ ອັນດັບ 5.

- Visit Laos Visit SALANA BOUTIQUE HOTEL - ແຊຟເປລ ຄວ້າແຊ໊ມກ໊ອຟ ວາເລໂຣ ເທັກຊັສ ໄປຄອງ
- 3 - ແຊຟເປລ ຄວ້າແຊ໊ມກ໊ອຟ ວາເລໂຣ ເທັກຊັສ ໄປຄອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!