ນາດາລ ສ້າງປະຫວັດສາດເຕັນນິສໂລກ ຄວ້າແຊ໊ມ ມອນຕິຄາໂລ ເປັນສະໄໝທີ 10


ເຊິ່ງນັ້ນເຮັດໃຫ້ລາວຄວ້າ ແຊ໊ມທົວນາເມນລະດັບອາຊີບ ເປັນຄັ້ງທີ 70 ຕັ້ງແຕ່ປີ 2001 ແລະ ເປັນແຊ໊ມລະດັບມາສເຕີ ຊີຣີ ລາຍການທີ 29 ພ້ອມກັບສ້າງປະ ຫວັດສາດວົງການເຕັນນິສຄວ້າ ແຊ໊ມເດີ່ນດິນຫຼາຍທີ່ສຸດ 50 ລາຍ ການນຳອີກ.
ນອກຈາກນີ້ແລ້ວ ນາດາລ ຍັງສ້າງປະຫວັດສາດຄວ້າແຊ໊ມລາຍການ ມອນຕິຄາໂລ ຫຼາຍທີ່ ສຸດ 10 ສະໄໝ ໜີຫ່າງອັນດັບ 2 ຢ່າງ ເຣັດຈີ ໂດເຮີຕີ ຕຳນານນັກ ເຕັນນິສຄົນ ອັງກິດ ເຖິງ 4 ສະ ໄໝ ແລະ ເປັນນັກເຕັນນິສທີ່ຄວ້າ ແຊ໊ມຕໍ່ລາຍການສູງສຸດ 10 ສະ ໄໝຫຼາຍທີ່ສຸດໃນປະຫວັດສາດ ແຊງໜ້າສະຖິຕິເກົ່າຂອງຕົວເອງທີ່ເຮັດໄວ້ 9 ແຊ໊ມໃນລາຍການ ແກຣນສະແລມເຟຣນ ໂອເພນ ແລະ ບາເຊໂລນາ ໂອເພນ.
ທັງນີ້ການຄວ້າແຊ໊ມ ມອນ ຕິຄາໂລ ຂອງ ນາດາລ ຖືເປັນ ການຄວ້າແຊ໊ມທຳອິດໃນປີ2017 ຫຼັງຕ້ອງຜິດຫວັງໃນຮອບ ຊີງຊະນະເລີດເຖິງ ລາຍການໃຫ້ ກັບ ໂຣເຈີ ເຟເດີເຣີ ໃນແກຣນສະ ແລມ ອອສເຕຣເລຍ ໂອເພນ ແລະ ມາສເຕີ ຊີຣີ ທີ່ໄມອາມີ ແລະ ເສຍຕໃຫ້ ແຊມ ເຄີຣີ ທີ່ອະຄາພູລ ໂຄ ປະເທດແມັກຊິໂກ.