ເທດສະການດົນຕີແຈສນາໆຊາດຈະມີຂຶ້ນໃນທ້າຍເດືອນເມສາທີ່ນະຄອນຫລວງວຽງຈັນ

ເທດສະການດົນຕີແຈສນາໆຊາດຈະມີຂຶ້ນໃນທ້າຍເດືອນເມສາທີ່ນະຄອນຫລວງວຽງຈັນ - DSC 0569 - ເທດສະການດົນຕີແຈສນາໆຊາດຈະມີຂຶ້ນໃນທ້າຍເດືອນເມສາທີ່ນະຄອນຫລວງວຽງຈັນ
ເທດສະການດົນຕີແຈສນາໆຊາດຈະມີຂຶ້ນໃນທ້າຍເດືອນເມສາທີ່ນະຄອນຫລວງວຽງຈັນ - kitchen vibe - ເທດສະການດົນຕີແຈສນາໆຊາດຈະມີຂຶ້ນໃນທ້າຍເດືອນເມສາທີ່ນະຄອນຫລວງວຽງຈັນ

ໃນວັນທີ 6 ເມສານີ້, ທ່ານນາງ ໂກຣດີລ ເລີດູ ເອກ ອັກຄະລັດຖະທູດຝຣັ່ງ ປະຈຳ ລາວ ແລະ ທ່ານທູດສະຫະ ພາບເອີຣົບປະຈຳລາວ ໄດ້ຖະ ແຫລງຂ່າວຕໍ່ສື່ມວນຊົນລາວວ່າ: ເທດສະການດົນຕີແຈສ ນາໆ ຊາດ ຄັ້ງທີ 4 ຈະຈັດຂຶ້ນ ໃນວັນທີ 27-28 ເມສານີ້ ທີ່ໂຮງກາຍະສິນແຫ່ງຊາດ ນະຄອນຫລວງວຽງຈັນ ເພື່ອ ສົ່ງເສີມດົນຕີແຈສໃນລາວ ແລະ ເຮັດໃຫ້ນະຄອນຫລວງ ວຽງຈັນກາຍເປັນສະຖານທີ່ ໜຶ່ງໃນອາຊຽນສາມາດຈັດ ເທດສະການດົນຕີແຈສສາ ກົນທີ່ໃຫຍ່ ແລະ ເປັນການສ້າງ ໂອກາດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວລາວຫລາຍຂຶ້ນ ໂດຍສະເພາະປີທ່ອງທ່ຽວ ລາວ 2018.

 

ເທດສະການດົນຕີແຈສນາໆຊາດຈະມີຂຶ້ນໃນທ້າຍເດືອນເມສາທີ່ນະຄອນຫລວງວຽງຈັນ - Visit Laos Visit SALANA BOUTIQUE HOTEL - ເທດສະການດົນຕີແຈສນາໆຊາດຈະມີຂຶ້ນໃນທ້າຍເດືອນເມສາທີ່ນະຄອນຫລວງວຽງຈັນ

ເທດສະການດົນຕີແຈສນາໆຊາດຈະມີຂຶ້ນໃນທ້າຍເດືອນເມສາທີ່ນະຄອນຫລວງວຽງຈັນ - 511 - ເທດສະການດົນຕີແຈສນາໆຊາດຈະມີຂຶ້ນໃນທ້າຍເດືອນເມສາທີ່ນະຄອນຫລວງວຽງຈັນ

+ ເຄື່ອງດົນຕີພື້ນເມືອງຂອງເຜົ່າມົ້ງ

+ ແຄນ​ລາວ​ມໍລະດົກ​ລາວ​ມໍ​ລະ​ດົກ​ໂລກ

ດົນຕີແຈສ ເປັນດົນຕີທີ່ ມີ ເອກະລັກສະເພາະທີ່ໄດ້ເຕົ້າ ໂຮມເອົານັກດົນຕີ ເພື່ອມາແບ່ງ ປັນຄວາມຄິດສ້າງສັນຜ່ານ ພາສາ ແລະ ການສື່ສານດ້ານ ດົນຕີລະດັບໂລກ. ງານຄັ້ງນີ້ ຈະມີວົງດົນຕີປະມານ 10 ວົງ ເຊິ່ງຈະປະກອບມີນັກດົນຕີທັງ ໝົດ 35 ຄົນ ທີ່ເປັນຕົວແທນ ຈາກປະເທດຕ່າງໆເຊັ່ນ: ລາວ, ໄທ, ຫວຽດນາມ, ເກົາຫລີ, ຝຣັ່ງ, ເຊເນການ, ລຸກຊຳບວກ, ການາດາ ແລະ ເຢຍລະມັນ ທີ່ ຈະມາຮ່ວມສະແດງດ້ວຍກັນ. ງານດັ່ງກ່າວຈະເລີ່ມແຕ່ເວລາ 18:00 ໂມງ ຂອງວັນທີ 27 ເມສາເປັນຕົ້ນໄປ, ລາຄາປີ້ເຂົ້າ ຊົມ 100.000 ກີບ/ຄົນ ສາ ມາດເຂົ້າຊົມໄດ້ສະເພາະ 1 ມື້, ສ່ວນປີ້ລາຄາ 150.000 ກີບ ສາມາດເຂົ້າຊົມໄດ້ 2 ມື້, ສ່ວນ ສະຖານທີ່ ຫລື ຕົວແທນຈຳ ໜ່າຍ ປີ້ຈະແຈ້ງໃຫ້ຊາບອີກຄັ້ງ ຫລັງບຸນປີໃໝ່ລາວ.

ເທດສະການດົນຕີແຈສນາໆຊາດຈະມີຂຶ້ນໃນທ້າຍເດືອນເມສາທີ່ນະຄອນຫລວງວຽງຈັນ - DSC 0569 - ເທດສະການດົນຕີແຈສນາໆຊາດຈະມີຂຶ້ນໃນທ້າຍເດືອນເມສາທີ່ນະຄອນຫລວງວຽງຈັນ

ເທດສະການດົນຕີແຈສນາໆຊາດຈະມີຂຶ້ນໃນທ້າຍເດືອນເມສາທີ່ນະຄອນຫລວງວຽງຈັນ - 4 - ເທດສະການດົນຕີແຈສນາໆຊາດຈະມີຂຶ້ນໃນທ້າຍເດືອນເມສາທີ່ນະຄອນຫລວງວຽງຈັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!