ຂໍໃຫ້ຂໍ້ຫ້າມຂອງ ປກສ ປະກົດຜົນເປັນຈິງ

- 19102017 dc 15 - ຂໍໃຫ້ຂໍ້ຫ້າມຂອງ ປກສ ປະກົດຜົນເປັນຈິງ
- kitchen vibe - ຂໍໃຫ້ຂໍ້ຫ້າມຂອງ ປກສ ປະກົດຜົນເປັນຈິງ

 ໂດຍ: ທ່ຽງທຳ

ສະບາຍດີ, ເພື່ອນຜູ້ອ່ານ ທີ່ຮັກແພງ, ຍັງອີກ 10 ກວ່າມື້, ສົງການກໍຈະໝູນວຽນມາບັນ ຈົບຄົບຮອບອີກ ວາລະໜຶ່ງ ແລະ ມື້ນັ້ນກໍແມ່ນວັນຄອງຄອຍຂອງ ພວກເຮົາທຸກ ຄົນເພື່ອຈະ ໄດ້ຮ່ວມ ກັນສະເຫລີມສະຫລອງວັນດັ່ງ ກ່າວ ໃຫ້ມີບັນຍາກາດຟົດຟື້ນ, ຮັບປະກັນໄດ້ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ ຂອງຊາດ, ຮູ້ປະຢັດມັດທະຍັດ ແລະ ຮັບປະກັນ ໄດ້ຄວາມສະຫງົບປອດໄພ, ຕົ້ນຕໍແມ່ນບັນຫາ ອຸປະຕິເຫດ, ເຊິ່ງກໍໜ້າເປັນຫວ່ງ ໃນຫລາຍປີຜ່ານມາສະພາບອຸ ປະຕິເຫດ ໃນໄລຍະສົງການ ຍັງ ເກີດຂຶ້ນຫລາຍຜູ້ເສຍຊີວິດກໍມີ ບໍ່ໜ້ອຍ ແລະ ກໍເປັນໜ້າຊົມເຊີຍ ໃນສົງການປີນີ້ ປກສ ກໍໄດ້ອອກ ຂໍ້ຫ້າມໃຫ້ເຂັ້ມງວດປະຕິບັດ ລະບຽບການຈະລາຈອນ, ເມົາ ແລ້ວບໍ່ໃຫ້ຂັບ, ຜູ້ຂັບຂີ່ລົດຈັກ ຕ້ອງໃສ່ໝວດກັນກະທົບ ທຸກຄັ້ງ, ພ້ອມນັ້ນລົດໃຫຍ່ກໍຕ້ອງໃຫ້ມີ ຄວາມເຂັ້ມງວດຮັດສາຍເຂັມ ຄັດນິລະໄພ, ທຸກຄັ້ງກ່ອນອອກ ເດີນທາງຕ້ອງກວດ, ກາເຕັກນິກ ລົດໃຫ້ຮັບປະກັນ, ຫ້າມບໍ່ໃຫ້ຂີ້ ລົດເປັນຜຶງເປັນແພແລ່ນຊ່ວງ ເສັງກັນ ແລະ ອື່ນໆ.

- Visit Laos Visit SALANA BOUTIQUE HOTEL - ຂໍໃຫ້ຂໍ້ຫ້າມຂອງ ປກສ ປະກົດຜົນເປັນຈິງ

ເຊິ່ງທັງໝົດນີ້ກໍເພື່ອແນໃສ່ ຫລຸດຜ່ອນສະພາບອຸປະຕິເຫດ ໂດຍສະເພາະແມ່ນໃນໄລຍະ ສົງການນີ້.
ແຕ່ຄຽງຄູ່ກັນນັ້ນ ເມື່ອມີ ແຈ້ງການ ແລະ ຂໍ້ຫ້າມຕ່າງໆ ນັ້ນແລ້ວ, ພວກເຮົາກໍຈະຕ້ອງ ໄດ້ພ້ອມກັນຈັດຕັ້ງປະຕິບັດຜົນ ເປັນຈິງ, ສິ່ງໃດເປັນວຽກຂອງ ກຳລັງເຈົ້າໜ້າທີ່ກໍຈະຕ້ອງໄດ້ ເຂັ້ມງວດຈັດຕັ້ງປະຕິບັດເຊັ່ນ ວ່າ: ການເອົາໃຈໃສ່ລະບາຍ ການຈະລາຈອນການກວດກາ ຄວາມໄວ ແລະ ທາດເຫລົ້າກໍ ຈະຕ້ອງໄດ້ເຮັດແທ້, ບໍ່ແມ່ນວ່າ ເວົ້າລ້າໆ ເພາະຜ່ານມາສະພາບ ອຸປະຕິເຫດເກີດຂຶ້ນຫລາຍກໍ ແມ່ນຍ້ອນຜູ້ຂັບຂີ່ດື່ມສິ່ງມືນເມົາ ແລະ ພ້ອມກັນກໍແມ່ນການເອົາ ໃຈໃສ່ຈັດສັນຄວາມເປັນລະ ບຽບຮຽບຮ້ອຍໃນການໃຊ້ລົດ ໃຊ້ຖະໜົນໃຫ້ດີຂຶ້ນກວ່າເກົ່າ, ໂດຍສະເພາະແມ່ນການຕັ້ງວົງ ເຫລົ້າວົງເບຍຕາມແຄມຖະໜົນ ຫົນທາງຕ່າງໆ ກໍຄວນຈຳກັດ, ເຊິ່ງບໍ່ພຽງຮັບປະກັນບໍ່ໃຫ້ເກີດອຸ ປະຕິເຫດເທົ່ານັ້ນ, ຍັງເປັນການ ສ້າງພາບພົດອັນດີ ແລະ ຈົບ ງາມໃນການສະຫລອງປີໃໝ່ ລາວໃຫ້ເປັນສິ່ງດຶງດູດໃຈ ແລະ ປະທັບໃຈຂອງຜູ້ມາທ່ຽວຊົມ./.

 

+ ປີໃໝ່ຫ້າມຂຶ້ນໂຕະຟ້ອນແອະຟ້ອນແອ່ນຕາມຖະໜົນ

+ ນະຄອນຫລວງຫ້າມປະພຶດລາມົກອານາຈານໃນໂອກາດສະຫລອງປີໃໝ່ລາວ

- 19102017 dc 15 - ຂໍໃຫ້ຂໍ້ຫ້າມຂອງ ປກສ ປະກົດຜົນເປັນຈິງ
(ພາບປະກອບ)

- 4 - ຂໍໃຫ້ຂໍ້ຫ້າມຂອງ ປກສ ປະກົດຜົນເປັນຈິງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!