ມື້ທຳອິດຂອງການຄັດເລືອກຕົວທີມຊາດລາວ ຮຸ່ນອາຍຸ 15 ປີ ຄຶກຄື້ນພໍສົມຄວນ
April 23, 2017 - 12:50 PM


ທ່ານ ກັນລະຍາ ສີສົມຫວັງ ຄູຝຶກທີມຊາດລາວ ຮຸ່ນອາຍຸ 15 ປີ ໄດ້ລາຍງານໃຫ້ຮູ້ວ່າ: ການຄັດ ເລືອກທີມຊາດລາວ ຮຸ່ນອາຍຸບໍ່ ເກີນ 15 ປີ ໂດຍມີເວລາ 10 ວັນ ຕັ້ງແຕ່ວັນທີ 20-23 ເມສາ 2017 ນີ້ ເຊິ່ງການຄັດເລືອກ ແມ່ນຈະຄັດເອົາພຽງ 40 ຄົນເທົ່າ ນັ້ນ ໃນໄລຍະທຳອິດເພື່ອເກັບ ຕົວຝຶກຊ້ອມ ແລະ ຈະຄ່ອຍໆຕັດ ຕົວນັກກິລາໄປເປັນແຕ່ລະໄລຍະ ຈົນຄົບຕາມຈຳນວນທີ່ຕ້ອງການ ກ່ອນຈະອອກເດີນທາງໄປເຂົ້າ ຮ່ວມແຂ່ງຂັນລາຍການບານເຕະຊີແຊ໊ມອາຊຽນ ປະຈຳປີ 2017 ທີ່ປະເທດໄທ ເປັນເຈົ້າພາບ ໃນ ລະຫວ່າງວັນທີ 09-22 ກໍລະກົດ 2017 ນີ້ ເຊິ່ງລາວຢູ່ມກຸ່ມ A ປະ ກອບມີ: ອົດສະຕຣາລີ, ໄທ, ລາວ, ມຽນມາ, ອິນໂດເນເຊຍ ແລະ ສິງກະໂປ.
ຂ່າວຈາກ:laosportnews.com.