ສຸດສະເທືອນໃຈ … ຮອຍຍິມຈາກເດັກຍິງທີ່ມີຜ້າພັນແຜອ້ອມຫົວ
April 22, 2017 - 1:07 PM
ສື່ຕ່າງປະເທດເຜີຍແຜ່ຄິບວີດີໂອ ເປັນນ້ອງນ້ອຍຄົນຊີເລຍທີ່ລອດຕາຍຈາກການໂຈມຕີຂະບວນລົດຜູ້ອົບພະຍົບອອກຈາກພື້ນທີ່ປິດລ້ອມ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 126ຄົນ, ເກີນເຄິ່ງໃນຈຳນວນນັ້ນແມ່ນເດັກນ້ອຍ.
ນ້ອງນ້ອຍຜູ້ນີ້ອາຍຸປະມານ 3ປີໄດ້ຮັບບາດເຈັບທົ່ວຮ່າງກາຍຈາກເຫດການດັ່ງກ່າວ ເຊິ່ງຫົວນ້ອງນ້ອຍພັນແຜອ້ອມຫົວ, ໃບຫນ້າຖືກຮອຍຂູດຈາກສະເກັດລະເບີດ ແລະ ໂສ້ງເສື້ອເຕັມໄປດ້ວຍເລືອດ ແຕ່ເມື່ອໄດ້ຫລິ້ນຫມາກປຸມເປົ້າທີ່ເຮັດດ້ວຍຖົງມືຢາງ ຮອຍຍິ້ມອັນບໍລິສຸດກໍ່ປາກົດຂື້ນ. ນີ້ແມ່ນຫນຶ່ງໃນຄິບວີດີໂອທີ່ສະເທືອນໃຈທີ່ສຸດຈາກຜົນຮ້າຍຂອງສົງຄາມ ເຊິ່ງເຮັດໃຫ້ຫວນເຫັນຄືນພາບອີກພາບຫນຶ່ງຂອງເດັກນ້ອຍຜູ້ຊາຍອາຍຸ5ປີ ນັ່ງເທິງລົດກູ້ໄພຫລັງຈາກລອດພົ້ນຈາກການລະເບີດ.