ປະຢັດເວົ້າງ່າຍແຕ່ເຮັດຍາກ
ເພ່ືອນຜູ້ອ່ານທີ່ຮັກແພງ, ພຽງໄລຍະສະຫລອງບຸນປີໃໝ່ເຮົາມານີ້ ພວກເຮົາຈະສັງເກດເຫັນຫລາຍປາກົດການ ທີ່ເປັນການຟຸມເຟືອຍສິ້ນເປືອງ. ໃນຂະນະທີ່ກ່ອນໜ້ານັ້ນ ສື່ຕ່າງໆຕ່າງກໍໄດ້ຂຽນ ແລະ ເວົ້າຫລາຍເຖິງການປຸກ ລະດົມໃຫ້ສັງຄົມຫລິ້ນສົງການໃຫ້ປະຢັດມັດທະຍັດ ນັບທັງການຈັດງານລ້ຽງພົບປະສັງສັນຕ່າງໆກໍໃຫ້ພໍດີພໍງາມ, ຮັບປະກັນໄດ້ຄວາມສາມັກຄີຮັກແພງ ແລະ ການຫົດສົງກັນກໍໃຫ້ຄຳນຶງເຖິງການປະຢັດນ້ຳປະຢັດໄຟຊ່ວຍກັນ, ໃນ ຂະນະທີ່ປະເທດຊາດບ້ານເມືອງເຮົາຍັງປະສົບຄວາມທຸກຍາກຂາດເຂີນ ນັບທັງການເກັບລາຍຮັບລາຍໄດ້ເຂົ້າງົບປະ ມານກໍມີບັນຫາຫລາຍຢ່າງທີ່ພັກ-ລັດຖະບານເຮົາພວມສຸມໃສ່ແກ້ໄຂ. ແຕ່ແລ້ວການປຸກລະດົມດັ່ງກ່າວກໍຍັງມີ ຜົນໜ້ອຍ, ພຽງແຕ່ການຈັດງານລ້ຽງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງແຕ່ລະສຳນັກງານອົງການກໍຍັງດຳເນີນ ໄປຢ່າງຟຸມເຟືອຍ, ບໍ່ຮູ້ເລີກຮູ້ລາ ກິນແຕ່ເຊົ້າໄປຈົນຮອດຄໍ່າຮອດມືດ, ດື່ມເຫລົ້າດື່ມເບຍກັນດ້ວຍຄວາມມືນເມົາ, ຖ້າບ່ອນປະຢັດສຸດກໍໝົດ 5 ໝົດ 10 ຈົນຫລາຍອ້າຍຕ້ອງໄດ້ຖອນຮາກ, ເມົາແບະເມົາແປນກິນບໍ່ໝົດບໍ່ເມືອ, ສ່ວນມື້ສົງການ 14, 15, 16 ຖ້າເວົ້າສະເພາະຢູ່ນະຄອນຫລວງວຽງຈັນກໍເກືອບຈະບໍ່ມີເສັ້ນທາງໃດທີ່ບໍ່ເຫັນຈຸດ ຕັ້ງວົງກິນດື່ມ ແລະ ຫົດນ້ຳໄປແຕ່ເຊົ້າຈົນຄໍ່າ, ຕໍ່ໂຕໂຢນ້ຳປະປາອອກມາຫົດຢ່າງບໍ່ພັກບໍ່ຜ່ອນ ຂໍພຽງມີໃຜຜູ້ໜຶ່ງ ຫລື ລົດຄັນໃດໜຶ່ງແລ່ນຜ່ານມາກໍຈະພາກັນສຸມສີດນ້ຳໃສ່ດ້ວຍຄວາມຟຸມເຟືອຍ, ສ່ວນຜູ້ຢູ່ເທິງລົດກໍໃຊ້ນ້ຳເປັນ ຄຸເປັນຖັງຖອກເທລົງມາເບິ່ງແລ້ວບໍ່ຄ່ອຍງາມຕາ ແລະ ທັງເປັນການຝ່າຝືນຂໍ້ຫ້າມຂອງເຈົ້າໜ້າທີ່ອີກດ້ວຍ ແລະ ຮ້າຍແຮງທີ່ສຸດແມ່ນຢູ່ລຽບສອງຝາກແຄມທາງສາມແສນໄທ, ເສດຖາທິຣາດ, ຖະໜົນສຸພານຸວົງ ກໍນັບແຕ່ສີໄຄ ເກົ້າລ້ຽວຂຶ້ນມາຕະຫລອດເສັ້ນທາງເບີໜຶ່ງໄປຮອດບໍ່ໂອ-ທ່າເດື່ອບ່ອນໃດກໍເຕັມແຕ່ຈຸດຕັ້ງວົງເຫລົ້າວົງເບຍ, ກິນ ດື່ມຢ່າງນັບບໍ່ຖ້ວນ, ບ່ອນບໍລິສັດ ແລະ ຫ້າງຮ້ານທີ່ມີເງິນມີຄຳຫລາຍແດ່ກໍຍິ່ງບໍ່ອັ້ນຕໍ່ທໍ່ນ້ຳປະປາອອກມາຫົດ ໂດຍບໍ່ໄດ້ຄຳນຶງເຖິງຄຳວ່າ “ປະຢັດ” ແຕ່ຢ່າງໃດ ເຊິ່ງບໍ່ພຽງແຕ່ເປັນການສູນເສຍວັດຖຸເງິນຄຳແລ້ວ ຍັງເຮັດໃຫ້ ການສັນຈອນໃນຕົວເມືອງຫລວງແອອັດ ແລະ ຂາດຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ບັນຍາກາດການສະ ຫລອງປີໃໝ່ນີ້ບໍ່ຄ່ອຍຈະງົດງາມ. ໄປໃສ, ໄປທາງໃດກໍເຫັນແຕ່ຄົນກິນຄົນດື່ມຫລາຍກວ່າການສົ່ງເສີມວັດທະ ນະທຳ ແລະ ຮີດຄອງປະເພນີອັນດີງາມຂອງມູນເຊື້ອການຫລິ້ນສົງການຂອງຊາວລາວເຮົາທີ່ໄດ້ຕົກທອດກັນມາ.
ເອົາລະ ! ເວົ້າມາກໍຫລາຍ, ແຕ່ຜູ້ຂຽນຄິດວ່າຈຸດແກ້ຂອງມັນແມ່ນພວກເຮົາຈະໄດ້ເພີ່ມທະວີປູກຈິດສຳນຶກ ແຫ່ງຄວາມເປັນເຈົ້າການປະຢັດມັດທະຍັດຂອງສັງຄົມໃຫ້ຫລາຍຂຶ້ນ ແລະ ເບື້ອງມະຫາພາກກໍຈະຕ້ອງໄດ້ມີມາດ ຕະການ ແລະ ລະບຽບການຄັກແນ່ໃນການອະນຸຍາດໃຫ້ສັງຄົມຈັດງານບຸນປະເພນີຕ່າງໆໃຫ້ສອດຄ່ອງກັບຮີດ ຄອງ ແລະ ທັງເປັນການຕ້ານສິ່ງຟຸມເຟືອຍສິ້ນເປືອງໃຫ້ດີກວ່າເກົ່າ.