ຄະນະໂຄສະນາອົບຮົມສູນກາງພັກເປີດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກ
April 20, 2017 - 7:22 PM


ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງບັ້ນດໍາເນີນຊີວິດການເມືອງປັບປຸງປົວແປງພັກຄັ້ງນີ້ ເພື່ອເປັນການສໍາຫລວດກວດຄືນຄວາມຮັບຜິດຊອບການຊີ້ນໍາ-ນໍາພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃນໄລຍະຜ່ານມາ, ສ້າງຄວາມເປັນເອກະພາບ ແລະ ຄວາມຕັດສິນໃຈສູງຂອງຄະນະພັກ, ຄະນະໜ່ວຍພັກ ແລະ ສະມາຊີກພັກ ເພື່ອພ້ອມກັນກໍານົດແຜນ ການ ແລະ ມາດຕະການແກ້ໄຂບັນຫາຕົວຈິງທີ່ເກີດຂຶ້ນໃຫ້ໄດ້ຢ່າງຂາດຕົວ ແລະ ຕ້ອງບັນລຸການຫັນປ່ຽນຕົວຈິງໄປສູ່ອັນໃໝ່ທີ່ຕັ້ງໜ້າ, ພ້ອມນີ້ກໍຕ້ອງບັນລຸໃຫ້ໄດ້ຕາມເນື້ອໃນຄໍາສັ່ງຂອງກົມການ ເມືອງ, ສະມາຊິກພັກທຸກສະຫາຍຕ້ອງເຊື່ອມຊຶມ, ກໍາແໜ້ນຕໍ່ເນື້ອໃນເພື່ອເຮັດໃຫ້ການດໍາເນີນຊີວິດການເມືອງຄັ້ງນີ້ມີຄວາມເລີກເຊິ່ງ ແລະ ມີປະສິດທິຜົນ.