ກອງປະຊຸມລັດຖະບານປະຈໍາເດືອນເມສາ

- kitchen vibe - ກອງປະຊຸມລັດຖະບານປະຈໍາເດືອນເມສາ

- Meeting - ກອງປະຊຸມລັດຖະບານປະຈໍາເດືອນເມສາ
  ກອງປະຊຸມຄະນະລັດຖະບານປະຈໍາເດືອນເມສາ 2017 ມີຂຶ້ນໃນວັນທີ 20 ເມສາທີ່ສໍານັກງານນາຍົກລັດຖະມົນຕີ, ໂດຍການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍໄດ້ປຶກສາຫາລືຫລາຍບັນຫາສໍາຄັນຄື: ສະຫລຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 3 ເດືອນຂ້າມຜ່ານທ້າຍປີ 2016, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດງວດ I ແລະ ງວດ II ປີ 2017, ຄາດຄະເນແຜນການ 6 ເດືອນທ້າຍປີ 2017 ແລະ ຮັບຟັງຄວາມຄືບໜ້າກ່ຽວກັບການຈັດຕັ້ງປະຕິບັດວຽກງານການສັງລວມໜີ້ສິນຂອງລັດໃນບ້ວງເງິນ 400 ຕື້ ແລະ ສະເໜີການລົງທຶນໃໝ່ຂອງລັດປີ 2017, ຮັບຟັງລາຍງານສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2016 ແລະ ການຜັນຂະຫຍາຍແຜນການຈັດຕັ້ງປະຕິບັດແຜນປີ 2017, ຫາລືການຄຸ້ມຄອງ, ການຕິດຕາມລາຄາສິນຄ້າຈໍານວນໜຶ່ງທີ່ເຫັນວ່າມີການເໜັງຕິງສູງຂຶ້ນໃນປັດຈຸບັນ, ອັນໄດ້ສົ່ງຜົນກະທົບຕໍ່ການຜະລິດ ແລະ ການດໍາລົງຊີວິດຂອງປະຊາຊົນ ແລະ ກຽມມີມາດຕະການແກ້ໄຂ, ນອກຈາກນີ້ຍັງໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດແຜນວຽກຈຸດສຸມໃນໄລຍະ 6 ເດືອນຜ່ານມາ ແລະ ທິດທາງແຜນການໃນ 6 ເດືອນຕໍ່ໜ້າຂອງລັດຖະບານ, ຮ່າງວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາຂະແໜງການເງິນ 2025; ໂຄງການພັດທະນາທ່າເຮືອຫວຸງອາງ, ລວມເຖິງການແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫລຸດລົງ.

- 5 - ກອງປະຊຸມລັດຖະບານປະຈໍາເດືອນເມສາ
- Visit Laos Visit SALANA BOUTIQUE HOTEL - ກອງປະຊຸມລັດຖະບານປະຈໍາເດືອນເມສາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!