ເຊລຊີ ລ໋ອກເປົ້າ ອາຊາໂມອາ ເສີມແບັກຊ່ວງໜ້າຮ້ອນ


ສື່ອ້າງ ເຊລຊີ ສົນໃຈຄວ້າ ຄວັດໂວ ອາຊາໂມອາ ຟູລແບັກ ຢູເວນຕຸສ ໃນຊ່ວງໜ້າຮ້ອນນີ້ ຫລັງນັກເຕະການາເຫລືອສັນຍາກັບ ຢູເວນຕຸສ ເຖິງຈົບລະດູການນີ້ເທົ່ານັ້ນ. ຂະນະທີ່ ນາໂປລີ ກັບ ອິນເຕີ ມິລານ ກໍກຳລັງຕິດຕາມສະຖານະການຂອງນັກເຕະຄົນນີ້ເຊັ່ນກັນ.
“ກັລໂຊແມຣຄາໂຕ້” ສື່ຊື່ດັງຂອງປະເທດອີຕາລີ ລາຍງານຂ່າວວ່າ: ຄວັດໂວ ອາຊາໂມອາ ແບັກຊ້າຍ ຢູເວນຕຸສ ສະໂມສອນຍັກໃຫຍ່ເວທີກັລໂຊ ເຊເຣຍ ອາ ອີຕາລີ ກຳລັງຕົກເປັນເປົ້າໝາຍເສີມທີມຂອງ ເຊລຊີ ສະໂມສອນດັງຈາກເວທີ ພຣີເມຍລີກ ອັງກິດ ກ່ອນຕະຫລາດຊື້-ຂາຍນັກເຕະໜ້າຮ້ອນນີ້ຈະເປີດຂຶ້ນໃນກາງປີນີ້.
ຟູລແບັກຊາວການາ ອາຍຸ 29 ປີ ຈະໝົດສັນຍາໃນອັລລິອັນ ສະເຕດ້ຽມ ຊ່ວງຈົບລະດູການນີ້ ແລະ ລາວຈະສາມາດຍ້າຍທີມໄດ້ແບບບໍ່ມີຄ່າຕົວ ຖ້າ ເຊລຊີ ຕັດສິນໃຈເດີນໜ້າຄວ້າ ອາຊາໂມອາ ໃນຊ່ວງໜ້າຮ້ອນນີ້.
ເຖິງຢ່າງໃດກໍຕາມ ເຊື່ອກັນວ່າ ເຊລຊີ ພ້ອມຍື່ນຂໍ້ສະເໜີທີ່ເປັນຮູບປະທຳ ເພື່ອຂໍຄວ້າຕົວ ອາຊາໂມອາ ກໍຕໍ່ເມື່ອ ອັນໂຕນິໂອ ຄອນເຕ້ ຜູ້ຈັດການທີມຊາວອີຕາລີ ອຳລາຖິ່ນ ສະແຕມຟອດ ບຣິດ ໃນກາງປີນີ້ເທົ່ານັ້ນ.
“ກັລໂຊແມຄາໂຕ້” ຍັງອ້າງອີກວ່າ: ອິນເຕີ ມິລານ ແລະ ນາໂປລີ ກໍກຳລັງຕິດຕາມສະຖານະການຂອງ ອາຊາໂມອາ ເຊັ່ນກັນ ເນື່ອງຈາກທັງ 2 ທີມຕ່າງຢາກໄດ້ນັກເຕະໃໝ່ເຂົ້າມາເສີມໃນຕຳແໜ່ງແບັກຊ້າຍຂອງທີມ.