ນັກວິໄຈສ້າງແບັດເຕີຣີໂປຣຕອນແບບສາກໄຟໃໝ່ໄດ້ສໍາເລັດແລ້ວ


ທີມນັກວິໄຈຈາກມະຫາວິທະຍາໄລ RMIT ເມືອງເມລເບິຣ໌ນ ປະເທດອົດສະຕຣາລີ ໄດ້ສ້າງແບັດເຕີຣີໂປຣຕອນ ຊະນິດສາກໄຟໄດ້ສໍາເລັດເປັນຄັ້ງທໍາອິດຂອງໂລກ ຄວາມສໍາເລັດໃນຄັ້ງນີ້ນັບເປັນອີກກ້າວທີ່ຍິ່ງໃຫຍ່ສໍາລັບການສ້າງແຫຼ່ງພະລັງງານທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ມີລາຄາຍ່ອມເຍົາ.


ຄວາມສໍາເລັດດັ່ງກ່າວຍັງເປັນພຽງຜະລິດຕະພັນຕົ້ນແບບເທົ່ານັ້ນ ແຕ່ທີມນັກວິໄຈກໍເຊື່ອວ່າພາຍໃນເວລາ 5-10 ປີນີ້ ແບັດເຕີຣີໂປຣຕອນ ຈະສາມາດລົງສູ່ຕະຫຼາດແທ້ ເພື່ອແຂ່ງຂັນກັບແບັດເຕີຣີລິຣຽມໄອອອນໄດ້.
ໃນຂະນະທີ່ຄວາມຕ້ອງການດ້ານພະລັງງານຂອງໂລກກໍາລັງເພີ່ມຂຶ້ນຢ່າງຕໍ່ເນື່ອງ John Andrews ຫົວໜ້າທີມວິໄຈ ເຊື່ອວ່າແບັດດັ່ງກ່າວມີປະສິດທິພາບໃນການເສີມ ຫຼື ທົດແທນແບັດເຕີຣີລິຣຽມໄດ້.
ເຂົາກ່າວວ່າ “ແບັດເຕີຣີລິຣຽມໄອອອນນັ້ນມີປະສິດທິພາບດີ ແຕ່ໃນການຜະລິດຈະຕ້ອງໃຊ້ຊັບພະຍາກອນທີ່ຫາໄດ້ຍາກ ແລະ ມີລາຄາແພງ ໃນຂະນະທີ່ແບັດເຕີຣີໂປຮຕອນ ອາໄສແຫຼ່ງພະລັງງານຫຼັກຈາກກາກບອນ ຊຶ່ງມີປະລິມານຫຼາຍ ແລະ ລາຄາຖືກ ໂດຍສະເພາະເມື່ອປຽບທຽບກັບໂລຫະປະສົມທີ່ໃຊ້ເກັບໄຮໂດຣເຈນ ແລະ ລິຣຽມ ຊຶ່ງເປັນສິ່ງຈໍາເປັນສໍາຫຼັບແບັດເຕີຣີລິຣຽມໄອອອນແບບສາກໄຟໄດ້”
ນອກຈາກນີ້ການທີ່ແບັດເຕີຣີໂປຣຕອນນັ້ນໃຊ້ພະລັງງານຈາກກາກບອນ ຊຶ່ງມີວິທີການຜະລິກທີ່ບໍ່ແມ່ນການເຜົ່າ ເຮັດໃຫ້ບໍ່ມີຄວັນຖືກປ່ອຍສູ່ອາກາດ ມັນຈຶ່ງເປັນມິດກັບສິ່ງແລວລ້ອມຫຼາຍກວ່າແບັດເຕີຣີລິຣຽມອີກດ້ວຍ.
ສ່ວນໃນມຸມຂອງຜູ້ບໍລິໂພກກໍອາດເກີດຄວາມສົ່ງໄສວ່າ ແລ້ວແບັດເຕີຣີໂປຣຕອນຈະເຮັດວຽກໄດ້ດີພຽງໃດ ? ສໍາລັບຜະລິດຕະພັນຕົ້ນແບບໃນປັດຈຸບັນຂອງແບັດເຕີຣີໂປຣຕອນນັ້ນ ມີຂະໜາດພື້ນຜິວ 5,5 ຕາລາງຊັງຕີແມັດ ສາມາດເກັບພະລັງງານຕໍ່ມວນລະພິດໄດ້ຫຼາຍກວ່າແບັດເຕີຣີລິຣຽມ ແລະ ທີມວິໄຈກໍຍັງເຮັດວຽກເພື່ອປັງປຸງມັນໃຫ້ດີຍິ່ງຂຶ້ນໄປອີກ.