ແມ່ຄືເທວະດາຂອງລູກ
ໂດຍ: ກ້ອງສ່ອງ ອິດສະຫລະ
ເຖິງວ່າວັນທີ 8 ເດືອນມີນາ (3) ຈະຜ່ານພົ້ນໄປ ໄດ້ຫລາຍ ວັນແລ້ວກໍຕາມ, ແຕ່ບັນຍາກາດ ແລະ ກິ່ນອາຫາຍຂອງວັນປະຫວັດສາດ ດັ່ງກ່າວກໍຍັງມີຄວາມ ໝາຍຕໍ່ບັນດາແມ່ຍິງ ລາວບັນດາເຜົ່າໃນທົ່ວປະເທດ, ໃນໂອກາດຂອງວັນດັ່ງກ່າວ, ເທົ່າທີ່ຜູ້ຂຽນໄດ້ຕິດຕາມແຫລ່ງຂ່າວ ຄາວກ່ຽວກັບການເຄື່ອນໄຫວ ເພື່ອຄຳນັບຮັບຕ້ອນກໍຄືການສະເຫລີມ ສະຫລອງ ວັນແມ່ຍິງ ສາກົນປີນີ້ເຫັນວ່າ ມີບັນຍາກາດຄຶກຄື້ນມ່ວນຊື່ນພໍສົມ ຄວນສິ່ງທີ່ໄດ້ຟັງ ແລະ ເຫັນປະ ຈັກຕາກໍຄື ຂະບວນການ ແລະ ກິດຈະການຕ່າງໆ ຂອງບັນດາ ແມ່ຍິງລາວ ບັນດາ ເຜົ່ານັບແຕ່ ຂັ້ນສູນກາງລົງຮອດທ້ອງຖິ່ນ ໄດ້ພ້ອມກັນສະເຫລີມສະຫລອງຢ່າງມີຄວາມໝາຍເປັນຕົ້ນ: ໄດ້ຈັດງານປະຖະກະຖາ ກ່ຽວ ກັບປະຫວັດສາດຄວາມເປັນ ມາຂອງ ວັນແມ່ຍິງ ສາກົນຄົບ ຮອບ 108 ປີ, ຈັດກິດຈະກຳ ຖາມຕອບວິທະຍາສາດກ່ຽວ ກັບວັນແມ່ຍິງ, ສະແດງສິລະ ປະວັນນະຄະດີ, ແຂ່ງຂັນກິລາ, ຈັດງານພົບປະສ້າງສັນດ້ວຍ ຮູບການ ວິທີການຕ່າງໆ ແລະ ກິດຈະກຳອື່ນໆ ທີ່ສອດຄ່ອງ ກັບຈຸດພິເສດຂອງກົມກອງ ແລະ ທ້ອງຖິ່ນຂອງຕົນຢ່າງ ເປັນຂະບວນກວ້າງຂວາງ.
+ ເຊກອງຫວນຄືນມູນເຊື້ອວັນແມ່ຍິງສາກົນຄົບຮອບ 108 ປີ
+ ແມ່ຍິງລາວຈົ່ງກ້າວໄປບົນເສັ້ນທາງແຫ່ງຍຸກສະໄໝ
ເພາະສະນັ້ນ, ຕາມຜູ້ ຂຽນ ວ່າ ວັນແມ່ຍິງສາກົນກໍຄືວັນ ແມ່ ຍິງລາວໃນທຸກໆປີພັກ ແລະ ລັດ ຖະບານເຮົາກໍໄດ້ເອົາໃຈໃສ່ໃຫ້ຄວາມສຳຄັນ ແລະ ຍົກສູງແກ່ ວັນດັ່ງກ່າວເປັນຢ່າງ ຍິ່ງນອກ ຈາກສະແດງອອກຢູ່ໃນຕົວບົດກົດໝາຍ ແລະ ນິຕິກຳຕ່າງໆ ແລ້ວ, ເມື່ອເຖິງວັນດັ່ງກ່າວແມ່ ຍິງລາວໃນທົ່ວປະເທດຕ້ອງໄດ້ພັກໜຶ່ງວັນນອກຈາກນັ້ນກໍ ໃຫ້ ມີກິດຈະກຳຕ່າງໆ ເພື່ອລຳລຶກ ນຶກ ເຖິງມູນເຊື້ອປະຫວັດສາດ ແຫ່ງການຕໍ່ສູ້ຂອງແມ່ຍິງລາວກໍຄືແມ່ຍິງໃນທົ່ວ ໂລກ.
ແນວໃດກໍຕາມ, ອີກສິ່ໜຶ່ງ ທີ່ຜູ້ຂຽນຢາກຍິບຍົກມາໃຫ້ ພວກເຮົາເຫັນໂດຍສະເພາະ ແມ່ນບັນ ດາຜູ້ເປັນລູກເຕົ້າ ເຫລົ່າ ກໍທັງຫລາຍຕັ້ງແຕ່ໃດມາໄດ້ ມີພໍ່ແມ່ເຖົ້າແກ່ ແລະ ນັກປາດ ອາຈານເພິ່ນເຄີຍແນະນຳສັ່ງ ສອນພວກເຮົາວ່າພໍ່ແມ່ນັ້ນ ປຽບເໝືອນເທວະບຸດ ແລະ ເທ ວະດາຂອງລູກບັນດາລູກໆ ພໍ່ ນັ້ນກໍຄືເທວະບຸດ, ແມ່ຄືເທວະ ດາບຸນຄຸນຂອງແມ່ທີ່ມີຕໍ່ລູກ ນັ້ນແມ່ນເຫລືອ ຄະນານັບອາດ ບໍ່ມີ ສິ່ງໃດໃນໂລກນີ້ ຈະມາປ່ຽບ ປານຄຸນຄ່າລາຄາໄດ້, ດ້ວຍສາ ເຫດນັ້ນເພິ່ນ ຈຶ່ງວ່າບຸນຄຸນ ຂອງ ພໍ່ເທົ່າພູເຂົາກ້າ, ບຸນຄຸນ ຂອງແມ່ ເທົ່າ ຟ້າກັບແຜນດິນ ມະນຸດເຮົາ ທີ່ເກີດມາໃນໂລກໃຜກໍປາດຖະໜາຢາກເຫັນເທວະບຸດ ເທວະ ດາຍ້ອນວ່າ ເພິ່ນເປັນເທບ ຜູ້ຊົງ ອະລິຍະດຳດິນບິນບົນ, ສາດ ສ່ອງສໍລະຍານ ແລະ ຮອບຮູ້ທຸກ ຢ່າງຕໍ່ສິ່ງທີ່ເກີດຂຶ້ນໃນພື້ນພິ ພົບບໍ່ວ່າໃນອະດີດ, ປັດຈຸບັນ ແລະ ອະນາຄົດແຕ່ວ່າໜຶ່ງ ໃນ ເທວະບຸດກັບ ເທວະດາ ທີ່ພວກ ເຮົາໄຝ່ຝັນຢາກເຫັນນັ້ນກໍຄືພໍ່ ແມ່ຜູ້ທີ່ໃຫ້ກຳເນີດ, ລ້ຽງດູປູຈີ່ ໃຫ້ເຮົາເຕີບໃຫຍ່ໝົດນົມຫລາຍເຕົ້າ, ໝົດເຂົ້າຫລາຍຕິບ ແລະ ໝົດແກງຫລາຍໝໍ້, ເມື່ອໃຫຍ່ ຂຶ້ນມາແລ້ວກໍສະແຫວງຫາສິ່ງໃໝ່ໆ ດີໆ ແລະ ງາມໆ ໃຫ້ລູກ ມີວິຊາຄວາມຮູ້, ຮ່ຳຮຽນສາດ ຕະສິນ ແລະ ເດີນຕາມເສັ້ນ ທາງສັດຈະທຳທີ່ສະຫວ່າງສະ ໄຫວ, ເປັນຄົນຮູ້ຜູ້ດີໃນສັງຄົມ ບ້ານ ເມືອງ, ນີ້ຄືພາລະກິດອັນ ຍິ່ງໃຫຍ່ ຂອງພໍ່ແມ່ທີ່ລ້ຽງດູປູ ຈີ່ເຮົາມາແຕ່ນ້ອຍເທົ່າໃຫຍ່ເຕີບ ໂຕຈົນເຖົ້າຈົນແກ່ສືບຕໍ່ມີຄອບ ມີຄົວມີລູກມີເຕົ້າ ໃນນີ້ຜູ້ທີ່ໜັກ ໜ່ວງກວ່າໝູ່ກໍແມ່ນແມ່ຜູ້ເກີດ ເກົ້າຍ້ອນເພິ່ນເປັນຜູ້ໃຫ້ກຳ ເນີດເຮົາອອກມາ, ເມື່ອເກີດມາ ແລ້ວບຳຫາບຫລັງແບກ, ໜັກ ເອົາເບົາສູ້ ແລະ ເສຍສະຫລະ ທຸກຢ່າງ ເພື່ອໃຫ້ຄວາມ ສຸກ ແກ່ລູກໆ, ທັງໄດ້ກິນອີ່ມນຸ່ງອຸ່ນ ແລະ ກິນແຊບນຸ່ງງາມ.
ເຖິງຢ່າງໃດກໍດີ, ລູກບາງ ຄົນທີ່ເກີດມາໃນສັງຄົມຍຸກນີ້ມີ ຫລາຍຄົນທີ່ເປັນຫລາຍອັນພັນແນວ ລູກບາງຄົນເກີດມາເນ ລະຄຸນຕໍ່ພໍ່ແມ່, ເປັນຄົນເຖື່ອນ ຂ້າພໍ່ຕີແມ່, ເປັນນັກເລງອັນຕະ ພານ, ບໍ່ເບິ່ງແຍງລ້ຽງດູພໍ່ແມ່ ໃນຍາມເຖົ້າ, ຊ້ຳບໍ່ໝຳປ້ອຍດ່າ ໃຫ້ຕາຍຈິບຫາຍວາຍວອດ, ຂ້າ ຕີປີໂບຍພໍ່ແມ່, ລູກບາງຄົນຕິດ ຢາບ້າຄ້າຢາເມົາໄຖເອົາເງິນ ນຳພໍ່ແມ່, ຖ້າບໍ່ໄດ້ດັ່ງໃຈໂຕກໍ ຂ້າຖິ້ມນີ້ຄືຄວາມໂກດ, ຄວາມ ໂລບ, ຄວາມຫລົງ ແລະ ຄວາມ ຂີ້ໂຫດຈັງໄລຂອງລູກທີ່ໄຮ້ສິນທຳປະຈຳໃຈກາຍເປັນຄົນເຖື່ອນ ເລື່ອນລອຍຕາມຍະຖາກຳສຸດ ທ້າຍຜູ້ທີ່ມີຄວາມທຸກຄວາມ ລຳບາກນຳກໍຄືເທວະບຸດກັບ ເທວະດາຂອງເຮົາຜູ້ລ້ຽງມາ ພາໃຫຍ່./.