ນັກຟີຊິກສາດທິດສະດີອັດສະລິຍະ ລະດັບໂລກ “ສຕີເຟນ ຮໍວ໌ດິງ” ເສຍຊີວິດດ້ວຍໄວ 76 ປີ


ວັນທີ 14 ມີນານີ້, ສື່ຕ່າງປະເທດລາຍງານວ່າ ຄອບຄົວ ຮໍວ໌ດິງ ໄດ້ປະກາດວ່າ ສາສະດາຈານ ສຕີເຟນ ຮໍວ໌ດິງ ນັກຟີຊິກສາດທິດສະດີ ແລະ ນັກຈັກກະວານວິທະຍາ ຜູ້ມີຊື່ສຽງໂດ່ງດັງ ຊາວອັງກິດ ໄດ້ເສຍຊີວິດແລ້ວ ດ້ວຍອາຍຸ 76 ປີ.


ການປະກາດຄອບຄົວຂອງ ສຕີເຟນ ຮໍວ໌ດິງ ລູຊີ ໂຣເບີດ ໄດ້ກ່າວວ່າ “ເສຍໃຈຢ່າງຊຸດຊຶ້ງທີ່ໄດ້ສູນເສຍພໍ່ອັນເປັນທີ່ຮັກຂອງເຮົາໄປໃນມື້ນີ້”.
“ທ່ານເປັນນັກວິທະຍາສາດທີ່ຍິ່ງໃຫຍ່ ແລະ ເປັນຊາຍທີ່ບໍ່ທໍາມະດາ ຊຶ່ງຜົນງານຂອງທ່ານຈະຍັງຄົງຢູ່ຕໍ່ໄປ ຄວາມກ້າຫານ ພ້ອມກັບຄວາມຫຼັກແຫຼມ ແລະ ຄວາມຕາຫລົກຂອງທ່ານເປັນແຮງບັນດານໃຈໃຫ້ກັບຄົນທົ່ວໂລກ”
“ຄັ້ງໜຶ່ງທ່ານເຄີຍກ່າວໄວ້ວ່າ ຈັກກະວານມັນກໍເທົ່ານັ້ນ ຫາກມັນບໍ່ແມ່ນບ້ານຂອງຄົນທີ່ເຮົາຮັກ ເຮົາຈະຄິດເຖິງເຂົາຕະຫຼອດໄປ”
ໂດຍ ສ ຮໍວ໌ດິງ ເປັນທີ່ຮູ້ຈັກຈາກຜົນງານທິດສະດີເລື່ອງຂຸມດໍາ ແລະ ຕົ້ນກໍາເນີດຂອງຈັກກະວານ ອີກທັງງານວິໄຈ ແລະ ງານຕີພິມຕ່າງໆ ຂອງທ່ານຍັງເຮັດໃຫ້ສາມາດອະທິບາຍການເກີດຂຶ້ນຂອງອະວະກາດໄດ້ ນອກຈາກນີ້ ຮໍວ໌ດິງ ຍັງເປັນເຈົ້າຂອງງານຂຽນວິທະຍາສາດຫຼາຍເລື່ອງ ເປັນຕົ້ນແມ່ນ “ປະຫວັດຫຍໍ້ຂອງການເວລາ”.